ໃນຕອນແລງວັນທີ 23 ຕຸລາ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີປິດຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ IX (ໄລຍະ 10 ວັນ, ວັນທີ 12-23 ຕຸລາ 2026) ຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວໂອ້ລົມປິດຊຸດອົບຮົມຂອງ ທ່ານ ນາງ ສີໃສ ລືເດດມູນສອນ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມນີ້ ມີທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ, ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ພ້ອມດ້ວຍຄະນະພັກ, ຄະນະນຳ, ຄະນະຮັບຜິດຊອບ, ວິທະຍາກອນ ແລະ ບັນດາສະຫາຍເລຂາພັກເມືອງ-ຮອງເລຂາພັກເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຊຸດຝຶກອົບຮົມຄັ້ງນີ້ ເປັນຊຸດທຳອິດພາຍຫຼັງສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງດຳເນີນໄປໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ ແລະ ປວງຊົນລາວທັງຊາດ ພູມໃຈຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3.


ໃນພິທີ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຮອງຫົວໜ້າ ສມປຊ ໄດ້ຕາງໜ້າຄະນະຮັບຜິດຊອບ ຂຶ້ນລາຍງານຜົນໄດ້ຮັບ ແລະ ການປະເມີນຜົນການຮຽນ-ການສອນ ເຊິ່ງຜົນການປະເມີນລວມຢູ່ໃນລະດັບ “ດີຫຼາຍ” (ຄ່າສະເລ່ຍ 4,60). ຜ່ານການຮຽນ, ເຮັດໃຫ້ຜູ້ເຂົ້າຮ່ວມມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ກ້າຄິດ, ກ້າຕັ້ງບັນຫາ, ກ້າຮັບຜິດຊອບ ໃນການນຳພາ-ຊີ້ນຳວຽກງານ.


ໂອກາດອັນທີ່ມີຄວາມໝາຍຢ່າງຍິ່ງນີ້, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດໂອ້ລົມ ແລະ ທິດຊີ້ນຳຢ່າງເລິກເຊິ່ງ. ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງຊຸດຝຶກອົບຮົມ ແລະ ໄດ້ເນັ້ນໃຫ້ບັນດາເລຂາພັກເມືອງ ເອົາໃຈໃສ່ຜັນຂະຫຍາຍບົດຮຽນ ແລະ ທິດສະດີເຂົ້າສູ່ໜ້າວຽກຕົວຈິງຢູ່ທ້ອງຖິ່ນຕົນ ດັ່ງນີ້:

  1. ໝູນໃຊ້ຄວາມຮູ້ເຂົ້າໃນການນຳພາ-ຊີ້ນຳຕົວຈິງຢ່າງປະດິດສ້າງ: ຕ້ອງລົບລ້າງແນວຄິດຮັກສາເດີມ, ຄອງຄອຍ, ເອື່ອຍອີງຂັ້ນເທິງ, ເວົ້າຫຼາຍ-ເຮັດໜ້ອຍ. ຕ້ອງກຳແໜ້ນວິທີວິທະຍາປະຕິວັດ, ແນວທາງຂອງພັກ, ນະໂຍບາຍຂອງລັດ, ແນວຄິດປະທານ ໄກສອນ ພົມວິຫານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍຖືເອົາຜົນປະໂຫຍດລວມຂອງຊາດເປັນອັນຕັດສິນ.
  2. ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເອກະພາບສູງຕໍ່ການປ່ຽນແປງໃໝ່: ກໍາແໜ້ນລະບົບການຊີ້ນຳ-ຄຸ້ມຄອງບໍລິຫານຢູ່ຂັ້ນທ້ອງຖິ່ນ, ການປະຕິບັດຂໍ້ກຳນົດ ເລກທີ 03/ຄລສພ ກ່ຽວກັບສິດ, ໜ້າທີ່, ແບບແຜນວິທີເຮັດວຽກ ແລະ ລະບອບການພົວພັນ ລະຫວ່າງ ເລຂາຄະນະພັກ ກັບ ປະທານຄະນະກຳມະການປົກຄອງເມືອງ-ນະຄອນ. ເດັດດ່ຽວປະຕິບັດຫຼັກການ “ລວມສູນປະຊາທິປະໄຕ” (ປຶກສາຫາລື-ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມຂຶ້ນກັບຂັ້ນເທິງ) ເພື່ອຮັບປະກັນການນຳພາ-ຄຸ້ມຄອງຢູ່ທ້ອງຖິ່ນ ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ມີປະສິດທິພາບ.
  3. ສຸມໃສ່ການສ້າງຕັ້ງ ແລະ ບໍລິຫານຕາແສງ: ເອົາໃຈໃສ່ປະຕິບັດຕາມລັດຖະທຳມະນູນ (ສະບັບເລກທີ 77/ສພຊ) ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບເລກທີ 78/ສພຊ); ສູ້ຊົນສ້າງຕັ້ງຕາແສງໃຫ້ສຳເລັດ ເພື່ອບໍລິການປະຊາຊົນ. ສຸມໃສ່ກໍ່ສ້າງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຂະຫຍາຍສະມາຊິກພັກຢູ່ບັນດາບ້ານ (ເຊິ່ງເປັນອົງການຈັດຕັ້ງຊຸມຊົນ) ໃຫ້ມີຄຸນນະພາບ ເພື່ອຮັບປະກັນບົດບາດເປັນແກນນໍາ ແລະ ປັບປຸງກົງຈັກລັດ-ອົງການຈັດຕັ້ງມະຫາຊົນຢູ່ຮາກຖານໃຫ້ມີປະສິດທິພາບ.
  4. ເສີມຂະຫຍາຍລັກສະນະແບບຢ່າງນຳໜ້າ: ໃນຖານະເປັນພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງ, ຕ້ອງຮັກສາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ບໍ່ທໍ້ຖອຍຕໍ່ຄວາມຫຍຸ້ງຍາກ, ກ້າຄິດ, ກ້າເຮັດ, ກ້າປ່ຽນແປງໃໝ່ ແລະ ປະດິດສ້າງ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
    ພ້ອມດຽວກັນນີ້, ທ່ານ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງໄດ້ມອບໃຫ້ຄະນະຮັບຜິດຊອບ ສືບຕໍ່ສ້າງແຜນຈັດຕັ້ງຝຶກອົບຮົມໃຫ້ບັນດາເລຂາພັກເມືອງໃນທົ່ວປະເທດໃຫ້ຄົບທຸກສະຫາຍ, ພ້ອມທັງປັບປຸງເນື້ອໃນຫຼັກສູດ ແລະ ແຜນງົບປະມານໃຫ້ສົມບູນ, ເນັ້ນໃສ່ການສ້າງຄວາມເປັນເອກະພາບໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ.
    ————————-
    ຂ່າວ/ພາບ: ຕາອັອດ ແສນທະວີສຸກ
    ບັນນາທິການ: ວຽງສະຫວັນ ຈັນທະວິໄຊ