ໃນຕອນເຊົ້າ ຂອງວັນທີ 16 ທັນວາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ໂດຍການເປັນປະທານ ຂອງທ່ານ ຄໍາພາ ພິລາວົງ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ ແຂວງຊຽງຂວາງ ແລະ ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີພະນັກງານຄູ-ອາຈານ, ມີຄະນະກຳມະການປ້ອງກັນບົດ ແລະນັກສຶກສາເຂົ້າຮ່ວມ ທັງໝົດ 81 ສະຫາຍ, ຍິງ 23 ສະຫາຍ.

ໃນພິທີ, ຄະນະຮັບຜິດຊອບ ໄດ້ຂຶ້ນຜ່ານມະຕິ ວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງ ຮຸ່ນ IV ເຊິ່ງທາງໂຮງຮຽນໄດ້ແບ່ງອອກເປັນ 3 ກຸ່ມວິຊາ ຄື: ກຸ່ມການເມືອງ, ກຸ່ມເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ແລະກຸ່ມການປົກຄອງ. ຈາກນັ້ນ, ໄດ້ຮັບຟັງການຜ່ານບົດລາຍງານສະພາບການຂຽນບົດປ້ອງກັນ ຂອງນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ໂດຍຫຍໍ້. ເພື່ອເຮັດໃຫ້ພິທີດັ່ງກ່າວມີຄວາມໝາຍ, ຄວາມສໍາຄັນເລິກເຊິ່ງ ແລະບັນລຸສໍາເລັດຕາມຄາດໝາຍ ໃນຕອນທ້າຍພິທີ ທ່ານປະທານໄດ້ມີຄໍາເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະພັກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດຊຸດຮຽນດັ່ງກ່າວ ຈົນສໍາເລັດຜົນ, ມີຄວາມຮັບຜິດຊອບສູງ, ຕັ້ງໃຈສິດສອນ ແລະຂຶ້ນຫ້ອງສິດສອນ ນໍາເອົາຄວາມຮູ້, ຄວາມສາມາດ ເພື່ອນໍາໃຊ້ເຂົ້າໃນການຂຽນບົດປ້ອງຈົບຂັ້ນ ໂດຍສະເພາະແມ່ນຮູ້ນໍາໃຊ້ວິທະຍາ, ວິທີວັດຖຸນິຍົມສັດຈະວິພາກ ຂອງທິດສະດີມາກ-ເລນິນ, ວິທີການສະຫຼຸບສັງລວມ, ຕີລາຄາສົມທຽບຕ່າງໆ ເຂົ້າໃນພຶດຕິກຳຕົວຈິງ ທີ່ເປັນບັນຫາຕັ້ງຂຶ້ນ ຢູ່ໃນກົມກອງທ້ອງຖິ່ນຂອງຕົນ ແລະສັງຄົມ ຢູ່ໃນໄລຍະຜ່ານມາ ກໍຄືປັດຈຸບັນ ເພື່ອຊອກຫາທິດທາງ ແລະພ້ອມກັນແກ້ໄຂບັນຫາຕ່າງໆໃນຕໍ່ໜ້າ ໃຫ້ເກີດປະໂຫຍດສູງສຸດ; ພ້ອມນັ້ນ, ທ່ານປະທານ ກໍໄດ້ອວຍພອນໃຫ້ພິທີປ້ອງກັນບົດຈົບຂັ້ນ ຂອງນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ມີຜົນສໍາເລັດຕາມລະດັບຄາດໝາຍ. ພິທີດັ່ງກ່າວໄດ້ດໍາເນີນເປັນເວລາ ວັນເຄິ່ງ ຈຶ່ງອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ
(ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)
ບັນ​ນາ​ທິ​ການ: ປ​ທ ວຽງ​ສະ​ຫວັນ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ