ວັນທີ 23 ຕຸລາ 2020 ທີ່ຫ້ອງການປົກຄອງເມືອງປາກງື່ມ, ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ທີ່ລົງກໍ່ສ້າງຮາກຖານການເມືອງ ໄດ້ຈັດກອງປະຊຸມຮັບສ່ອງແສງຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ຫົວໜ້າຊີ້ນຳການລົງກໍ່ສ້າງຮາກຖານການເມືອງ, ມີຕາງໜ້າຫ້ອງການປົກຄອງເມືອງປາກງື່ມ, ຫົວໜ້າກຸ່ມນັກສຶກສາທີ່ລົງກໍ່ສ້າງຮາກຖານ 13 ບ້ານ/ທ່ານ ເຂົ້າຮ່ວມ.

      ໃນພິທີ ທ່ານ ປທ ສີຈັນ ສູນດາລາ ໄດ້ຮຽນເຊີນໃຫ້ບັນດາຫົວໜ້າກຸ່ມລົງກໍ່ສ້າງຮາກຖານໃນແຕ່ລະບ້ານຂຶ້ນລາຍງານສະພາບການລົງກໍ່ສ້າງຮາກຖານໃນໄລຍະຜ່ານມາ ຊຶ່ງເນື້ອໃນທັງ 13 ບ້ານທີ່ໄດ້ລາຍງານໂດຍພື້ນຖານເຫັນວ່າ: ນັບແຕ່ມື້ນັກສຶກສາລົງໄປປະຈໍາຢູ່ແຕ່ລະບ້ານ ຄະນະອຳນາດການປົກຄອງບ້ານຮ່ວມກັບນັກສຶກສາໄດ້ປຶກສາຫາລືວາງແຜນການໃນການເຮັດວຽກຮ່ວມກັນ ເຊິ່ງທາງອຳນາດການປົກຄອງໃນແຕ່ລະບ້ານໄດ້ລາຍງານສະພາບການໂດຍພື້ນຖານ ເປັນຕົ້ນແມ່ນຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະບັນຫາຕ່າງໆໃຫ້ຄະນະນັກສຶກສາໄດ້ຮັບຊາບ ເພື່ອນໍາໃຊ້ກຳລັງແຮງສະຕິປັນຍາຂອງນັກສຶກສາ ເຂົ້າຊ່ວຍໃນການແກ້ໄຂສິ່ງທີ່ເຫັນວ່າເປັນບັນຫາຂອງບ້ານ. ພ້ອມນັ້ນ, ນັກສຶກສາທີ່ລົງປະຈໍາແຕ່ລະບ້ານໄດ້ຊ່ວຍວາງແຜນການຂອງວຽກງານໃນຫ້ອງການປົກຄອງບ້ານໃຫ້ເປັນລະບົບ, ສະໜອງເອກະສານທີ່ເປັນນິຕິກໍາຕ່າງໆທີ່ກ່ຽວຂ້ອງ, ພ້ອມທັງນໍາພາເຊື່ອມຊຶມບັນດານິຕິກໍາ ແລະເອກະສານສໍາຄັນຕ່າງໆຂອງພັກ-ລັດ ເພື່ອໃຫ້ອໍານາດການຈັດຕັ້ງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນກໍາໄດ້ບັນດາລະບຽບລັກການ ແລະທິດທາງຂອງພັກ ພ້ອມນັ້ນ, ຄະນະນັກສຶກສາຍັງໄດ້ນໍາພາປະຊາຊົນອອກແຮງງານລວມ ແລະກິດຈະກໍາອານາໄມກໍາຈັດໜອນນໍ້າຍຸງລາຍພາຍໃນບ້ານ ເຊິ່ງປະຊາຊົນພາຍໃນບ້ານໄດ້ເຕົ້າໂຮມປະກອບສ່ວນຢ່າງຕັ້ງໜ້າດ້ວຍຄວາມສາມັກຄີ ປອງດອງພາຍໃນບ້ານ ແລະພ້ມພຽງຮຽງໜ້າກັນເປັນຢ່າງດີ.

      ທ່ານ ປທ ສີຈັນ ສູນດາລາ ໃນນາມຫົວໜ້າຊີ້ນຳການລົງກໍ່ສ້າງຮາກຖານໄດ້ມີທິດຊີ້ນໍາ ໃຫ້ນັກສຶກສາ ທີ່ເປັນຫົວໜ້າກຸ່ມ ໃນ13 ບ້ານ ພ້ອມໃຈກັນສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນທຸກຊັ້ນຄົນເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະປຸກລະດົມອອກແຮງງານ ເພື່ອເປັນການສະກັດກັ້ນໜອນນ້ຳຍຸງລາຍ, ສ້ອມແປງອາຄານສະຖານທີ່, ປ້າຍຫ້ອງການບ້ານ ແລະ ປ້າຍບ້ານໃຫ້ເປັນລະບຽບຮຽບຮ້ອຍ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມ ໃຫ້ໄດ້ຮັບການພັດທະນາຄຽງຄູ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ຕໍ່ກັບວຽກງານກໍ່ສ້າງຮາກຖານ-ການເມືອງ ແລະ ພັດທະນາຊົນນະບົດຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ມີຄວາມໜັກແໜ້ນແລະ ເຂັ້ມແຂງ.

      ນອກນັ້ນ, ໃນພິທີ ທ່ານ ປທ ສີຈັນ ສູນດາລາ ໄດ້ຕາງໜ້າ ສມປຊ ກ່າວມອບປື້ມວາລະສານ ທິດສະດີການເມືອງ-ການປົກຄອງ ໃຫ້ ນັກສຶກສາ ນຳໄປມອບຢູ່ຫ້ອງການບ້ານ ເພື່ອນຳໄປສຶກສາຄົ້ນຄວ້າເຊື່ອມຊຶມບັນດາທິດທາງໃຫ້ເລິກເຊິ່ງຕື່ມອີກ.

ຂ່າວພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ