ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕາງໜ້າໃຫ້ພັກ-ລັດ ແຫ່ງ ສປປ ລາວ ເດີນທາງໄປ ສສຫວຽດນາມ ເພື່ອຈັດຕັ້ງພິທີປະດັບຫຼຽນໄຊ, ຫຼຽນກາ ເຊິ່ງເປັນຫຼຽນຂັ້ນສູງ ຂອງ ສປປ ລາວ ໃຫ້ແກ່ກົມກອງ, ການນໍາ ແລະພະນັກງານ, ຄູ-ອາຈານ ຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດແຫ່ງ ການພົວພັນລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022) ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ແລະຄົບຮອບ 45 ປີ (18 ກໍລະກົດ 1977 – 18 ກໍລະກົດ 2022) ຂອງການເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ.

         ພິທີດັ່ງກ່າວ, ມີຂຶ້ນໃນຕອນເຊົ້າ ຂອງວັນທີ 14 ພະຈິກ 2022 ທີ່ສະຖາບັນການເມືອງແຫ່ງຊາດ ສສ ຫວຽດນາມ, (ຝ່າຍລາວ) ນຳພາຄະນະໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ 32 ທ່ານ, ຍິງ 14 ທ່ານ. (ຝ່າຍ ຫວຽດນາມ) ບັນດາຜູ້ແທນເຂົ້າຮ່ວມພິທີ​ມີ​ ທ່ານ ສຈ ຫງວຽນຊວນຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ; ທ່ານ ເລ​ຫາຍ​ບິ່ງ, ກຳມະການສຳຮອງ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະໂຄສະນາ​ອົບຮົມ​ສູນ​ກາງພັກ; ຕາງໜ້າການນໍາຄະນະພົວພັນສູນກາງພັກ, ຫ້ອງວ່າການລັດຖະບານ, ກະຊວງການຕ່າງປະເທດ, ສະພາທິດສະດີສູນກາງພັກ, ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ.

         ໃນພິທີ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ມີຄຳເຫັນໃນພິທີວ່າ: ໃນຕະຫຼອດໄລຍະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ 45 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລະຫວ່າງ ລາວ- ຫວຽດນາມ, ຫວຽດນາມ-ລາວ, ເຖິງສະພາບການໃນພາກພື້ນ ແລະໃນໂລກມີການຜັນແປໄປຢ່າງໄວວາ, ສັບສົນ, ຄາດເດົາໄດ້ຍາກ, ເຊິ່ງໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ສອງປະເທດຂອງພວກເຮົາ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເຊິ່ງປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ເປັນຜູ້ກໍ່ຕັ້ງ ແລະຖະນຸຖະໜອມ ທີ່ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳຮຸ່ນຕ່າງໆ, ບັນດານັກປະຕິວັດ ແລະປະຊາຊົນ ລາວ-ຫວຽດນາມຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາ, ຈົນໄດ້ກາຍເປັນມໍລະດົກອັນລ້ຳຄ່າຂອງສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງສອງປະເທດພວກເຮົາ ແລະຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະເສີມຂະຫຍາຍຢ່າງບໍ່ຢຸດຢັ້ງທັງທາງກວ້າງ ແລະທາງເລິກໃນທຸກໆຂົງເຂດ ແລະພວມນຳຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນຂອງສອງປະເທດພວກເຮົາໃນປັດຈຸບັນ.

         ໃນຊຸມປີຕໍ່ໜ້າພວກເຮົາຈະໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກເຂົ້າສູ່ຊີວິດຕົວຈິງຄື: ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ລະຫວ່າງ ສອງສະຖາບັນພວກກໍ່ຈະໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈທີ່ສອງຝ່າຍໄດ້ລົງນາມກັນແລ້ວ, ເຊິ່ງໃນນັ້ນອັນສຳຄັນກວ່າໝູ່ກໍແມ່ນການຈັດຕັ້ງຜັນຂະຫຍາຍໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້, ການຮ່ວມມືການຄົ້ນຄວ້າວິທະຍາສາດເຊິ່ງຈະຊ່ວຍໃຫ້ພາລະກິດການບຳລຸງ ແລະກໍ່ສ້າງພະນັກງານໃຫ້ແກ່ພັກ-ລັດຖະບານລາວ ເພີ່ມຂຶ້ນທັງດ້ານປະລິມານ ແລະຄຸນນະພາບ, ຮັບປະກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ສປປ ລາວ ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.

         ເພື່ອເປັນການສະແດງເຖິງຜົນງານອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທ່ານ ປທ ນ. ພອນໄຊ ລາດຊະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສມປຊ ໄດ້ຜ່ານ ລັດຖະດຳລັດຂອງປະທານປະເທດ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊ, ຫຼຽນກາຂອງພັກ-ລັດແຫ່ງ ສປປ ລາວ ໃຫ້ບຸກຄົນ ແລະກົມກອງລວມໝູ່ທີ່ຂຶ້ນກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຊຶ່ງໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ແກ່ 01 ທ່ານ ແລະ02 ກົມກອງ; ຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ 01 ທ່ານ ແລະ01 ກົມກອງ; ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ 01 ທ່ານ ແລະ03 ກົມກອງ; ຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ 08 ທ່ານ ແລະ01 ກົມກອງ; ຫຼຽນໄຊມິດຕະພາບໃຫ້ແກ່11 ທ່ານ ແລະຫຼຽນກາແຮງງານໃຫ້ແກ່ 06 ທ່ານ.

         ທ່ານ  ຮສ ພູວົງ ອຸ່ນຄຳແສນ ເນັ້ນໜັກວ່າ: ຫຼຽນ​ໄຊ​ທີ່​ພັກ ​ແລະ ລັດຖະບານ ສປປ ລາວ ມອບ​ໃຫ້​ ​ສະຖາບັນການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໃນ​ໂອກາດ​ນີ້ ​ແມ່ນ​ການສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ພັກ, ລັດຖະບານ ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະຊ່ວຍ​ເຫຼືອຢ່າງ​ໃຫຍ່​ຫຼວງ ​ແລະມີ​ປະສິດທິ​ຜົນ​ໃນ​ພາລະກິດ​ປະຕິວັດ​ຂອງ​ປະ​ຊາ​ຊົນ​ລາວ. ພ້ອມ​ທັງ​ເປັນ​ການ​ຮັບ​ຮູ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ນຳ, ພະນັກງານ ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຂອງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ ລະຫວ່າງ ​ລາວ ​ແລະຫວຽດນາມ.

ຂ່າວ: ຕາອັອດ ແສນທະວີສູກ
ຮູບພາບ: ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ
ບັນນາທິການ: ປທ ບຸນປັນ ສຸມຸນທອງ