ໃນວັນທີ 21 ຕຸລາ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບຄະນະຜູ້ແທນຈາກສະຖາບັນກໍ່ສ້າງພະນັກງານປາຍເຊີ້ ເຂດປົກຄອງຕົນເອງຊົນເຜົ່າກວາງຊີ ສາທາລະນະລັດປະຊາຊົນຈີນ, ນໍາໂດຍ ທ່ານ ຫຼີວຈ້ຽນ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ພ້ອມຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ ສປປ ລາວ.

ໃຫ້ການຕ້ອນຮັບໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ພ້ອມດ້ວຍຄະນະຜູ້ຕາງໜ້າຈາກສອງຝ່າຍ ເຂົ້າຮ່ວມ.

ການພົບປະຄັ້ງນີ້ເປັນໂອກາດສໍາຄັນໃນການແລກປ່ຽນຂໍ້ມູນຂ່າວສານ, ລາຍງານສະພາບການຈັດຕັ້ງ, ຜົນງານການເຄື່ອນໄຫວວຽກງານ ຕະຫຼອດຮອດທິດທາງ ແລະ ແຜນການດໍາເນີນງານຂອງແຕ່ລະສະຖາບັນ, ເພື່ອໃຫ້ສອງຝ່າຍໄດ້ຮັບຊາບເຊິ່ງກັນ ແລະ ກັນ, ພ້ອມທັງຊອກຄົ້ນໂອກາດໃນການສືບຕໍ່ສົ່ງເສີມການຮ່ວມມືດ້ານການສຶກສາອົບຮົມ, ການຄົ້ນຄວ້າທິດສະດີ ແລະ ການກໍ່ສ້າງພັດທະນາພະນັກງານ.

ໃນບັນຍາກາດການພົບປະອັນອົບອຸ່ນ ແລະ ເປັນມິດ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ກ່າວຕ້ອນຮັບຄະນະຜູ້ແທນຈາກສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ດ້ວຍຄວາມຍິນດີ, ພ້ອມທັງສະແດງຄວາມຂອບໃຈຕໍ່ຄະນະທີ່ໄດ້ໃຫ້ກຽດເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ສມປຊ. ພ້ອມກັນນັ້ນ, ຍັງໄດ້ເນັ້ນເຖິງຄວາມສໍາຄັນຂອງການສ້າງຄວາມເຂົ້າໃຈ, ການແລກປ່ຽນປະສົບການ ແລະ ການຮຽນຮູ້ຈາກບົດຮຽນຂອງກັນ ແລະ ກັນ ເພື່ອນໍາໄປປັບປຸງຄຸນນະພາບການກໍ່ສ້າງພະນັກງານໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຕ້ອງການພັດທະນາໃນໄລຍະໃໝ່.

ທ່ານໄດ້ສະແດງທັດສະນະວ່າ ການກໍ່ສ້າງພະນັກງານເປັນວຽກງານພື້ນຖານທີ່ມີຄວາມສໍາຄັນຕໍ່ການສ້າງສັນກໍາລັງແຮງໃນການນໍາພາ ແລະ ການບໍລິຫານປະເທດ. ພະນັກງານທີ່ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ ແລະ ມີຄວາມຮັບຜິດຊອບ ເປັນປັດໄຈສໍາຄັນໃນການຍົກສູງປະສິດທິຜົນຂອງລະບົບການເມືອງ ແລະ ການປົກຄອງ, ການບໍລິຫານລັດ ແລະ ການຮັບໃຊ້ປະຊາຊົນ. ດັ່ງນັ້ນ, ການຮ່ວມມືລະຫວ່າງສະຖາບັນທີ່ມີພາລະບົດບາດດ້ານການສຶກສາອົບຮົມພະນັກງານ ຈຶ່ງເປັນຊ່ອງທາງໜຶ່ງໃນການເສີມສ້າງຄວາມຮູ້, ທັກສະວິຊາຊີບ ແລະ ຄວາມສາມາດໃນການປະຍຸກໃຊ້ທິດສະດີ ເຂົ້າໃນພາກປະຕິບັດ. ພ້ອມກັນນີ້, ສອງຝ່າຍຍັງໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບການຈັດຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ຜົນງານການເຄື່ອນໄຫວຂອງແຕ່ລະສະຖາບັນ. ການແລກປ່ຽນດັ່ງກ່າວຊ່ວຍໃຫ້ທັງສອງຝ່າຍເຂົ້າໃຈເຖິງຈຸດດີ, ປະສົບການ ແລະ ທິດທາງການພັດທະນາຂອງກັນ ແລະ ກັນ, ຊຶ່ງສາມາດນໍາມາ ເປັນບົດຮຽນປະກອບການປັບປຸງວຽກງານກໍ່ສ້າງພະນັກງານໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນ.

ການພົບປະລະຫວ່າງ ສມປຊ ກັບຄະນະຜູ້ແທນຈາກສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສະທ້ອນໃຫ້ເຫັນເຖິງຄວາມສໍາຄັນຂອງການສ້າງຂົວເຊື່ອມຕໍ່ດ້ານວິຊາການ, ການສຶກສາອົບຮົມ ແລະ ການພັດທະນາຊັບພະຍາກອນມະນຸດລະຫວ່າງ ສປປ ລາວ ແລະ ສປ ຈີນ. ການແລກປ່ຽນຄວາມຮູ້ ແລະ ບົດຮຽນລະຫວ່າງສອງສະຖາບັນ ສາມາດປະກອບສ່ວນໃນການຍົກສູງຄວາມຮູ້ຄວາມສາມາດ ຂອງພະນັກງານ, ສົ່ງເສີມການບໍລິຫານທີ່ມີປະສິດທິຜົນ ແລະ ສະໜອງກໍາລັງຄົນທີ່ມີຄຸນນະພາບໃຫ້ແກ່ການພັດທະນາປະເທດ. ສໍາລັບ ສມປຊ, ໃນຖານະສະຖາບັນທີ່ມີພາລະບົດບາດໃນການສຶກສາອົບຮົມ, ຄົ້ນຄວ້າທິດສະດີ ແລະ ກໍ່ສ້າງພະນັກງານດ້ານການເມືອງ ແລະ ການປົກຄອງ, ການຮ່ວມມືກັບສະຖາບັນຄູ່ຮ່ວມມືຕ່າງປະເທດ ເປັນໂອກາດໃນການສຶກສາຮຽນຮູ້ແນວຄິດ, ວິທີການຮຽນ-ການສອນ, ການຄົ້ນຄວ້າວິຊາການ ແລະ ການນໍາໃຊ້ຜົນການຄົ້ນຄວ້າເຂົ້າໃນການພັດທະນາວຽກງານຕົວຈິງ. ສິ່ງສໍາຄັນແມ່ນການຄັດເລືອກບົດຮຽນທີ່ເໝາະສົມກັບສະພາບຕົວຈິງຂອງລາວ ເພື່ອໃຫ້ການຮ່ວມມືກໍ່ເກີດຜົນປະໂຫຍດຢ່າງແທ້ຈິງ. ການພົບປະໃນຄັ້ງນີ້ຈຶ່ງເປັນກ້າວສໍາຄັນໃນການສ້າງຄວາມເຂົ້າໃຈ ແລະ ກະຊັບສາຍພົວພັນການຮ່ວມມືລະຫວ່າງ ສມປຊ ກັບສະຖາບັນກໍ່ສ້າງພະນັກງານປາຍເຊີ້ ກວາງຊີ ສປ ຈີນ, ພ້ອມທັງເປີດກວ້າງໂອກາດສໍາລັບການແລກປ່ຽນບົດຮຽນໃນດ້ານການສຶກສາອົບຮົມ, ການຄົ້ນຄວ້າວິຊາການ ແລະ ການພັດທະນາພະນັກງານ. ທັງໝົດນີ້ແມ່ນການປະກອບສ່ວນໃນການເສີມສ້າງຄວາມຮ່ວມມືອັນດີ ລະຫວ່າງສອງສະຖາບັນ ແລະ ສອງປະເທດໃຫ້ມີຄວາມໝັ້ນຄົງ ແລະ ພັດທະນາຕໍ່ໄປໃນອະນາຄົດ
——————————–
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ