ໃນລະຫວ່າງວັນທີ 3-18 ສິງຫາ 2020 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຕັ້ງພິທີປ້ອງກັນບົດຈົບຊັ້ນຂອງ ນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXII ຫ້ອງ ກ 71 ທ່ານ, ຍິງ 16 ທ່ານ ແລະ ຫ້ອງ ຂ 68 ທ່ານ, ຍິງ  14 ທ່ານ, ນັກສຶກສາລະບົບອະນຸປະລິນຍາ ຮຸ່ນທີ XVII ຈໍານວນ 58 ທ່ານ, ຍິງ 14 ທ່ານ ແລະນັກສຶກສາລະບົບຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXVI 53 ທ່ານ, ຍິງ 8 ທ່ານ. ເຊິ່ງທັງ 3 ລະບົບນັ້ນ ໄດ້ຜ່ານການຂຶ້ນຫ້ອງຮຽນຄົບຕາມຫຼັກສູດທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດກໍານົດໄວ້ ແລະໄດ້ຂຽນບົດຈົບຊັ້ນສໍາເລັດ ແລະຖືກຕ້ອງຕາມເຕັກນິກວິທະຍາສາດ.

ນັກສຶກສາ ຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXVI    

ດັ່ງນັ້ນ, ເພື່ອເປັນການທົດສອບຜົນການສຶກສາຄົ້ນຄວ້າມານັ້ນ ຈຶ່ງໄດ້ຈັດພິທີປ້ອງກັນບົດຈົບຊັ້ນ ເພື່ອໃຫ້ນັກສຶກສາໄດ້ສະແດງທັດສະນະວິທະຍາສາດຢັ້ງຢືນເຖິງຄວາມເຂົ້າໃຈ ແລະກໍາໄດ້ບັນດາຫຼັກມູນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະຫຼັກວິທະຍາສາດການເມືອງ-ການປົກຄອງ, ຜ່ານການປ້ອງກັນບົດຈົບຊັ້ນເຫັນວ່ານັກສຶກສາທຸກຄົນ ສາມາດປ້ອງກັນບົດທີ່ຕົນເອງໄດ້ຄົ້ນມາເປັນຢ່າງດີ.

ອະນຸປະລິນຍາ ຮຸ່ນທີ XVII

ປະລິນຍາຕີ ຮຸ່ນທີ XXII ແລະ ຕໍ່ເນື່ອງ ຮຸ່ນທີ XIII

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ