ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການພົບປະຢ້ຽມຢາມຂອງຄະນະຜູ້ແທນ ສະຖາບັນການເມືອງເຂດ 1 ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 19 ກັນຍາ 2023, ໂດຍການນຳພາຄະນະຂອງ ທ່ານ ປອ ນ. ຟາມ ທິຫງັອກຊຸງ ຮອງຫົວໜ້າສະຖາບັນການເມືອງເຂດ 1 ສສ ຫວຽດນາມ ພ້ອມດ້ວຍຄະນະ 4 ທ່ານ, ເປັນກຽດຕ້ອນຮັບໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າງໆ.

ການພົບປະໃນຄັ້ງນີ້, ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ຄະນະຜູ້ແທນພ້ອມຄະນະທີ່ໄດ້ພົບປະຢ້ຽມຢາມໃນຄັ້ງນີ້ ຊຶ່ງເປັນບາດກ້າວສຳຄັນໃນການພົວພັນ ແລະຮ່ວມມືກັນ ທີ່ໄດ້ສືບຕໍ່ມາໂດຍຕະຫຼອດບໍ່ວ່າຈະເປັນ ການຄົ້ນຄວ້າວິທະຍາສາດ, ການຮຽນ-ການສອນ ແລະເຝິກອົບຮົມ ເພື່ອປະກອບສ່ວນອັນໜຶ່ງໃນການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະທ່ານ ປອ ນ. ຟາມ ທິຫງັອກຊຸງ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ທີ່ໄດ້ຮັບການຕ້ອນຮັບ ແລະມີຄວາມດີໃຈເປັນພິເສດ ທີ່ທັງສອງຝ່າຍພວກເຮົາໄດ້ເປີດກອງປະຊຸມແລກປ່ຽນບົດຮຽນດ້ວຍກັນ.

ຫຼັງຈາກຄະນະຜູ້ແທນໄດ້ສຳເລັດການພົບປະຄະນະນຳ ສມປຊ ຕໍ່ຈາກນັ້ນ, ກໍໄດ້ສືບຕໍ່ເປີດກອງປະຊຸມແລກປ່ຽນບົດຮຽນ ຢູ່ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ລະຫວ່າງ ສມປຊ ແລະ ສະຖາບັນການເມືອງເຂດ 1 ສສ ຫວຽດນາມ ຊຶ່ງຝ່າຍ ສມປຊ ນຳໂດຍ ທ່ານ ປອ ຄຳໃບ ມາລາສິງ ຄະນະບໍລິຫານງານພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ພ້ອມດ້ວຍຄະນະ ແລະຝ່າຍ ສະຖາບັນການເມືອງເຂດ 1 ສສ ຫວຽດນາມ ນຳໂດຍ ທ່ານ ປອ ນ. ຟາມ ທິຫງັອກຊຸງ ພ້ອມດ້ວຍຄະນະ.

ໃນພິທີການແລກປ່ຽນບົດຮຽນ, ທັງສອງຝ່າຍໄດ້ຍົກຜົນງານການເຄື່ອນໄຫວ ແລະຂໍ້ສະເໜີແລກປ່ຽນ ແຜນການຮ່ວມມືຈັດຕັ້ງເຝິກອົບຮົມໃຫ້ພະນັກງານ, ຄູ-ອາຈານ ຮ່ວມກັນ, ການຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າປຶກສາຫາລືໃນຂົງເຂດການຮຽນ-ການສອນ,  ການກໍ່ສ້າງພະນັກງານຫຼັກແຫຼ່ງ, ການກໍ່ສ້າງພະນັກງານ ນຳພາ-ຄຸ້ມຄອງຂັ້ນຕ່າງໆ.

ກອງປະຊຸມແລກປ່ຽນຄັ້ງນີ້, ເປັນຂີດໝາຍສຳຄັນອັນໜຶ່ງຂອງການສືບຕໍ່ການແລກປ່ຽນທາງດ້ານວິທະຍາສາດ, ປະສານສົມທົບ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພັດທະນາສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງສະຖາບັນ ແລະ ຍົກສູງຄວາມສາມາດຂອງຖັນແຖວພະນັກງານທີ່ເຮັດວຽກງານຄຸ້ມຄອງ, ຄົ້ນຄວ້າວິທະຍາສາດ ແລະ ການສິດສອນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາພາຍໃນປະເທດ ແລະ ການເຊື່ອມໂຍງສາກົນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ