ໃນວັນທີ 20 ກັນຍາ 2023 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ປິດການຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງຮຸ່ນທີ XIII, ເປັນກຽດເຂົ້າຮ່ວມໂດຍ: ສະຫາຍ ວຽງສະຫວັດ ສີພັນດອນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ, ພິທີດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄໍາພັນ ເຈຍອາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ແລະ ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະໂຮງຮຽນ ແລະແຂກຖືກເຊີນ ພ້ອມດ້ວຍພະນັກງານ, ຄູ-ອາຈານ, ຕະຫຼອດຮອດນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

         ໂດຍປະຕິບັດຕາມຂໍ້ກໍານົດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ເປີດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງຮຸ່ນທີ XIII ເຊິ່ງໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ເລີ່ມຕົ້ນການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງຮຸ່ນທີ XIII ເລີ່ມຮຽນມາແຕ່ວັນທີ 14 ມີ​ຖຸນາ 2022 ໃຊ້ເວລາທັງໝົດ 15 ເດືອນ, ໂດຍໄດ້ປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນ ທີ່ທາງ ສມປຊ ທີ່ໄດ້ກຳນົດໄວ້ ແລະໄດ້ແຕ່ງຕັ້ງວິຊາການຮັບຜິດຊອບແຕ່ລະກຸ່ມວິຊາຮຽນ, ມີການຈັດຕາຕະລາງປະຈຳແຕ່ລະພາກຮຽນ ແລະປະຈຳອາທິດ, ພົວພັນອາຈານພາຍໃນ ແລະອາຈານຮັບເຊີນຂຶ້ນຫ້ອງເປັນປົກກະຕິ, ຈັດຕັ້ງການສອບເສັງພາກຂຽນ ແລະພາກປາກເປົ່າ (ລະດັບ ສມປຊ) ຕາມໂຄງການຫຼັກສູດທີ່ໄດ້ກຳນົດໄວ້. ຈັດຕັ້ງໃຫ້ມີຄະນະຈຸພັກ, ຄະນະຫ້ອງ, ຄະນະໜ່ວຍຄົ້ນຄ້ວາ ແລະແຕ່ງຕັ້ງຄູປະຈຳຫ້ອງນຳພາ-ຊີ້ນຳການຄົ້ນຄວ້າຮ່ຳຮຽນຕົວຈິງ.

– ໄດ້ຈັດຕາຕະລາງອາຈານຂຶ້ນຫ້ອງ ແຕ່ລະບົດໃນແຕ່ລະວິຊາ, ຕິດຕາມການຂຶ້ນຫ້ອງຂອງຄູ-ອາຈານແຕ່ລະວິຊາ ເປັນປົກກະຕິ.ຜ່ານການຈັດຕັ້ງປະຕິບັດການຮ່ຳຮຽນຕົວຈິງມີ 29 ວິຊາ ແລະໄດ້ຈັດເປັນ 3 ໝວດວິຊາຄື:

+ ໝວດວິຊາ: ຄວາມຮູ້ທົ່ວໄປ ປະກອບມີ: 14 ວິຊາ ກວມເອົາ 48, 27%;

+ ໝວດວິຊາ: ເຕັກນິກທົ່ວໄປມີ: 7 ວິຊາ ກວມເອົາ 24,13%;

+ ໝວດວິຊາສະເພາະ ມີ: 7 ວິຊາ ກວມເອົາ 3, 44%.

– ບັນດາໝວດວິຊາດັ່ງກ່າວໄດ້ຈັດແບ່ງອອກເປັນ 3 ພາກຮຽນຄື:

+ ພາກຮຽນທີ I: ມີ 11 ວິຊາ ມີ 448 ຊົ່ວໂມງ ເທົ່າກັບ 28 ໜ່ວຍກິດ;

+ ພາກຮຽນທີ II: ມີ 11 ວິຊາມີ 496 ຊົ່ວໂມງ ເທົ່າກັບ 31 ໜ່ວຍກິດ;

+ ພາກຮຽນທີ III: ມີ 7 ວິຊາມີ 336 ຊົ່ວໂມງເທົ່າກັບ 21 ໜ່ວຍກິດ.

ໃນນີ້ມີ 6 ວິຊາຫຼັກ ທີ່ໄດ້ຈັດຕັ້ງການສອບເສັງພາກປາກເປົ່າຄື: ວິຊາປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ການປົກຄອງ, ລັດທິສັງຄົມນິຍົມວິທະຍາສາດ, ກໍ່ສ້າງພັກ ແລະວິຊາ ຂົນຂວາຍ-ກໍ່ສ້າງຮາກຖານການເມືອງ. ລວມທັງໜົດ 3 ພາກຮຽນເທົ່າກັບ 1.299 ຊົ່ວໂມງເທົ່າກັບ 80 ໜ່ວຍກິດ, ຈາກການຈັດຕັ້ງປະຕິບັດຕົວຈິງ ຮຸ່ນຮຽນທີ XIII ນີ້ໃຊ້ເວລາທັງໝົດ 1.670 ຊົ່ວໂມງ, ໃນນີ້ຊົ່ວໂມງຂຶ້ນຫ້ອງບັນຍາຍທັງໝົດ 621 ຊົ່ວໂມງ ລາຍງານເພີ່ມ 07 ຊົ່ວໂມງ, ກຽມສຳມະນາ 96 ຊົ່ວໂມງ, ສຳມະນາລວມໝູ່ 168 ຊົ່ວໂມງ, ທວນເສັງ 420 ຊົ່ວໂມງ ແກ້ຂໍ້ຂ້ອງໃຈ 24 ຊົ່ວໂມງ, ສອບເສັງຂຽນມີ 84 ຊົ່ວໂມງ, ສອບເສັງປາກເປົ່າ 42 ຊົ່ວໂມງ,  ທັດສະນະສຶກສາ 42 ຊົ່ວໂມງ, ເກັບກຳຂໍ້ມູນ ແລະຂຽນບົດ 166 ຊົ່ວໂມງ, ໃນນີ້ອາຈານພາຍໃນຂຶ້ນຫ້ອງສອນກວມເອົາ 90% ອາຈານຮັບເຊີນຂຶ້ນຫ້ອງສອນ 10% ການປະຕິບັດຊົ່ວໂມງການສິດສອນຕົວຈິງຂອງຮຸ່ນຮຽນນີ້ລື່ນໂຄງການຫຼັກສູດ 390 ຊົ່ວໂມງ. ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນຕົວຈິງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ໄດ້ຈັດຕັ້ງປະຕິບັດຕາມຈຳນວນໜ່ວຍກິດ ແລະຈຳນວນຊົ່ວໂມງໃນຫຼັກສູດເຊິ່ງໄດ້ຈັດແບ່ງໃຫ້ ບັນດາອາຈານສອນ ຢູ່ພາຍໃນ ແລະ ອາຈານຮັບເຊີນໃຫ້ຕິດພັນກັບວິຊາສະເພາະ ຂອງອາຈານແຕ່ລະທ່ານ. ມີຄູ-ອາຈານຂຶ້ນຫ້ອງສອນທັງໝົດ 33 ທ່ານ, ຍິງ 5 ທ່ານ.ໃນນັ້ນ, ມີອາຈານພາຍໃນສິດສອນຕົວຈິງ 23 ທ່ານ, ຍິງ 5 ທ່ານ, ອາຈານຮັບເຊີນ 13 ທ່ານ (ນັບທັງລາຍງານເພີ່ມ).

ຈາກຜົນງານ ແລະຜົນສໍາເລັດຂອງຄົ້ນຄ້ວາຮໍ່າຮຽນຂອງນັກສຶກສາ ຄະແນນເກຼດ A 32 ທ່ນ, ຍິງ 5 ທ່ານ, ຄະແນນເກຼດ B+ 17 ທ່ານ, ຍິງ 10 ທ່ານ, ຄະແນນເກຼດ B ຍິງ 1 ທ່ານ ແລະ ຄັດເລືອກນັກສຶກສາຮຽນດີ-ຮຽນເກັ່ງດັ່ງນີ້: ປະ​ເພດ​ 1 ມີ 2 ທ່ານ, ຍິງ 1 ທ່ານ, ປະ​ເພດ 2 ມີ 2 ທ່ານ, ຍິງ 0 ທ່ານ; ນັກສຶກສາດີເດັ່ນຮອບດ້ານປະ​ເພດ 1ມີ 27 ທ່ານ, ຍິງ 9 ທ່ານ; ປະ​ເພດ 2 ມີ 16 ທ່ານ, ຍິງ 5 ທ່ານ.

ໄປຄຽງຄູ່ຜົນສໍາເລັດການຮໍ່າຮຽນຂອງນັກສຶກສາແລ້ວ; ກໍ່ໄດ້ປະເມີນຄູ-ອາຈານສອນດີ-ສອນເກັ່ງ, ເຫັນວ່າຜົນການປະເມີນຕົວຈິງຈາກນັກສຶກສາມີດັ່ງນີ້: ມີຈໍານວນຄູ-ອາຈານສອນດີ-ສອນເກັ່ງປະເພດ I ມີ 11 ທ່ານ, ຍິງ 3 ທ່ານ ກວມ 57,89%, ປະເພດ II ມີ 8 ທ່ານ, ຍິງ 1 ທ່ານ ກວມ 42,10%.

ເນື່ອງໃນໂອກາດນີ້ກໍ່ໄດ້ມອບໃບປະກາສະນີຍະບັດໃຫ້ນັກສຶກສາທີ່ຮຽນຈົບທິດສະດີການເມືອງ-ການປົກຄອງລະບົບຊັ້ນກາງຮຸ່ນທີ XIII ຢ່າງເປັນທາງການ.ໃຫ້ກຽດມອບໂດຍ: ສະຫາຍ ປທ ນ.ບຸນມີ ຈຸນລະຈັກ. ໃນພິທີໄດ້ມອບໃບຊົມເຊີຍບຸກຄົນທີ່ປະກອບສ່ວນວັດຖຸປັດໄຈໃຫ້ກັບໂຮງຮຽນ ແລະຍ້ອງຍໍນັກສຶກສາຮຽນດີຮຽນເກັ່ງ, ດີເດັ່ນຮອບດ້ານໂດຍກ່າວມອບຂອງ ສະຫາຍ ປອ ຄໍາພັນ ເຈຍອາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ  ແລະ ການປົກຄອງແຂວງ.

ໂອກາດດັ່ງກ່າວນັ້ນ,  ສະຫາຍ ວຽງສະຫວັດ ສີພັນດອນ, ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ແຂວງຫຼວງນໍ້າທາໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບຄູ-ອາຈານ ແລະນັກສຶກສາທີ່ໄດ້ສຸມໃສ່ຕໍ່ການຮຽນ-ການສອນ ຈົນສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານຕາມລະດັບຄາດໝາຍ ແລະເໜັ້ນໜັກໃຫ້ກຳແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະກໍຄືແຂວງຫຼວງນ້ຳທາໃຫ້ມີຄວາມສີວິໄລຂຶ້ນເລື້ອຍໆ.

ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກຳ
ບັນນາທິການ: ປທ ບຸນປັນ ສຸມຸນທອງ