ຊົມເຊີຍຜົນສຳເລັດການເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ການນຳພາທີ່ມີປະສິດທິຜົນ”
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳສົ່ງພະນັກງານ, ຄູ-ອາຈານ ຈຳນວນ 6 ທ່ານ, ຍິງ 2. ທ່ານເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ການນຳພາທີ່ມີປະສິດທິຜົນ”ຊຶ່ງໄດ້ຈັດຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ, ເປັນຊຸດຝຶກອົບຮົມທີ່ຈັດຂຶ້ນໂດຍ ສະຖາບັນລາວ-ອົດສຕາລີ ເພື່ອໄປແລກປ່ຽນບົດຮຽນດ້ານທິດສະດີ ແລະພຶດຕິກໍາ ເພື່ອນໍາມາເປັນບົດຮຽນເຂົ້າໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ສມປຊ. ຊຸດຝຶກອົບຮົມດັ່ງກ່າວ, ໄດ້ແບ່ງເປັນ 2 ຊຸດໃນການຝຶກອົບຮົມຄື: ຊຸດທີ 1 ເລີ່ມວັນທີ 23-24 ພຶດສະພາ ມີສຳມະນາກອນ ຈາກຄະນະພົວພັນຕ່າງປະເທດສູນກາງພັກ,…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ (1.6.1980-1.6.2022)
ໃນຕອນແລງວັນທີ 31 ພຶດສະພາ 2022, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ, ໂດຍເປັນເຂົ້າຮ່ວມມີ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ, ຜູ້ເຂົ້າຮ່ວມມີບັນດາ ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ພິເສດໃນປີນີ້ ສມປຊ ໄດ້ຕ້ອນຮັບຫຼານນ້ອຍ ໂຮງຮຽນປະຖົມ ພັນທະມິດ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຝິກອົບຮົມວຽກງານບໍລິຫານ ຫົວຂໍ້ ທັກສະການສະຫຼຸບ, ການສ້າງແຜນ ແລະການປະສານງານ
ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານບໍລິຫານພາຍໃນ ສມປຊ ໃຫ້ມີປະສິດທິພາບໃນການປະສານງານວຽກຕ່າງໆ ແລະເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງໃຫ້ເປັນລະບົບຄົບຊຸດ ທັງປັບປຸງສະພາບແວດລ້ອມໃນການເຮັດວຽກໃຫ້ດີຂຶ້ນເທື່ອລະກ້າວ. ສະນັ້ນ, ໃນວັນທີ 26 ພຶດສະພາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຝິກ ອົບຮົມວຽກງານບໍລິຫານໃນຫົວຂໍ້ “ທັກສະການສະຫຼຸບ, ການສ້າງແຜນ ແລະການປະສານງານ” ໃຫ້ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ໂດຍການເປັນປະທານ ຂອງທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ,…
ໜ່ວຍພັກຮາກຖານ ກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ
ໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຢູ່ທີ່ຫ້ອງປະຊຸມຂອງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຊັ້ນ 5 ໃນຕອນແລງວັນທີ 30 ພຶດສະພາ, ໂດຍການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃນພິທີດັ່ງກ່າວ ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ-ປ້ອງກັນພັກ ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ໃຫ້ສະຫາຍ ນ. ນາດຕະຍາ ແກ້ວຄູນນະລາດ, ຊຶ່ງສະຫາຍໄດ້ເຂົ້າສຳຮອງຊຶ່ງເປັນໄລຍະເວລາທີ່ຜູ້ກຽ່ວໄດ້ຜ່ານການຝຶກຝົນຫຼໍ່ຫຼອມ ແລະທົດສອບໃນຂະບວນການວຽກງານຕົວຈິງ,…

