ໃນຕອນເຊົ້າຂອງວັນທີ 4 ຕຸລາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ສະບັບເລກທີ 434/ຄລສພ, ລົງວັນທີ 18 ກັນຍາ 2023 ແລະເອກະສານສຳຄັນຂອງພັກ 4 ເອກະສານ.

ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍ: ສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະນໍາ ສມປຊ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ 200 ກວ່າທ່ານ.

ຜູ້ເຂົ້າຮ່ວມໄດ້ຮັບຟັງຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະເອກະສານສຳຄັນຂອງພັກ 4 ເອກະສານຄື: 1. ບົດຄວາມເຫັນຊີ້ນຳຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝ XI; 2. ຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ 3. ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ 4. ຄຳແນະນຳຂອງຄະນະກວດກາສູນກາງພັກກ່ຽວກັບການກະກຽມ ແລະດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ການເຜີຍແຜ່ເອກະສານສຳຄັນຂອງພັກ ແມ່ນເພື່ອແນໃສ່ໃຫ້ສະມາຊິກພັກ ໄດ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງ, ກຳແໜ້ນເນື້ອໃນກອງປະຊຸມຄົບຄະນະກາງສະໄໝ, ໂດຍສະເພາະແມ່ນເນື້ອໃນທີສຳຄັນຕົ້ນຕໍ ແລະວຽກງານຈຸດສຸມທີຕ້ອງເອົາໃຈໃສ່ການນຳພາ-ຊີ້ນຳ ໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບ, ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການຂອງບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫຼວງກໍຄື ສມປຊ ໃນການຫັນເອົາຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໃຫ້ເປັນແຜນງານເພື່ອຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ ເພື່ອຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.

ນອກນັ້ນ, ຍັງເປັນການຕີລາຄາໝາກຜົນຂອງການນຳພາລວມຂອງຄະນະພັກກໍ່ຄືການປະຕິບັດໜ້າທີ່ການເມືອງ ແລະການເຝິກຝົນຕົນເອງຂອງບຸກຄົນ, ກຳມະການຄະນະພັກ ແລະສະມາຊິກພັກແຕ່ລະສະຫາຍໂດຍໄຈ້ແຍກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີອັນດີ, ອັນອ່ອນພ້ອມທັງສາມາດຖອດບົດຮຽນໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານຂອງລວມໝູ່ ແລະຂອງບຸກຄົນໃນຄະນະພັກແຕ່ລະຂັ້ນ ແລະສະມາຊິກພັກແຕ່ລະສະຫາຍຕະຫຼອດໄລຍະ 5 ປີຜ່ານມາ.

ໃນຕອນທ້າຍກອງປະຊູມ ສະຫາຍ ພູວົງ ອຸ່ນຄໍາແສນ ໄດ້ໂອ້ລົມ ແລະເນັ້ນໜັກຕໍ່ກັບສະມາຊິກພັກຂອງຕົນວ່າ: ສິ່ງສຳຄັນຕ້ອງສືບຕໍ່ເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດໃຫ້ເລິກເຊິ່ງ, ເຂົ້າໃຈ ແລະປະຕິບັດຢ່າງເຂັ້ມງວດ; ຕ້ອງກໍາແໜ້ນສະພາບຄວາມເປັນຈິງຂອງສະມາຊິກພັກຢູ່ໜ່ວຍພັກຮາກຖານຂອງຕົນ ເພື່ອສຶກສາອົບຮົມນຳພາແນວຄິດໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງ, ຄໍາແນະນໍາຂອງພັກມາຈັດຕັ້ງຜັນຂະຫຍາຍເຂົ້າໃນຮາກຖານພັກຂອງຕົນ, ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ-ຂອງຊາດຢ່າງແທ້ຈິງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ