ໃນຕອນເຊົ້າວັນທີ 5 ພຶດສະພາ 2025 ທີ່ຫ້ອງຮັບແຂກ ຊັ້ນ 5 ຕຶກ 5 ຊັ້ນ, ທ່ານ ຫວຽນມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາຢູ່ ສປປ ລາວ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງໃຫ້ກຽດຕ້ອນຮັບໂດຍທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ໃນພິທີດັ່ງກ່າວມີຜູ້ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 3 ທ່ານ.

          ຈຸດປະສົງໃນການມາຢ້ຽມຢາມໃນຄັ້ງນີ້ ກໍເພື່ອຢ້ຽມຂໍ່ານັບ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເນື່ອງໃນໂອກາດດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ຢູ່ ສປປ ລາວຄົນໃໝ່,  ແລກປ່ຽນບາງທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສະຖານທູດຫວຽດນາມປະຈໍາລາວ, ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ເຊິ່ງໃນວາລະດັ່ງກ່າວ ທ່ານ ຫວຽນມິງເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ຢູ່ ສປປ ລາວ ໄດ້ລາຍງານສະພາບລວມ ກ່ຽວກັບ ສສ ຫວຽດນາມ ເປັນຕົ້ນວຽກການປ້ອງກັນຮັກສາສະຖຽນລະພາບຄວາມສະຫງົບລະຫວ່າງ 2 ປະເທດ, ລາຍງານເຖິງໜ້າວຽກທີ່ຈະສືບຕໍ່ເຮັດຢູ່ລາວຕົນເອງທີ່ຈະສືບຕໍ່ປະຕິບັດ, ວຽກການລົງທຶນບັນດາໂຄງການຕ່າງໆ, ການຊອກແຫຼ່ງທຶນ, ວຽກຂົງເຂດການສຶກສາໃນການກໍ່ສ້າງບໍາລຸງພະນັກງານ, ຄູ-ອາຈານ, ການປັບປຸງຫຼັກສູດການສິດສອນ, ການຄົ້ນຄວ້າບັນດາບົດວິທະຍາສາດຕ່າງໆ ແລະຢັ້ງຢືນການພົວພັນຮ່ວມມືໃນຕໍ່ໜ້າ ຊຶ່ງຈະເຮັດສຸດຄວາມສາມາດ ພ້ອມທັງເຮັດໜ້າທີ່ເປັນຂົວຕໍ່ປະສານງານລະຫວ່າງ ສອງພັກສອງລັດ ໃຫ້ມີປະສິດທິຜົນສູງສຸດໃນຕໍ່ໜ້າໃນບັນດາຂົງເຂດຕ່າງໆ ພ້ອມທັງຮັບເອົາຄໍາຢ້ຽມຢາມຖາມຂ່າວຈາກ ທ່ານ ຫວຽນຊວນຖັງ ຫົວໜ້າສະຖາບັນການເມືອງໂຮຈີມິນ ມາຫາທ່ານ ຮສ ພູວົງ ອຸ່ນຄໍາແສນ. ພ້ອມກັນນັ້ນ, ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ກໍໄດ້ລາຍງານກ່ຽວກັບຈຸດພິເສດໃນການກໍ່ສ້າງບໍາລຸງພະນັກງານ, ຄູ-ອາຈານ, ການຮ່ວມມືໃນອານາຄົດ, ການສ້າງຫຼັກສູດປະລິນຍາຕີ ແລະປະລິນຍາເອກ ແລະການຂໍຄວາມຮ່ວມມືຈາກ ສສ ຫວຽດນາມ ທີ່ຈະສົ່ງພະນັກງານ, ຄູ-ອາຈານທີ່ສິດສອນວິຊາທີ່ກ່ຽວຂ້ອງໄປຝຶກອົບຮົມ ຢູ່ ສສ ຫວຽດນາມ ແລະການສ້າງຫໍສະໝຸດພາສາຫວຽດນາມ ຢູ່ ສມປຊ, ການນໍາສົ່ງຊ່ຽວຊານຫວຽດນາມມາສິດສອນໃຫ້ນັກສຶກສາ, ໂຄງການກໍ່ສ້າງໂຮງຮຽນການເມືອງພາກໃຕ້ ແລະວຽກອື່ນທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ສະຖານທູດຫວຽດນາມ ກໍໄດ້ຮັບເອົາຄໍາສະເໜີ ແລະພິຈາລະນາບາງໜ້າວຽກທີ່ກ່ຽວຂ້ອງ.

          ໃນຕອນທ້າຍພິທີ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ກໍໄດ້ສະແດງຄວາມຂອບໃຈ ແລະອວຍພອນມາຍັງທ່ານ ຫວຽນມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ຢູ່ ສປປ ລາວ ພ້ອມດ້ວຍຄະນະ ທີ່ໃຫ້ກຽດເຂົ້າມາຢ້ຽມຢາມໃນຄັ້ງນີ້.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ