ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ໄດ້ສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ລະບົບ ຊັ້ນກາງ ຮຸ່ນທີ XIII ແລະປີດຊຸດຮຽນທິດສະດີການເມືອງ ຂັ້ນ​ຕົ້ນຮຸ່ນທີ I ໃນວັນທີ 26 ກັນຍາ 2023, ເປັນກຽດເຂົ້າຮ່ວມໃນພິທີໂດຍ:  ທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆຈຳປາສັກ ແລະໃຫ້ກຽດປະທານໂດຍ: ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ສະ​ຫາຍ ສີ​ປະ​ທຸມ​ມາ ຈັນ​ພອນ​ເພັດ ເລ​ຂາ​ໜ່ວຍ​ພັກ, ຫົວ​ໜ້າ​ໂຮງ​ຮຽນ​ການ​ເມືອງ-ການ​ປົກ​ຄອງແຂວງຈຳ​ປາ​ສັກ, ມີບັນດາກຳມະການພັກແຂວງ, ມີ​ຕາງ​ໜ້າ​ບັນ​ດາ​ພະ​ແນກ​ການ, ຂະແໜງການ, ພາກ​ສ່ວນ​ຕ່າງໆຂອງ​ແຂວງ.

ໃນພິທີໄດ້ຮັບຟັງການສະຫຼຸບລາຍງານຈາກ ສະ​ຫາຍ ສີ​ປະ​ທຸມ​ມາ ຈັນ​ພອນ​ເພັດ ຊຶ່ງທ່ານໄດ້ລາຍງານວ່າ: ຊຸດຮຽນທິດສະດີຂັ້ນ​ຕົ້ນຮຸ່ນທີ I ແມ່ນໄດ້ຈັດຕັ້ງປະຕິບັດການຮຽນ-ການສອນແຕ່ວັນທີ 27 ມິຖຸນາ 2023 ແມ່ນສຳເລັດຕາມໂຄງການ ແລະສຳເລັດການປ້ອງກັນບົດເກັບກ່ຽວໃນຄັ້ງວັນທີ 10-11 ກັນຍາ 2020 ຕາມໂຄງການຫຼັກສູດ, ໃນໂຄງການຫຼັກສູດຊຸດຮຽນລະບົບຂັ້ນຕົ້ນ 3 ເດືອນ ໄດ້ຈັດຕັ້ງປະຕິບັດການຄົ້ນຄວ້າຮ່ຳຮຽນໄລຍະ 3 ເດືອນ, ການຮຽນ-ການສອນແມ່ນໄດ້ນໍາໃຊ້ຮູບແບບວິທີບັນຍາຍ, ສຳມະນາ, ແກ້ຂໍ້ຂ້ອງໃຈ, ຂຽນບົດລາຍງານ, ທັດສະນະສຶກສາ ລວມທັງໝົດ: 368 ຊົ່ວໂມງແບ່ງອອກເປັນ 5 ກຸ່ມວິຊາ ແລະມີ 10 ວິຊາ. ມາຮອດປັດຈຸບັນ ແມ່ນສໍາເລັດການຮຽນ-ການສອນ, ການຂຽນບົດຈົບຊັ້ນ ແລະ ປ້ອງກັນບົດ ສຳເລັດ 100%.

ນອກນັ້ນ, ສະຫາຍຍັງໄດ້ຍົກໃຫ້ເຫັນຜົນສຳເລັດຂອງຊຸດຮຽນລະບົບຊັ້ນກາງຮຸ່ນທີ XIII ທີ່ໄດ້ຕົກລົງອະນຸມັດເປີດຊຸດຮຽນຂອງຫົວໜ້າ ສມປຊ, ສະບັບເລກທີ 619 /ສມປຊ, ລົງວັນທີ 17 ພຶດສະພາ 2022, ຊຶ່ງຮຸ່ນດັ່ງກ່າວໄດ້ຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນແມ່ນມີ 80 ໜ່ວຍກິດ, ເທົ່າກັບ 1.280 ຊົ່ວໂມງ, ຊຶ່ງນໍາໃຊ້ເວລາຂຶ້ນຫ້ອງບັນລະຍາຍ 714 ຊົ່ວໂມງ; ເວລາກະກຽມສຳມະນາ 115 ຊົ່ວໂມງ, ສຳມະນາ 116 ຊົ່ວໂມງ; ຄົ້ນຄວ້າທວນຄືນ 86 ຊົ່ວໂມງ; ແກ້ຂໍ້ຂ້ອງໃຈ 42 ຊົ່ວໂມງ; ສອບເສັງຂຽນ 124 ຊົ່ວໂມງ; ສອບເສັງປາກເປົ່າ (ສອບເສັງລະດັບ ສມປຊ) 42 ຊົ່ວໂມງ; ທັດສະນະສຶກສາ 43 ຊົ່ວໂມງ, ຜ່ານການຄົ້ນຄວ້າຮໍ່າຮຽນໃນໄລຍະຜ່ານມາສາມາດປ້ອງກັນບົດຈົບຊັ້ນໄດ້ເກຼດ A ມີ 44 ທ່ານ, ຍິງ 4ທ່ານ, ເກຼດ B+ມີ 9 ທ່ານ, ຍິງ 1 ທ່ານ.

ເພື່ອເປັນການຢັ້ງຢືນເຖິງຄວາມສຳເລັດທີ່ຍາດມາໄດ້ນັ້ນ ປະທານພິທີໄດ້ເປັນກຽດມອບໃບປະກາສະນີຍະບັດໃຫ້ນັກສຶກສາຊັ້ນກາງ ແລະມອບໃບຢັ້ງຢືນທິດສະດີຂັ້ນຕົ້ນໄວ້ເປັນເອກະສານອ້າງອີງຕໍ່ກັບພາກສ່ວນກ່ຽວຂ້ອງ.

ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຈາກ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງ, ທາງດ້ານຄຸນສົມບັດ – ສິນທໍາປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ກຳແໜ້ນທາງດ້ານທິດສະດີການເມືອງໃຫ້ໜັກແໜ້ນ, ເສີມຂະຫຍາຍແນວຄິດດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນ, ດ້ວຍຈິດໃນເພີ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ໜັກແໜ້ນ, ພ້ອມກັນນຳເອົາບົດຮຽນທີ່ໄດ້ຮຽນໃນຄັ້ງນີ້ໄປໝູນໃຊ້ຢູ່ໃນກົມກອງຂອງຕົນເອງໃຫ້ປະກົດຜົນເປັນຈິງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ