ໃນວັນທີ 24 ມີນາ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດກອງປະຊຸມເຜີແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ກຽດເປັນປະທານຂອງສະຫາຍ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ເພັດສະລາດ ວົງພະຈັນ ຮອງຫົວໜ້າທະນາຄານແຫ່ງ ສປປລາວ ສາຂາພາກເໜືອ ແຂວງຊຽງຂວາງ, ມີພະນັກງານ-ຄູອາຈານ, ແລະນັກສຶກສາຮຸ່ນທີ XVII ເຂົ້າຮວ່ມ.

ໃນພິທີດັ່ງກ່າວ ທ່ານ ວຽງວິໄລ ສຸດທິຈັກ ຫົວໜ້າຂະແໜງເສດຖະກິດ ແລະເງິນຕາຕ່າງປະເທດ ໄດ້ຂຶ້ນຜ່ານພາລະບົດບາດຂອງທະນາຄານແຫ່ງ ສປປລາວ ແລະກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເຊິ່ງກົດໝາຍດັ່ງກ່າວປະກອບດ້ວຍ IX ພາກ, 8 ໜວດ ແລະ 54 ມາດຕາ, ຍົກໃຫ້ເຫັນກ່ຽວກັບຫຼັກການ, ລະບຽບການ ແລະມາດຕະການ ກ່ຽວກັບການເຄື່ອນໄຫວຄຸ້ມຄອງ, ຕິດຕາມທຸລະກິດ ແລະທຸລະກຳເງິນຕາຕ່າງປະເທດເພື່ອໃຫ້ມີປະສິດທິພາບ, ຖືກຕ້ອງ, ແນໃສ່ຍົກສູງຄຸນຄ່າ ແລະສະຖຽນລະພາບຂອງເງິນຕາແຫ່ງຊາດ, ສົ່ງເສີມການຈໍລະຈອນສິນຄ້າເງິນຕາພາຍໃນປະເທດ, ເປີດກວ້າງການພົວພັນຮ່ວມເສດຖະກິດກັບຕ່າງປະເທດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ໃນຕອນທ້າຍພິທີ ທ່ານ ປທ ຄຳຜຸຍ ໂນລາ ໄດ້ໃຫ້ກຽດໂອ້ລົມ ແລະທ່ານໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈຈາກກອງປະຊຸມ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

          ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ