ຂ່າວຫຼ້າສຸດ

ກອງປະຊຸມ ແລກປ່ຽນບົດຮຽນ ການເຮັດທົດລອງປະເມີນວຽກງານການສ້າງລັດ ທີ່ປົກຄອງດ້ວຍກົດໝາຍໃນຂົງເຂດປົກຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ປິດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ VII ແລະ ເປີດຮຽນຊຸດໃໝ່ ຂັ້ນກາງ ຮຸ່ນທີ VIII ແລະ ຂັ້ນຕົ້ນ ຮຸ່ນທີ X ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ ແລະ ຮັບຟັງການໂອ້ລົມຊີ້ນຳອັນສຳຄັນ ຈາກສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ, ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສຳເລັດ ກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວ

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສົມທົບກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວຈັດກອງປະຊຸມສໍາມະນາ ວິທະຍາສາດລະດັບກະຊວງຂຶ້ນໃນຕອນເຊົ້າ ຂອງວັນທີ 13 ມິ ຖຸນາ 2023, ທີ່ຫ້ອງປະຊຸມຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ທີ່ຫໍວັດ ທະນະທໍາແຫ່ງຊາດ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວ”. ໃຫ້ກຽດເປັນປະທານຊີ້ນໍາກອງປະຊຸມໂດຍ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ…

ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ

ໃນຕອນເຊົ້າ ຂອງວັນທີ 06 ມິຖຸນາ 2023 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ ຊັ້ນ 5) ນັກ​ສຶກ​ສາ​ປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ​​ ໄດ້​ເປີດ​ກອງ​ປະຊຸມຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ.​ ​ໃຫ້ກຽດເປັນປະທານໂດຍ: ສະຫາຍ ປອ ຄໍາໃບ ມາລາສິງ ກໍາມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ມີແຂກຖືກເຊີນ ແລະສະມາຊິກພັກນັກສຶກສາພາຍໃນຫ້ອງເຂົ້າຮ່ວມທັງໝົດຈຳນວນ 60 ສະຫາຍ, ຍິງ…

ທ່ານ ປອ ສົມບັດ ເຢ່ຍລີເຮີ ມອບປື້ມຜົນສໍາເລັດການຄົ້ນຄວ້າວິທະສາດ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2023 ທ່ານ ປອ ສົມບັດ ເຢ່ຍລີເຮີ ອະດີດການນຳພັກ-ລັດຂອງແຂວງໄຊສົມບູນ ໄດ້ນຳເອົາຜົນສຳເລັດການຄົ້ນຄວ້າວິທະຍາສາດປື້ມວິທະຍານິພົນຫົວຂໍ້໋: ພັດທະນານະຄອນຫຼວງວຽງຈັນ ຕາມທິດຕົວເມືອງຍືນຍົງ. ຊຶ່ງເປັນວິທະຍານິພົນປະລິນຍາເອກພາສາຫວຽດນາມແປເປັນພາສາລາວທີ່ ທ່ານ ປອ ສົມບັດ ເຢ່ຍລີເຮີ ເປັນນັກຄົ້ນຄວ້າຢູ່ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ໄລຍະ 2008-2010. ການມອບ-ຮັບດັ່ງກ່າວໂດຍແມ່ນ: ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດໄດ້ກ່າວເຖິງເນື້ອໃນ,…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ ໄລຍະ 6 ເດືອນ ຮຸ່ນທີ I

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນໄດ້ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ 6 ເດືອນ ຮຸ່ນທີ I ຂຶ້ນຢູ່ທີ່ສະໂມສອນໂຮງຮຽນຂອງຕົນ,ໂດຍການເປັນປະທານກອງປະຊຸມ ຂອງທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດທິດສະດີຂັ້ນແຂວງ, ທ່ານ ນ.…

ຂ່າວອື່ນໆ