ໃນຕອນເຊົ້າວັນທີ 16 ຕຸລາ 2026 ນີ້, ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະ ຫວັດສາດພັກ ໄດ້ຈັດພິທີປະກາດມະຕິອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຢ່າງເປັນທາງການ. ພິທີດັ່ງກ່າວ ໄດ້ຈັດຂຶ້ນດ້ວຍບັນຍາກາດອັນສະຫງ່າຜ່າເຜີຍ, ເຂັ້ມງວດ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນທາງການເມືອງ-ແນວຄິດ.

ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ສະຫາຍ ປອ ຄຳໃບ ມາລາສິງ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີບັນດາສະຫາຍຕາງໜ້າຈາກກົມຈັດຕັ້ງ, ຄະນະພັກຮາກຖານ, ຕະຫຼອດຮອດສະມາຊິກພັກ ແລະ ມະຫາຊົນພາຍໃນໜ່ວຍພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ-ປ້ອງກັນພັກ ຕາງໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະ ນຸມັດຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ. ຊຶ່ງໃນມະຕິຕົກລົງດັ່ງກ່າວ ໄດ້ຮັບຮອງເອົາມະຫາຊົນກ້າວໜ້າຜູ້ທີ່ມີຄວາມຮູ້ ຄວາມສາມາດ, ຜ່ານການບຳລຸງຝຶກຝົນຫຼໍ່ຫຼອມ ແລະ ຕິດຕາມກວດກາຢ່າງຕັ້ງໜ້າຈຳນວນ 2 ສະຫາຍ ຄື: ສະຫາຍ ສຸລິໄທ ຈັນທະລັງສີ ແລະ ສະຫາຍ ບີຊົງ ຊົວນູ່.

ການຮັບສະມາຊິກພັກໃໝ່ໃນຄັ້ງນີ້, ຖືເປັນມາດຕະການອັນສຳຄັນໃນການເພີ່ມພູນຄູນສ້າງກຳລັງແຮງ, ຍົກສູງບົດບາດການນຳພາຂອງພັກ ແລະ ເປັນການສືບທອດພາລະກິດການປະຕິວັດຂອງໜ່ວຍພັກຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ.
ໂອກາດອັນສະຫງ່າລາສີນີ້, ສະຫາຍ ປອ ຄຳໃບ ມາລາສິງ ປະທານໃນພິທີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຢ່າງເລິກເຊິ່ງຕໍ່ສະມາຊິກພັກສຳຮອງທັງສອງສະຫາຍ ຕະຫຼອດຮອດໝູ່ຄະນະໜ່ວຍພັກ ຊຶ່ງສະຫາຍ ໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ກຳແໜ້ນຫຼັກມູນທິດສະດີມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ; ພ້ອມທັງຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງນຳໜ້າໃນການປະ ຕິບັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ. ນອກຈາກນີ້, ຍັງໄດ້ຮຽກຮ້ອງໃຫ້ໜ່ວຍພັກສືບຕໍ່ເອົາໃຈໃສ່ຕິດຕາມ, ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ສະມາຊິກພັກສຳຮອງສາມາດຍົກລະດັບຕົນເອງຂຶ້ນເປັນສະມາຊິກພັກສົມບູນໃນຕໍ່ໜ້າ.
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
