Month: September 2023

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການພົບປະຢ້ຽມຢາມຂອງ ສະຖາບັນການເມືອງເຂດ 1 ສສ ຫວຽດນາມ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການພົບປະຢ້ຽມຢາມຂອງຄະນະຜູ້ແທນ ສະຖາບັນການເມືອງເຂດ 1 ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 19 ກັນຍາ 2023, ໂດຍການນຳພາຄະນະຂອງ ທ່ານ ປອ ນ. ຟາມ ທິຫງັອກຊຸງ ຮອງຫົວໜ້າສະຖາບັນການເມືອງເຂດ 1 ສສ ຫວຽດນາມ ພ້ອມດ້ວຍຄະນະ 4 ທ່ານ, ເປັນກຽດຕ້ອນຮັບໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ປິດການຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງຮຸ່ນທີ XIII

ໃນວັນທີ 20 ກັນຍາ 2023 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ປິດການຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງຮຸ່ນທີ XIII, ເປັນກຽດເຂົ້າຮ່ວມໂດຍ: ສະຫາຍ ວຽງສະຫວັດ ສີພັນດອນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ, ພິທີດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄໍາພັນ ເຈຍອາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ແລະ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສືບຕໍ່ບຳລຸງຍົກລະດັບພາສາຈີນໃຫ້ພະນັກງານ, ຄູ-ອາຈານ

ສະຖາບັນຂົງຈືໄດ້ຮັບການສ້າງຕັ້ງເປັນເວລາ 13 ປີເປັນຕົ້ນມາ ໄດ້ເຮັດໜ້າທີ່ໃນການພັດທະນາການຮຽນ-ການສອນພາສາຈີນ, ມາຮອດປັດຈຸບັນສາມາດສ້າງບຸກຄະລາກອນທີ່ມີຄວາມຮູ້ທາງດ້ານພາສາຈີນຫຼາຍກວ່າ 4 ໝື່ນກວ່າຄົນ, ສະຖາບັນຂົງຈືຖືເປັນເວທີແຫ່ງການແລກປ່ຽນວັດທະນະທໍາ, ການສຶກສາຂອງສອງປະເທດລາວ-ຈີນ ຊື່ງນັບແຕ່ວັນທີ 12 ມີນາ 2014 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດຊຸດເຝິກອົບຮົມຄັ້ງທໍາອິດ ມາເຖິງປັດຈຸບັນ ສະຖາບັນຂົງຈືໄດ້ສົ່ງອາຈານຜູ້ທີ່ມີປະສົບການໃນການສິດສອນຢູ່ ສມປຊ ແລະມີພະນັກງານ, ຄູ-ອາຈານ ຂອງ ສມປຊ ເຂົ້າຮຽນຈໍານວນຫຼາຍ ນັ້ນກໍ່ຄືຜົນສໍາເລັດທີ່ຍາດມາໄດ້.…

ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າພົບປະ, ຢ້ຽມຢາມຂອງຫົວໜ້າອົງການໄຈກາ ປະຈຳ ສປປ ລາວ

ໃນຕອນແລງວັນທີ 15 ກັນຍາ ທ່ານ ນ. ຟູທາໂມໂຕ ຢູໂກ ເລຂາເອກຜູ້ຮັບຜິດຊອບພະແນກການເມືອງຂອງສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ນຳພາ ທ່ານ ນາກາເຊະ ໂທຊິໂອະ ຫົວໜ້າອົງການ ໄຈກາ JICA ປະຈໍາ ສປປ ລາວ ເຂົ້າພົບປະ, ຢ້ຽມຢາມ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ…