ພັກປະຊາຊົນປະຕິວັດລາວ ໄດ້ກໍາເນີດເກີດຂຶ້ນໂດຍສືບທອດພາລະກິດຂອງພັກກອມມູນິດອິນດູຈີນ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງນໍາພາກໍ່ຕັ້ງ, ທະນຸບໍາລຸງ, ກໍ່ສ້າງ ແລະປັບປຸງໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ເພື່ອສືບຕໍ່ພາລະກິດດັ່ງກ່າວ ຍາມໃດພັກເຮົາກໍໄດ້ຢັ້ງຢືນວ່າ: ການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກ ງານເປັນອັນຕັດສິນການປະຕິບັດຍຸດທະສາດພັດທະນາປະເທດຊາດ ໃນນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນອົງການວິຊາການ ທີ່ເຮັດໜ້າທີ່ໃນການກໍ່ສ້າງ, ບຳລຸງພະນັກງານຂັ້ນກາງ, ຂັ້ນສູງທາງດ້ານທິດສະດີການ ເມືອງໃຫ້ແກ່ອົງການຈັດຕັ້ງພັກ, ລັດ ໃນລະບົບການເມືອງ, ເປັນສູນກາງໃນການຄົ້ນຄວ້າລັດທິມາກ-ເລນິນ, ແນວຄິດ ໄກ ສອນ ພົມວິຫານ ຮັບໃຊ້ໃຫ້ແກ່ການບູລະນະແນວທາງນະໂຍບາຍຂອງພັກ ແລະລັດຖະບານ.

         ດັ່ງນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ເປີດກອງປະຊຸມສຳມະນາວິທະຍາສາດ ທາງໄກຮ່ວມກັບໂຮງຮຽນພັກແຂວງຢູນນານ ພາຍໃຕ້ຫົວຂໍ້: “ບົດຮຽນການກໍ່ສ້າງ ແລະບໍາລຸງພະນັກງານ ຢູ່ ສປປ ລາວ ແລະ ສປຈີນ”. ໃນວັນທີ 9 ພະຈິກ, ໃຫ້ກຽດເປັນປະທານຝ່າຍລາວໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິ ຫານງານພັກ, ຮອງຫົວໜ້າ ສມປຊ ແລະ ຝ່າຍ ສປຈີນ ໂດຍແມ່ນ: ທ່ານ ຢາງຈີ້ ກໍາມະການ ຄະນະປະຈໍາພັກແຂວງ ຢຸນນານ, ຜູ້ປະຈໍາການ ຮອງອໍານວຍການໂຮງຮຽນພັກ ແຂວງຢຸນນານ.

         ໃນລະຫວ່າງກອງປະຊຸມນັກວິທະຍາດສອງຝ່າຍຕ່າງກໍ່ໄດ້ຜ່ານບົດລາຍງານການບກໍ່ສ້າງ ແລະບຳລຸງພະນັກງານດ້ານທິດສະດີການເມືອງ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ, ການປະກອບຄວາມຮູ້ລັດທິມາກ-ເລນິນ ທີ່ເປັນທິດສະດີພື້ນຖານກ່ຽວກັບການປະຕິວັດເວົ້າລວມ, ເວົ້າສະເພາະກໍແມ່ນໝາກຜົນແຫ່ງການຄົ້ນຄວ້າ, ໝູນໃຊ້ ແລະປະດິດສ້າງທິດສະດີລວມ ເຂົ້າໃນພຶດຕິກໍາແຫ່ງການນໍາພາ ພາລະກິດປະຕິວັດຂອງພັກ ແລະເນື້ອໃນບົດປະກອບຄໍາເຫັນທີ່ນັກວິທະຍາ ສາດ 2 ຝ່າຍນໍາສະເໜີຕໍ່ກອງປະຊຸມ ແມ່ນມີຄວາມອຸດົມສົມບູນ, ການວິເຄາະວິໄຈແຕ່ລະບັນຫາເຫັນວ່າມີວິທີວິທະຍາທີ່ຊັດເຈນ ໂດຍນໍາໃຊ້ວິທີສັດຈະວິພາກວັດຖຸນິຍົມຂອງລັດທິມາກ-ເລນິນ, ວິທີວິທະຍາການຄົ້ນຄວ້າທິດສະດີ ແລະພຶດຕິກໍາ, ວິທີປະຫວັດສາດ ແລະວິທີໂລຊິກສາດທີ່ສອດຄ່ອງ.

ພ້ອມກັນນັ້ນ, ກອງປະຊຸມໄດ້ສ້າງຄວາມກະຈ່າງແຈ້ງ ຕໍ່ການຍົກລະດັບການບໍາລຸງດ້ານທິດສະດີການເມືອງ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ເຊິ່ງເປັນການຍົກລະດັບຄວາມຮັບຮູ້ທີ່ເປັນລະບົບ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງກ່ຽວກັບທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງ, ແຜນນະໂຍບາຍຂອງພັກ ແລະກົດໝາຍຂອງລັດ ດ້ວຍການເພີ່ມທະວີການນໍາພາ-ຊີ້ນຳ ຂອງຄະນະພັກ-ຄະນະນໍາແຕ່ລະຂັ້ນຕໍ່ການຂຶ້ນແຜນກໍານົດພະນັກງານ, ຍົກສູງສະຕິໃນການຄົ້ນຄວ້າຮໍ່າຮຽນຍົກລະດັບຄວາມຮູ້ດ້ວຍຕົນເອງ, ປະຕິບັດການເຄື່ອນໄຫວຄຸ້ມຄອງການຮຽນ-ການສອນ ໃຫ້ມີຄວາມເຂັ້ມງວດ ແລະມີວິທະຍາສາດ. ຝ່າຍຈີນໄດ້ນໍາສະເໜີບົດຮຽນກ່ຽວກັບລັກສະນະພິເສດ ແລະປະສົບການຂອງການຝຶກອົບຮົມລັດຖະກອນຂອງ ສປ ຈີນ ເຊິ່ງເນື້ອໃນການຝຶກອົບຮົມສ່ວນໃຫຍ່ ປະກອບດ້ວຍທິດສະດີການເມືອງ, ການປົກຄອງດ້ວຍກົດໝາຍ, ກົດໝາຍລັດຖະກອນ ແລະຫຼັກຈັນຍາບັນຂອງລັດຖະກອນ, ຮູບແບບວິທີການເຮັດວຽກຂອງອົງກອນ ແລະ ຄວາມຮູ້ທັກສະຄວາມສາມາດພື້ນຖານອື່ນໆ ສຸມໃສ່ຍົກສູງຄວາມອາດສາມາດ ຂອງລັດຖະກອນທີ່ຮັບສະໝັກເຂົ້າມາໃໝ່ ເພື່ອປັບຕົວເຂົ້າກັບວຽກງານຂອງອົງກອນ.

ກອງປະຊຸມສໍາມະນາຄັ້ງນີ້ ມີຄວາມໝາຍສໍາຄັນຢ່າງຍິ່ງ ນອກຈາກເປັນການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະພຶດຕິກໍາທີ່ມີຊີວິດຊີວາແລ້ວ ຍັງເປັນການປະກອບສ່ວນສະໜອງຂໍ້ມູນໃຫ້ແກ່ການຜັນຂະຫຍາຍແນວທາງ, ແຜນນະ ໂຍບາຍໃນການກໍ່ສ້າງ ແລະບໍາລຸງພະນັກງານ ໃຫ້ເຂົ້າສູ່ລວງເລິກ ແລະຜົນສໍາເລັດຂອງການຄົ້ນຄວ້າແມ່ນການປະກອບ ສ່ວນເຫື່ອແຮງສະຕິປັນຍາຂອງຖັນແຖວນັກວິທະຍາສາດ, ນັກທິດສະດີ, ຄູ-ອາຈານ ແນໃສ່ເພີ່ມທະວີຄັງສາງທິດສະດີໃຫ້ມີຄວາມອຸດົມສົມບູນຍິ່ງຂຶ້ນ. ແຕ່ແນ່ນອນຜົນຂອງການຄົ້ນຄວ້າບໍ່ສາມາດປາສະຈາກໄດ້ຂໍ້ຂາດຕົກບົກພ່ອງ, ບາງບົດຮຽນຍັງບໍ່ທັນຈະແຈ້ງທາງດ້ານທິດສະດີ ແລະພຶດຕິກໍາ; ດ້ວຍເຫດນັ້ນ ຈຶ່ງຂໍສະເໜີນັກວິທະຍາສາດນໍາໄປປັບປຸງຕື່ມໃຫ້ສົມບູນແບບ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ