ພິທີ ປະກາດການຈັດຕັ້ງ ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງຫົວໜ້າ ສມປຊ, ຊຶ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2022 ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໂດຍການເປັນປະທານ ຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າຄະນະກົມທັງ12 ກົມ ຫຼື ທຽບເທົ່າ,…
ການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຂອງທີມງານນັກສຶກສາປະລິນຍາຕີຮຸ່ນທີ XXV ຫ້ອງ ກ ໃນໄລຍະ 45 ວັນ, ປະຈຳອາທິດທີ III-IV ພຶດສະພາ 2022 ເມືອງທຸລະຄົມ, ແຂວງ ວຽງຈັນ
ໂດຍອີງຕາມ ແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະ 45 ຂອງສະຖາບັນ ການເມືອງ-ການປົກຄອງແຫ່ງຊາດ ປະຈຳອາທິດທີ 3-4 ພຶດສະພາ 2022 ແລະແຜກການເຄື່ອນໄຫວຕົວຈິງ. ທີມງານນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ (ກ) ໃນ 6 ທີມງານ, 6 ບ້ານ ພາຍໃນເມືອງທຸລະຄົມ, ແຂວງວຽງຈັນ. ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 3/5/2022 ແຕ່ລະທີມສາມາດສັງລວມໂດຍສັງເຂບດັ່ງນີ້: ໄດ້ຖອດຖອນບົດຮຽນພາຍໃນອາທິດທີ່ຜ່ານມາ ແລະວາງແຜນການເຄື່ອນໄຫວໃນອາທິດທີ III; ສັງລວມຂໍ້ມູນສະຖິຕິຈຳນວນປະຊາກອນ…
ພິທີຮັບສະມາຊິກພັກ ສຳຮອງ ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ພິທີຮັບສະມາຊິກພັກສຳຮອງ ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 27 ພຶດສະພາ 2022, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກຖືກເຊີນຈາກຕາງໜ້າໜ່ວຍພັກພາຍໃນ ສມປຊ. ໃນກອງປະຊຸມ ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງອົງຄະນະພັກ…
ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ຈັດພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ
ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໃນວັນທີ 20 ພຶດສະພາ 2022 ໂດຍການເປັນປະທານຂອງ ທ່ານ ປອ ຊົງເລົາ ຢົງນູ ກຳມະການປະຈຳພັກ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ, ທ່ານ ປທ ນ. ວຽງພອນ ແກ້ວຄູນສີ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ, ມີຄະນະພັກ, ຄະນະໂຮງຮຽນ, ພະນັກງານ,…

