ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງການປະຖົມນິເທດນັກສຶກສາໃໝ່ ສົກຮຽນ 2026-2027
ໃນວັນທີ 1 ຕຸລາ 2026, ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ ປະຈຳສົກຮຽນ 2026-2027. ການປະຖົມນິເທດຄັ້ງນີ້ ແມ່ນມີຄວາມສຳຄັນ ໃນການກຽມຄວາມພ້ອມທາງດ້ານແນວຄິດການເມືອງ, ທັດສະນະຫຼັກໝັ້ນ ແລະລະບຽບວິໄນໃນການດໍາລົງຊີວິດ ຢູ່ ສມປຊ. ນັກສຶກສາທີ່ມາຮຽນແມ່ນພະນັກງານນຳພາ-ຄຸ້ມຄອງ ທີ່ຖືກຄັດເລືອກມາຈາກບັນດາກະຊວງ, ອົງການ ແລະທ້ອງຖິ່ນຕ່າງໆໃນທົ່ວປະເທດ. ການປະຖົມນິເທດໃນຄັ້ງນີ້ລວມມີ 3 ລະບົບຄື: ລະ ບົບປະລິນຍາໂທ ຮຸ່ນທີ 22…
