ໃນຕອນເຊົ້າວັນທີ 23 ທັນວາ 2025 ຢູ່ທີ່ສະໂມສອນໃຫຍ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດກອງປະຊຸມເຜີຍແຜ່ການຄົ້ນຄວ້າວິທະຍາສາດ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງຈັດສັນທີ່ດິນໃຫ້ປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ” ແລະ “ຄວາມກົມກຽວລະຫວ່າງການພັດທະນາພະລັງງານເຂື່ອນໄຟຟ້າ ຕິດພັນກັບການພັດທະນາທ່ອງທ່ຽວ”. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ປອ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາທ່ານຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ, ມູນນິທິເອເຊຍ, ບັນດາການນຳຈາກກະຊວງ, ອົງການຈັດຕັ້ງສາກົນ, ນັກຄົ້ນຄວ້າ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ ກວ່າ 280 ທ່ານ.



ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນທາງດ້ານການເມືອງຢ່າງເລິກເຊິ່ງ ເນື່ອງຈາກເປັນການຜັນຂະຫຍາຍມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 121/ຄປຈ, ລົງວັນທີ 31 ກໍລະກົດ 2024 ເຊິ່ງເປັນການຮ່ວມມືລະຫວ່າງ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ເປົ້າໝາຍສູງສຸດ ແມ່ນເພື່ອສ້າງຖານຂໍ້ມູນວິທະຍາສາດທີ່ໜັກແໜ້ນ ໃຫ້ແກ່ການກຳນົດນະໂຍບາຍ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດ ໃນການແກ້ໄຂບັນຫາພື້ນຖານ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ ແລະ ການພັດທະນາເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ.

ໃນພິທີ, ທ່ານ ປອ ບຸນທັນ ບຸນວິໄລ ໄດ້ກ່າວເປີດ ແລະ ເນັ້ນໜັກວ່າ: ການຈັດສັນທີ່ດິນ ແລະ ການພັດທະນາພະລັງງານ ຕິດພັນກັບການທ່ອງທ່ຽວ ແມ່ນບັນຫາຍຸດທະສາດ ທີ່ພັກ ແລະ ລັດຖະບານ ໃຫ້ຄວາມສຳຄັນ. ຜົນການຄົ້ນຄວ້າໃນຄັ້ງນີ້ ຈະເປັນບ່ອນອີງສຳຄັນໃຫ້ແກ່ການປະເມີນຄືນປະສິດທິຜົນ ຂອງການຈັດຕັ້ງປະຕິບັດກົດໝາຍ ແລະ ນະໂຍບາຍໃນໄລຍະຜ່ານມາ, ພ້ອມທັງຊອກຫາທິດທາງໃນການປັບປຸງແກ້ໄຂ ເພື່ອຮັບປະກັນຜົນປະໂຫຍດສູງສຸດ ຂອງປະເທດຊາດ ແລະ ປະຊາຊົນ.


ໃນບົດລາຍງານຜົນການຄົ້ນຄວ້າ ຫົວຂໍ້ທີ 1: “ການຄຸ້ມຄອງການຈັດສັນທີ່ດິນ ເພື່ອແກ້ໄຂຄວາມທຸກຍາກ” ນຳສະເໜີໂດຍ ທ່ານ ປອ ລີວາເມັງ ລີບົວປາວ ແລະ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າ ສມປຊ ໄດ້ຊີ້ໃຫ້ເຫັນວ່າ: ຕະຫຼອດໄລຍະ 30 ປີຜ່ານມາ, ພັກ-ລັດ ໄດ້ມີຄວາມພະຍາຍາມໃນການມອບດິນ-ມອບປ່າ ແລະ ອອກໃບຕາດິນໃຫ້ປະຊາຊົນ ເພື່ອເປັນພາຫະນະການຜະລິດທີ່ໝັ້ນຄົງ. ເຖິງຢ່າງໃດກໍຕາມ, ຜົນການສຶກສາພົບວ່າ ຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການຈັດສັນທີ່ດິນຂັ້ນເມືອງ ແລະ ຂັ້ນບ້ານ ຍັງບໍ່ທັນສຳເລັດທົ່ວປະເທດ (ຍັງຄ້າງ 98 ເມືອງ ແລະ ກວ່າ 5,000 ບ້ານ), ລະບົບຖານຂໍ້ມູນທີ່ດິນຍັງບໍ່ທັນທັນສະໄໝ ແລະ ເຊື່ອມໂຍງກັນ, ລວມໄປເຖິງປະກົດການຫຍໍ້ທໍ້ໃນການບຸກລຸກຈັບຈອງທີ່ດິນລັດ ແລະ ເຂດຫວງຫ້າມ.
ຄະນະຄົ້ນຄວ້າໄດ້ສະເໜີທິດທາງແກ້ໄຂທາງດ້ານການເມືອງ ແລະ ນະໂຍບາຍ ໂດຍເນັ້ນໜັກໃຫ້ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງເລັ່ງລັດການຂຶ້ນທະບຽນອອກໃບຕາດິນໃຫ້ສຳເລັດພາຍໃນປີ 2030, ໂດຍສະເພາະໃນເຂດຈຸດສຸມພັດທະນາ ແລະ ເຂດທີ່ດິນປ່າໄມ້ ຕາມມະຕິເລກທີ 57 ຂອງຄະນະປະຈຳສະພາແຫ່ງຊາດ. ການຈັດສັນທີ່ດິນຕ້ອງຕິດພັນກັບການສ້າງອາຊີບຄົງທີ່, ການເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ ເພື່ອຮັບປະກັນວ່າ ປະຊາຊົນສາມາດນຳໃຊ້ທີ່ດິນດັ່ງກ່າວສ້າງລາຍຮັບ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງແທ້ຈິງ, ຫຼີກລ່ຽງການຈັດສັນແລ້ວປະຊາຊົນບໍ່ມີບ່ອນທຳມາຫາກິນ ຈົນຕ້ອງກັບຄືນໄປບຸກລຸກປ່າໄມ້ອີກ.


ສຳລັບຫົວຂໍ້ທີ 2: “ການສ້າງຄວາມກົມກຽວລະຫວ່າງ ການພັດທະນາເຂື່ອນໄຟຟ້າ ທີ່ຕິດພັນກັບການພັດທະນາທ່ອງທ່ຽວ” ນຳສະເໜີໂດຍ ທ່ານ ປອ. ນາງ ຄຳແພນ ເພັງພັກດີ ຮອງຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ແລະ ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າ ສມປຊ, ໄດ້ຍົກໃຫ້ເຫັນທ່າແຮງ ຂອງ ສປປ ລາວ ໃນຖານະ “ແບັດເຕີຣີແຫ່ງອາຊຽນ” ທີ່ມີເຂື່ອນໄຟຟ້າກວ່າ 98 ແຫ່ງ. ຢ່າງໃດກໍຕາມ, ການພັດທະນາໃນໄລຍະຜ່ານມາ ຍັງຂາດການປະສານງານທີ່ກົມກຽວ ລະຫວ່າງ ຂະແໜງພະລັງງານ ແລະ ການ ທ່ອງທ່ຽວ, ເຮັດໃຫ້ເສຍໂອກາດໃນການສ້າງມູນຄ່າເພີ່ມທາງເສດຖະກິດ ແລະ ບາງຄັ້ງກໍສົ່ງຜົນກະທົບຕໍ່ແຫຼ່ງທ່ອງທ່ຽວທາງທຳມະຊາດ.
ຜົນການຄົ້ນຄວ້າໄດ້ສະເໜີນະໂຍບາຍໃໝ່ ຄື: ຢຸດຕິການອະນຸມັດເຂື່ອນຂະໜາດນ້ອຍທີ່ຄຸ້ມຄອງ ໂດຍທ້ອງຖິ່ນ ເນື່ອງຈາກປະສິດທິຜົນທາງເສດຖະກິດຕ່ຳ ແຕ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມສູງ. ຫັນມາເນັ້ນໃສ່ການພັດທະນາເຂື່ອນແບບອະເນກປະສົງ ທີ່ສາມາດຜະລິດໄຟຟ້າ, ປ້ອງກັນນ້ຳຖ້ວມ, ສະໜອງນ້ຳເພື່ອການກະສິກຳ ແລະ ພັດທະນາເປັນແຫຼ່ງທ່ອງທ່ຽວໄປພ້ອມກັນ. ທີ່ສຳຄັນ, ຕ້ອງກຳນົດໃຫ້ຕົ້ນທຶນການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ (ເສັ້ນທາງ, ຈຸດຊົມວິວ, ສິ່ງອຳນວຍຄວາມສະດວກ) ເຂົ້າຢູ່ໃນໂຄງສ້າງຕົ້ນທຶນ ຂອງໂຄງການເຂື່ອນໄຟຟ້າແຕ່ຫົວທີ. ອັນນີ້ ແມ່ນການຫັນປ່ຽນຈິນຕະນາການ ຈາກການພັດທະນາແບບແຍກສ່ວນ ມາສູ່ການພັດທະນາແບບເຊື່ອມໂຍງ ແລະ ຍືນຍົງ.

ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ຮສ ພູວົງ ອຸ່ນຄຳແສນ ປະທານກອງປະຊຸມ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງການຄົ້ນຄວ້າທັງສອງຫົວຂໍ້ ວ່າເປັນຂໍ້ມູນທີ່ມີຄຸນຄ່າທາງວິທະຍາສາດ ແລະ ພຶດຕິກຳ, ສາມາດນຳໄປເປັນບ່ອນອີງໃນການປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ. ພ້ອມນັ້ນ, ທ່ານປະທານ ໄດ້ເນັ້ນໜັກວ່າ: “ບັນຫາທີ່ດິນ ແລະ ພະລັງງານ ແມ່ນບັນຫາພື້ນຖານ ຂອງການພັດທະນາ. ການແກ້ໄຂຄວາມທຸກຍາກ ບໍ່ແມ່ນພຽງແຕ່ການມອບດິນໃຫ້ປະຊາຊົນ ແຕ່ຕ້ອງສ້າງເງື່ອນໄຂໃຫ້ເຂົາເຈົ້ານຳໃຊ້ທີ່ດິນນັ້ນໃຫ້ເກີດດອກອອກຜົນ. ເຊັ່ນດຽວກັນ, ການພັດທະນາເຂື່ອນໄຟຟ້າ ບໍ່ແມ່ນພຽງແຕ່ການຂາຍໄຟຟ້າ ແຕ່ຕ້ອງສ້າງຜົນປະໂຫຍດທາງອ້ອມຈາກການທ່ອງທ່ຽວ ແລະ ການບໍລິການ ເພື່ອໃຫ້ປະຊາຊົນໃນພື້ນທີ່ໄດ້ຮັບຜົນປະໂຫຍດສູງສຸດ”. ທ່ານປະທານ ຍັງໄດ້ຮຽກຮ້ອງໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ, ສະພາແຫ່ງຊາດ, ລັດຖະບານ ແລະ ອົງການປົກຄອງທ້ອງ ຖິ່ນ ນຳເອົາຜົນການຄົ້ນຄວ້ານີ້ ໄປຜັນຂະຫຍາຍເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ, ເພີ່ມທະວີການຕິດຕາມກວດກາ ແລະ ປະເມີນຜົນຢ່າງຕໍ່ເນື່ອງ. ພ້ອມທັງສະແດງຄວາມຂອບໃຈມາຍັງ ມູນນິທິເອເຊຍ ແລະ ລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄົ້ນຄວ້າວິທະຍາສາດ ຂອງ ສປປ ລາວ.






ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ, ເປັນຂີດໝາຍສຳຄັນໃນການນຳໃຊ້ທິດສະດີ ແລະ ວິທະຍາສາດ ເຂົ້າໃນການແກ້ໄຂບັນຫາຕົວຈິງ ຂອງຊາດ, ມຸ່ງສູ່ການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
