ຫຼັກ​ສູດຊຸດເຝິກອົບຮົມທິດສະດີການເມືອງ ແລະການບໍລິຫານຄຸ້ມຄອງລັດ ໃຫ້ແກ່ເລຂາພັກເມືອງ ແລະຄະນະປະຈໍາພັກເມືອງໃນຂອບເຂດທົ່ວປະເທດ ຊຸດທີ V ແມ່ນນອນຢູ່ໃນໂຄງການເຝິກອົບຮົມ ປະຈໍາປີ 2022 ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຂອງກະຊວງພາຍໃນ; ເນື້ອໃນ​ຫຼັກສູດ​ຊຸດຝຶກອົບຮົມໄດ້ແບ່ງອອກເປັນ 2 ທິດສະດີຄື: ທິດສະດີການເມືອງ ແລະທິດສະດີການບໍລິຫານຄຸ້ມຄອງລັດ ໃຊ້ເວລາ​ເຝິກ​ອົບຮົມ​ຕົວຈິງທັງ​ໝົດ 15 ວັນ ຫຼື  105 ຊົ່ວ​ໂມງ, ໃນນີ້ທິດສະດີການເມືອງປະກອບ​ມີ 16 ຫົວ​ຂໍ້ ໃຊ້ເວລາ 10 ວັນ ຫຼື 70 ຊົ່ວໂມງ ແລະທິດສະດີການບໍລິຫານຄຸ້ມຄອງລັດປະກອບມີ 08 ຫົວຂໍ້ ໃຊ້ເວລາ 05 ວັນ ຫຼື 35 ຊົ່ວໂມງ.

         ສະນັ້ນ, ໃນວັນທີ 4 ພະຈິກ ຊຸດເຝິກອົບຮົມດັ່ງກ່າວຈຶ່ງໄດ້ຈັດພິທີປິດຢ່າງເປັນທາງການ, ໃຫ້ກຽດເປັນປະທານ ໂດຍ: ທ່ານ ທອງຈັນ ມະນີໃສ ລັດະມົນຕີກະຊວງພາຍໃນ ແລະທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຄະນະຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າງໆ.

         ໃນພິທີ ທ່ານ ປອ ນ. ໄກສອນ ຈັນສີນາ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານບົດສະຫຼຸບຕະຫຼອດໄລຍະຂອງການຮຽນ-ການສອນ ຊຶ່ງທ່ານໄດ້ລາຍງານວ່າ: ການຂຶ້ນຫ້ອງບັນຍາຍຂອງຄູ-ອາຈານຊຸດນີ້ແມ່ນໄດ້ສັງລວມເອົາຄູ​-ອາຈານ ຈາກ​ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກະຊວງພາຍໃນ ແລະອາ ຈານຮັບເຊີນຜູ້ທີ່ມີ​ປະສົບ​ການ​ສູງໃນ​ການ​ຂຶ້ນ​ຫ້ອງສິດ​ສອນ, ມີຄວາມຮູ້, ​ມີຄວາມ​ສາມາດທີ່ແນ່ນອນ​ໃນ​ການ​ສົ່ງ​ຄວາມ​ຮູ້​ໃຫ້​ແກ່​ຜູ້ຮໍ່າ​ຮຽນ​ໄດ້​ດີ ຊຶ່ງມັນສະ​ແດງ​ອອກ​ໃນ​ການ​ກະກຽມ​ບົດສອນ, ການ​ສະໜອງ​ຂໍ້​ມູນ ແລະການ​ຂຶ້ນ​ຫ້​ອງ​ບັນຍາຍ, ການແລກປ່ຽນ ແລະແກ້​ໄຂ​ຂໍ້​ຂ້ອງ​ໃຈ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ ຊຶ່ງສາມາດປະຕິບັດໄດ້​ຢ່າງ​ຖືກ​ເປົ້າ​ໝາຍ. ພ້ອມກັນນັ້ນ, ຜູ້​ເຂົ້າ​ຮ່ວມ​ເຝິກ​ອົບຮົມ ກໍມີ​ຄວາມ​ຕັ້ງ​ໃຈ​ໃນ​ການ​ຮັບຟັງ, ການຄົ້ນຄວ້າ​ສົນທະນາ-ແລກປ່ຽນ ​ແລະຕັ້ງ​ຄຳ​ຖາມ​ເຈາະຈີ້ມນໍາຄູ-​ອາຈານ, ມີຊົ່ວໂມງຄົ້ນຄວ້າສຳມະນາກ່ຽວກັບບັນຫາຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານ ແລະການນໍາພາ-ຊີ້ນໍາຂອງບັນດາ​ເມືອງ ເພື່ອແລກປ່ຽນຊອກຫາວິທີການແກ້ໄຂບັນຫາ, ພ້ອມທັງໄດ້ຊີ້ແຈງແກ້ຂໍ້ຂ້ອງໃຈ ຫຼື​ ບັນຫາ​ທີ່ຍັງ​ບໍ່​ທັນ​ເຂົ້າ​ໃຈຮ່ວມກັບອາຈານຜູ້ຊ່ຽວຊານຢ່າງກົງໄປກົງມາ ແລະມີ​ຄວາມ​ສາມັກຄີຮັກ​ແພງຊ່ວຍ​ເຫຼືອຊຶ່ງ​ກັນແລະກັນ, ເຮັດໃຫ້ມີ​ບັນຍາກາດ​ອັນ​ດີ ລະຫວ່າງ​ ຄະນະ​ຮັບຜິດຊອບ​ຊຸດເຝິກອົບຮົມ, ຄູ​-ອາຈານ ແລະຜູ້​ເຂົ້າ​ຮ່ວມ​ເຝິກ​ອົບຮົມ​ດ້ວຍ​ກັນຢ່າງ​ເປັນ​ຂະ​ບວນການໃນການຄົ້ນຄ້ວາຮໍ່າຮຽນ.

         ເພື່ອເປັນການຢັ້ງຢືນຄືນຜົນສຳເລັດເຝິກອົບຮົມ ທ່ານ ທອງຈັນ ມະນີໃສ ແລະທ່ານ ຮສ. ພູວົງ ອຸ່ນຄຳແສນ ໄດ້ເປັນກຽດມອບໃບຢັ້ງຢືນໃຫ້ສຳມະນາກອນຈຳນວນ 50 ທ່ານ, ຍິງ 2 ທ່ານ. ພ້ອມທັງໂອ້ລົມ ແລະໃຫ້ທິດເຍືອງທາງຕໍ່ກັບສຳມະນາກອນໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ພອນໄຊ ປາສີວົງໄຊ. ຄະນະຮັບຜິດຊອບເຝິກອົບຮົມ, ກະຊວງພາຍໃນ
ບັນນາທິການ: ບຸນປັນ ສຸມນທອງ