ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສະພາແຫ່ງຊາດ ເຜີຍແຜ່ຜົນສຳເລັດການຄົ້ນຄວ້າວິທະຍາສາດ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະດັບຫຼຽນໄຊ ແລະຫຼຽນກາ ໃຫ້ແກ່ການນໍາ, ພະນັກງານ, ຄູ-ອາຈານ ແລະກົມກອງລວມໝູ່ ຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕາງໜ້າໃຫ້ພັກ-ລັດ ແຫ່ງ ສປປ ລາວ ເດີນທາງໄປ ສສຫວຽດນາມ ເພື່ອຈັດຕັ້ງພິທີປະດັບຫຼຽນໄຊ, ຫຼຽນກາ ເຊິ່ງເປັນຫຼຽນຂັ້ນສູງ ຂອງ ສປປ ລາວ ໃຫ້ແກ່ກົມກອງ, ການນໍາ ແລະພະນັກງານ, ຄູ-ອາຈານ ຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດແຫ່ງ ການພົວພັນລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962 –…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບໃບຢັ້ງຢືນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I

         ນັກສຶກສາ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ໄດ້ສຳເລັດການສຶກສາຮ່ຳຮຽນເປັນໄລະຍະເວລາ 3 ເດືອນ ( 15 ສິງຫາ-15 ພະຈິກ), ຫຼັກສູດທິດສະດີການເມືອງຂັ້ນຕົ້ນເປັນຫຼັກສູດ ທີ່ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ເປົ້າ​ໝາຍ​ຜູ້​ເຂົ້າ​ຮຽນມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການກໍຄືພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດຕໍ່​ປະ​ຊາ​ຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກໆ ວຽກງານທີ່ຕົນຮັບຜິດຊອບ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງຕົນນັບມື້ນັບມີຄຸນນະພາບສູງຂຶ້ນ.          ສະນັ້ນ,…

ກອງປະຊຸມສໍາມະນາແລກປ່ຽນການຄົ້ນຄວ້າວິທະຍາສາດ ລະຫ່ວາງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນພັກແຂວງຢູນນານ

         ພັກປະຊາຊົນປະຕິວັດລາວ ໄດ້ກໍາເນີດເກີດຂຶ້ນໂດຍສືບທອດພາລະກິດຂອງພັກກອມມູນິດອິນດູຈີນ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງນໍາພາກໍ່ຕັ້ງ, ທະນຸບໍາລຸງ, ກໍ່ສ້າງ ແລະປັບປຸງໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ເພື່ອສືບຕໍ່ພາລະກິດດັ່ງກ່າວ ຍາມໃດພັກເຮົາກໍໄດ້ຢັ້ງຢືນວ່າ: “ການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກ ງານເປັນອັນຕັດສິນການປະຕິບັດຍຸດທະສາດພັດທະນາປະເທດຊາດ” ໃນນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນອົງການວິຊາການ ທີ່ເຮັດໜ້າທີ່ໃນການກໍ່ສ້າງ, ບຳລຸງພະນັກງານຂັ້ນກາງ, ຂັ້ນສູງທາງດ້ານທິດສະດີການ ເມືອງໃຫ້ແກ່ອົງການຈັດຕັ້ງພັກ, ລັດ ໃນລະບົບການເມືອງ, ເປັນສູນກາງໃນການຄົ້ນຄວ້າລັດທິມາກ-ເລນິນ, ແນວຄິດ ໄກ ສອນ…

ພິທີປິດເຝິກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ແກ່ເລຂາພັກເມືອງແລະຄະນະປະຈໍາພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ V

         ຫຼັກ​ສູດຊຸດເຝິກອົບຮົມທິດສະດີການເມືອງ ແລະການບໍລິຫານຄຸ້ມຄອງລັດ ໃຫ້ແກ່ເລຂາພັກເມືອງ ແລະຄະນະປະຈໍາພັກເມືອງໃນຂອບເຂດທົ່ວປະເທດ ຊຸດທີ V ແມ່ນນອນຢູ່ໃນໂຄງການເຝິກອົບຮົມ ປະຈໍາປີ 2022 ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຂອງກະຊວງພາຍໃນ; ເນື້ອໃນ​ຫຼັກສູດ​ຊຸດຝຶກອົບຮົມໄດ້ແບ່ງອອກເປັນ 2 ທິດສະດີຄື: ທິດສະດີການເມືອງ ແລະທິດສະດີການບໍລິຫານຄຸ້ມຄອງລັດ ໃຊ້ເວລາ​ເຝິກ​ອົບຮົມ​ຕົວຈິງທັງ​ໝົດ 15 ວັນ ຫຼື  105 ຊົ່ວ​ໂມງ, ໃນນີ້ທິດສະດີການເມືອງປະກອບ​ມີ 16 ຫົວ​ຂໍ້ ໃຊ້ເວລາ 10…

ຂ່າວອື່ນໆ