ໃນວັນທີ 23 ຕຸລາ 2026 ຢູ່ຫ້ອງຮັບແຂກ ຫ້ອງວ່າການແຂວງຫຼວງພະບາງ, ສະຫາຍ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບ ຂອງສະຫາຍ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມຄະນະ.
ໃນໂອກາດນີ້ ສະຫາຍ ຄຳຫຼ້າ ລຽນປະດິດ ໄດ້ກ່າວຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມລາຍງານສະ ພາບລວມຂອງແຂວງ, ຈຸດພິເສດດ້ານພູມສັນຖານ, ວັດທະນະທຳ, ຮີດຄອງປະເພນີ ແລະ ການທ່ອງທ່ຽວ ເຊິ່ງເປັນຂະແໜງການສຳຄັນໃນການພັດທະນາເສດຖະກິດ, ສ້າງອາຊີບ ແລະ ລາຍຮັບໃຫ້ແກ່ປະຊາຊົນ. ພ້ອມນີ້, ຍັງໄດ້ແຈ້ງເຖິງຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານຫັນລົງຮາກຖານ ລວມທັງການປັບປຸງກົງຈັກການຈັດຕັ້ງຂັ້ນຕາແສງ.


ສ່ວນສະຫາຍ ປອ ອານຸພາບ ຕຸນາລົມ ໄດ້ແຈ້ງວ່າ ການມາແຂວງຫຼວງພະບາງຄັ້ງນີ້ ແມ່ນເພື່ອປະຕິບັດໜ້າທີ່ ໂດຍສຸມໃສ່ວຽກງານການຮຽນ-ການສອນ ດ້ານການເມືອງ ແລະ ການປົກຄອງ. ສະຫາຍເນັ້ນວ່າ ການຮຽນຮູ້ຕ້ອງມຸ່ງໃຫ້ເຂົ້າໃຈແນວທາງ ແລະ ມະຕິ ຂອງພັກຢ່າງເລິກເຊິ່ງ ແລະ ສາມາດນຳໄປໝູນໃຊ້ໃນຕົວຈິງ. ການຮຽນຮູ້ບໍ່ຈຳກັດສະເພາະຜູ້ດຳລົງຕຳແໜ່ງ ແຕ່ຍັງລວມເຖິງສະມາຊິກພັກ, ພະນັກງານ-ລັດຖະ ກອນ, ປະຊາຊົນ ແລະ ຜູ້ປະກອບການ.
ພ້ອມກັນນີ້, ສະຫາຍຍັງໄດ້ເນັ້ນໃຫ້ແຂວງຫຼວງພະບາງ ເອົາໃຈໃສ່ອະນຸລັກຮັກສາຄຸນຄ່າ ຂອງເມືອງມໍລະດົກໂລກ, ຮີດຄອງປະເພນີ, ແຫຼ່ງທ່ອງທ່ຽວ, ວັດທະນະທຳ ແລະ ທຳມະຊາດ ພ້ອມທັງຮັກສາຄວາມສະຫງົບ ແລະ ປອດໄພ ເພື່ອສົ່ງເສີມການທ່ອງທ່ຽວໃຫ້ຍືນຍົງ.
————————-
ພາບ-ຂ່າວ: ຊີມເມກ ເຮືອນແກ້ວ