ກອງປະຊຸມສຳມະນາສາກົນ ຮ່ວມລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ນຳໂດຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ນຳໂດຍ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ເລຂາພັກ ແລະ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ ແລະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ນຳໂດຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງເລຂາຄະນະບໍລິຫານງານພັກ ສມປຊ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະ 14 ທ່ານ, ມີສະຖາບັນບັນດິດວິທະຍາສາດສັງຄົມ ຂອງ ສສ ຫວຽດນາມ ນຳໂດຍ ທ່ານ ສຈ. ຟ້າມ ວັນດຶກ ສະມາຊິກສະພາທິດສະດີສູນກາງພັກກອມມູນິດຫວຽດນາມ, ອະດີດຮອງປະທານສະພາບັນດິດວິທະຍາສາດສັງຄົມຫວຽດນາມ, ຮອງປະທານປະຈໍາສະມາຄົມປັດຊະຍາຫວຽດນາມ ແລະ ມະຫາວິທະຍາໄລກວາງຊີ ຂອງ ສປ ຈີນ ນຳໂດຍ ທ່ານ ສຈ. ຊູ ຈິນຟາ ກໍາມະການພັກມະຫາວິທະຍາໄລກວາງຊີ ແລະ ຜູ້ຊ່ວຍອະທິການບໍດີມະຫາວິທະຍາໄລກວາງຊີ.

ກອງປະຊຸມສຳມະນາ ດໍາເນີນແຕ່ວັນທີ 16-19 ສິງຫາ 2025, ພາຍໃຕ້ຫົວຂໍ້: “ບົດຮຽນການກໍາອໍານາດ ຂອງພັກການເມືອງມາກຊິດ-ເລນິນນິດ” ຄັ້ງທີ VI ຊື່ງເປັນເຈົ້າພາບໃນການຈັດ ຂອງມະຫາວິທະຍາໄລກວາງຊີ ໄດ້ຈັດຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມໃນກອງປະຊຸມ ສຳມະນາວິທະຍາສາດຄັ້ງນີ້ ມີການນຳ, ວິທະຍາກອນ, ຄູ-ອາຈານ ແລະ ນັກຄົ້ນຄວ້າຈາກ ສປ ຈີນ, ສສ ຫວຽດນາມ, ເນປານ ແລະ ສປປ ລາວ ເຂົ້າຮ່ວມທັງໝົດ ປະມານ 150 ຄົນ.
ຕະຫຼອດໄລຍະຂອງ 3 ວັນກອງປະຊຸມໄດ້ຮັບຟັງຄຳຄິດຄຳເຫັນ ຈາກການນຳຂັ້ນສູງ ຈາກ ສປ ຈີນ, ສສ ຫວຽດນາມ, ເນປານ ແລະ ສປປ ລາວ, ໄດ້ຮັບຟັງການບັນຍາຍພິເສດຈາກມະຫາວິທະຍາໄລແຫ່ງຊາດລາວ ຈຳນວນ 4 ບົດ, ຮັບຟັງການສະເໜີບົດສຳມະນາວິທະຍາສາດທັງໝົດ 15 ບົດ ຈາກວິທະຍາກອນຂອງ 5 ສະຖາບັນ ແລະໄດ້ມີການສົນທະນາ, ປຶກສາຫາລື ແລະແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ, ມີເນື້ອໃນດີ, ມີບັນຍາກາດຟົດຟື້ນ ແລະເຕັມໄປດ້ວຍໄມຕີຈິດ-ມິດສະຫາຍ.







ບັນດາສຳມະນາກອນ ໄດ້ທົບທວນຄືນກ່ຽວກັບປະສົບການ ແລະ ປະຫວັດສາດຂອງພັກການເມືອງ ທີ່ຍຶດຖື ລັດທິມາກ-ເລນິນ ໃນການປົກຄອງປະເທດ, ວິເຄາະເຫດຜົນທາງດ້ານທິດສະດີ, ພຶດຕິກຳ ແລະ ເສັ້ນທາງປະຕິບັດຂອງການປົກຄອງລັດໃນຍຸກໃໝ່, ໄດ້ລົງເລິກຄວາມເຂົ້າໃຈ ກ່ຽວກັບກົດເກນວ່າດ້ວຍການປົກຄອງຂອງພັກການເມືອງ ທີ່ຍຶດຖື ລັັດທິມາກ-ເລນິນ ໂດຍຜ່ານການ ສົນທະນາ-ແລກປ່ຽນຄວາມຄິດເຫັນ.
ໃນຕະຫຼອດປະຫວັດສາດການເມືອງ ຂອງພັກການເມືອງ ທີ່ຍຶດຖືລັັດທິມາກ-ເລນິນ ຍາມໃດກໍລ້ວນແຕ່ໄດ້ຢຶດໝັ້ນທິດສະດີວິທະຍາສາດເປັນທິດຊີ້ນຳ, ອີງໃສ່ຈຸດຢືນຂອງປະຊາຊົນເປັນພື້ນຖານ ແລະໄດ້ຍຶດໝັ້ນທິດທາງພັດທະນາຂອງຕົນ ໃນຍຸກສະໄໝ. ບໍ່ວ່າຈະຢູ່ໃສ, ຄວາມມຸ່ງມາດປາດຖະໜາ ແລະ ພາລະກິດ ອັນສະເໝີຕົ້ນສະເໝີປາຍຂອງ ພັກການເມືອງ ທີ່ຍຶດຖືລັັດທິມາກ-ເລນິນ ກໍ່ແມ່ນການສະແຫວງ ຫາຄວາມຜາສຸກໃຫ້ແກ່ປະຊາຊົນ ແລະການພັດທະນາຂອງປະເທດນັ້ນໆ, ອັນນັ້ນແມ່ນຄຸນຄ່າຂອງການຄົ້ນຄວ້າຂອງພວກເຮົາ. ບົດຮຽນພຶດຕິກຳຕົວຈິງ ແລະແນວຄິດທິດສະດີ, ທີ່ໄດ້ແບ່ງປັນຈາກນັກສຳມະນາກອນຂອງພວກເຮົາໃນຄັ້ງນີ້ ສະແດງໃຫ້ເຫັນຄວາມມີຊີວິດຊີວາ ໃນຄົ້ນຄວ້າບົດຮຽນການກຳອຳນາດ ຂອງພັກການເມືອງ ທີ່ຍຶດຖືລັັດທິມາກ-ເລນິນ ແລະ ກໍໄດ້ສ້າງຂົວມິດຕະພາບອັນໝັ້ນແກ່ນໃນການແລກປ່ຽນຢ່າງເລິກເຊິ່ງໃນເວທີວິຊາການສາກົນ.
ໂດຍອີງໃສ່ເວທີດັ່ງກ່າວ, ມະຫາວິທະຍາໄລກວາງຊີ ໄດ້ຕັ້ງໜ້າຊຸກຍູ້ການກໍ່ສ້າງເວທີຄົ້ນຄວ້າຂ້າມຊາດ, ແລະ ໄດ້ສ້າງຕັ້ງ “ສູນການຮ່ວມມີຄົ້ນຄວ້າປະສົບການການປົກຄອງຂອງພັກການເມືອງມາກຊິດ” ແລະ “ສູນການຄົ້ນຄວ້າປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນ” ຕາມລໍາດັບ ແລະ ສືບຕໍ່ລົງເລິກການຄົ້ນຄວ້າຍຸດທະສາດ ກ່ຽວກັບປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນ, ປະຊາຄົມຮ່ວມຊາຕາກໍາຈີນ-ຫວຽດນາມ, ປະຊາຄົມຮ່ວມຊາຕາກໍາຈີນ-ລາວ. ໃນດ້ານການບຳລຸງສ້າງບຸກຄະລາກອນ, ຊຸກຍູ້ການບັນລຸບຸກທະລຸໃໝ່ແຫ່ງການຮ່ວມມືສາກົນ, ມະຫາວິທະຍາໄລກວາງຊີ ໄດ້ສ້າງກົນໄກບຳລຸງສ້າງຮ່ວມກັນກັບມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າວິທະຍາສາດພາຍໃນ ແລະຕ່າງປະເທດ ເຊັ່ນ: ສະຖາບັນວິທະຍາສາດສັງຄົມຫວຽດນາມ ແລະມະຫາວິທະຍາໄລສ້າງຄູຮ່າໂນ້ຍຫວຽດນາມ ລວມທັງສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ ແລະມະຫາວິທະຍາໄລແຫ່ງຊາດລາວ, ເຊິ່ງບັນລຸການຮັບຮູ້ທາງດ້ານຫນ່ວຍກິດ, ເປີດກວ້າງວິໄສທັດສາກົນຂອງນັກສຶກສາຢ່າງມີປະສິດທິຜົນ ແລະສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການແລກປ່ຽນ ແລະການຮ່ວມມືດ້ານການສຶກສາຂ້າມຊາດ.
ໃນວາລະກ່າວປິດ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ ບໍ່ແມ່ນການສິ້ນສຸດຂອງການສົນທະນາ, ແຕ່ແມ່ນການເລີ່ມຕົ້ນຂອງການສໍາຫຼວດໃໝ່. ການຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳ ຂອງຈີນ, ລາວ ແລະ ຫວຽດນາມ ບໍ່ພຽງແຕ່ແມ່ນການນຳໃຊ້ແນວຄວາມຄິດຂອງ ລັດທິມາກ-ເລນິນ ໃນຄວາມເວົ້າທີ່ວ່າ “ຄອບຄົວດຽວກັນໃນໂລກນີ້” ເທົ່ານັ້ນ, ແຕ່ຍັງເປັນທາງເລືອກທີ່ແນ່ນອນຂອງຜົນປະໂຫຍດລວມຂອງປະຊາຊົນບັນດາປະເທດ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າທຸກສະຫາຍ ຈະໄດ້ຮັບຄວາມຮູ້ ແລະ ບົດຮຽນໃໝ່ໆກ່ຽວກັບການນຳໃຊ້ທິດສະດີ ມາກ-ເລນີນ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງແຕ່ລະປະເທດ ຈາກກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ແລະນຳເອົາຄວາມຮູ້ ແລະບົດຮຽນດັ່ງກ່າວນີ້ ໄປນຳໃຊ້ເຂົ້າໃນວຽກງານຂອງຕົນ ຢ່າງມີຫົວຄິດປະດິດສ້າງ ແລະສືບຄົ້ນຄວ້າລົງເລິກ ກ່ຽວກັບທິດສະດີ ແລະພຶດຕິກໍາ ກ່ຽວກັບການປົກຄອງ ແລະບໍລິຫານລັດ ຂອງພັກການເມືອງ ທີ່ຍຶດຖືລັັດທິມາກ-ເລນິນ ແລະຫວັງຢ່າງຍິ່ງວ່າ ບັນດານັກສຳມະນາກອນພວກເຮົາ ຈະສືບຕໍ່ຮັກສາ ແລະ ເພີ່ມທະວີຄວາມກະຕືລືລົ້ນໃນການຄົ້ນຄວ້າ ແລະແລກປ່ຽນບົດຮຽນຮູ້ເຊິ່ງກັນ ແລະ ກັນ ໃຫ້ເປັນຂະບວນຟົດຟື້ນຂຶ້ນຕື່ມ”.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
