ພິທີປູກຕົ້ນໄມ້ຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ສມປຊ ໄດ້ຈັດຂຶ້ນໃນຕອນແລງ ຂອງວັນທີ 29ພຶດສະພາ 2020ຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ພ້ອມດ້ວຍຄະນະ, ມີບັນດາ ຫ້ອງການ, ກົມ, ຄະນະວິຊາ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນພົມວິຫານ ແລະ ນັກສຶກສາເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ ພູວົງ ອຸ່ນຄຳແສນໄດ້ລາຍງານໃຫ້ຮູ້ວ່າ: ການຈັດກິດຈະກໍາປູກຕົ້ນໄມ້ຄັ້ງນີ້ ກໍ່ເພື່ອແນໃສ່ປູກຈິດສໍານຶກໃຫ້ແກ່ພະນັກງານ, ຄູ-ອາຈານ, ນັກສຶກສາ ໃຫ້ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ ຕົ້ນໄມ້ດັ່ງກ່າວໃຫ້ມີຄວາມອຸດົມສົມບູນ ແລະຄວາມຍືນຍົງຕະຫຼອດໄປ ແລະ ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ມີຕົ້ນໄມ້ ອຸດສາຫະກຳ, ຕົ້ນໄມ້ກິນໝາກ ແລະຊະນິດພັນໄມ້ອື່ນໆອີກ.

        ໃນທ້າຍພິທີ, ການຈັດກິດຈະກໍາປູກປ່າໃນມື້ນີ້ ຖືວ່າມີຄວາມສໍາຄັນຫຼາຍ ທັງນີ້ກໍເພື່ອເປັນການປູກຕົ້ນໄມ້ບ່ອນໃໝ່ ແລະ ປູກທົດແທນ ຕົ້ນໄມ້ທີ່ຕາຍໄປ ໃຫ້ກັບຄືນຄວາມຂຽວສົດງົດງາມເວົ້າລວມ; ເວົ້າສະເພາະ ກໍຄືສມປຊ ໃຫ້ມີຄວາມອຸດົມສົມບູນທາງດ້ານທໍາມະຊາດ. ສະນັ້ນ ເພື່ອເຮັດໃຫ້ຕົ້ນໄມ້ດັ່ງກ່າວ ຈະເລີນເຕີບໃຫຍ່ກາຍເປັນປ່າຕຶບດົງໜາ ຈຶ່ງຮຽກຮ້ອງມາຍັງພະນັກງານ, ຄູ-ອາຈານ ແລະປະຊາຊົນເຂດບ້ານອ້ອມຂ້າງ ຈົ່ງເອົາໃຈໃສ່ໃນການບົວລະບັດ ປົກປັກຮັກສາ ແລະຄຸ້ມຄອງເຂດປ່າແຫ່ງນີ້ ໃຫ້ມີຄວາມຄວາມອຸດົມສົມບູນຕະຫຼອດໄປ.