ໃນຕອນແລງຂອງວັນທີ 12 ຕຸລາ 2026, ທີ່ຫ້ອງປະຊຸມ 301 ຕຶກ H, ໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດພິທີຮັບສະມາຊິກກຳມະບານໃໝ່ຂຶ້ນຢ່າງເປັນທາງການ ພາຍໃຕ້ບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນທາງດ້ານການເມືອງ-ການຈັດຕັ້ງ.

ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ປອ ສີສົມພອນ ວົງພະຈັນ ປະທານ ກຳມະບານ ສະຖາບັນບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະໜ່ວຍຮາກຖານກຳມະບານ ຕະຫຼອດຮອດສະມາຊິກກຳມະບານພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອສະແດງອອກເຖິງຄວາມເປັນນ້ຳໜຶ່ງໃຈດຽວ ແລະ ການສືບຕໍ່ບຳລຸງສ້າງກຳລັງແຮງມະຫາຊົນໃຫ້ແກ່ອົງການຈັດຕັ້ງ.

ໃນພິທີ, ສະຫາຍ ບຸນປັນ ສຸມຸນທອງ ປະທານໜ່ວຍກຳມະບານຮາກຖານ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການຮັບເອົາສະມາຊິກກຳມະບານໃໝ່ ເຊິ່ງໄດ້ຮັບຮອງຢ່າງເປັນທາງການໃຫ້ ສະຫາຍ ນ. ວັນນະເສີມ ຈັນທະມຸງຄຸນ ເຂົ້າເປັນສະມາຊິກກຳມະບານຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ການຮັບສະມາຊິກໃໝ່ໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການຂະຫຍາຍຕາໜ່າງການຈັດຕັ້ງມະຫາຊົນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງ ທີ່ອົງການຈັດຕັ້ງພັກ-ລັດ ມອບໝາຍໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ຫຼັງຈາກພິທີມອບ-ຮັບໃບຢັ້ງຢືນສະມາຊິກກຳມະບານໃໝ່ເປັນທີ່ຮຽບຮ້ອຍແລ້ວ, ສະຫາຍ ປອ ສີສົມພອນ ວົງພະຈັນ ປະທານໃນພິທີ ກໍໄດ້ໃຫ້ກຽດ ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ພະນັກງານ-ສະມາຊິກກຳມະບານທຸກສະຫາຍ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ