ນັກສຶກສາ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ໄດ້ສຳເລັດການສຶກສາຮ່ຳຮຽນເປັນໄລະຍະເວລາ 3 ເດືອນ ( 15 ສິງຫາ-15 ພະຈິກ), ຫຼັກສູດທິດສະດີການເມືອງຂັ້ນຕົ້ນເປັນຫຼັກສູດ ທີ່ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ເປົ້າ​ໝາຍ​ຜູ້​ເຂົ້າ​ຮຽນມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການກໍຄືພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດຕໍ່​ປະ​ຊາ​ຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກໆ ວຽກງານທີ່ຕົນຮັບຜິດຊອບ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງຕົນນັບມື້ນັບມີຄຸນນະພາບສູງຂຶ້ນ.

         ສະນັ້ນ, ໃນຕອນແລງຂອງວັນທີ 11 ພະຈິກ 2022 ຈຶ່ງໄດ້ມີພິທີມອບໃບຢັ້ງຢືນ ທິດສະດີການເມືອງຂັ້ນຕົ້ນ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຄະນະຫ້ອງການ, ຄະນະກົມ, ຄະນະຕ່າງໆ ແລະສູນຕ່າງໆ.

ໃນພິທີໄດ້ຮັບຟັງການລາຍງານບົດສະຫຼຸບຕະຫຼອດໄລຍະ 3 ເດືອນຈາກ ທ່ານ ປທ ນວນແສງ ຄຳມີໄຊ ຮອງຫົວໜ້າພະແນກຄຸ້ມຄອງລະບົບບຳລຸງວ່າ: ນັກສຶກສາ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ມີທັງໝົດ 60 ທ່ານ, ຍິງ 28 ທ່ານໄດ້ສຳເລັດການຮຽນຮູ້ຫຼັກມູນທິດສະດີ ເພື່ອຍົກສູງທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ໂດຍຖືເອົາບັນດາຫຼັກມູນພື້ນຖານ ຂອງທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເປັນພື້ນຖານແນວຄິດ, ເປັນເຂັມຊີ້ທິດເຍືອງທາງ, ເປັນທິດນຳໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນເອງ, ປັບປຸງແນວຄິດຄຸນສົມບັດສິນທຳປະຕິວັດ, ທັດສະນະມະຫາຊົນ, ມີຫຼັກໝັ້ນຊົນຊັ້ນໜັກແໜ້ນຈຳແນກມິດສັດຕູ, ຕ້ານແນວຄິດໂລບມາກໂລພາ, ຕ້ານການສໍ້ລາດບັງຫຼວງ, ພະ ຍາດອາດຍາສິດຫ່າງເຫີນຈາກມະຫາຊົນ, ສ້າງແນວຄິດໃຫ້ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ ແລະຂໍ້ກຳນົດກົດໝາຍຕ່າງໆຂອງລັດ, ເພີ່ມທະວີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ໃຫ້ມີແນວຄິດຮັກຊາດ, ຮັກລະບອບໃໝ່, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສົມທົບແໜ້ນກັບແນວຄິດຮັກຊາດອັນດູດດື່ມກັບແນວຄິດສາກົນອັນຜ່ອງໃສ.

         ນອກນັ້ນ, ທ່ານຍັງໄດ້ລາຍງານວ່າຕື່ມອີກວ່າ: ການຮຽນ-ການສອນ ອາຈານສອນໃນຊຸດນີ້ ແມ່ນອາຈານສອນທີ່ມາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີຈໍານວນ 45ທ່ານ, ເປັນຍິງ 14 ທ່ານ ແລະອາ​ຈານ​ຮັບ​ເຊີນ​ຈຳ​ນວນ 5 ທ່ານ. ການຈັດຕັ້ງຮ່ຳ​ຮຽນຄັ້ງນີ້ໃຊ້ເວລາ 60 ວັນ ເຊິ່ງຜູ້ເຂົ້າ​ຮຽນໃນ​ຊຸດນີ້ໄດ້ຄົ້ນຄວ້າຮ່ຳຮຽນ 6 ກຸ່ມວິຊາຮຽນ, ໄປ​ທັດ​ສະ​ນະ​ສຶກ​ສາ ແລະຂຽນບົດທົບທວນຈົບຊັ້ນລວມຊົ່ວໂມງຮຽນທັງໝົດ 420 ຊົ່ວໂມງ ຫຼື 55 ບົດ ແລະໄດ້ໄປທັດສະນະຄື: ເຂົ້າຮ່ວມຊົມຮູບເງົາ ໃນວັນສະເຫຼີມສະຫຼອງສາຍພົວພັນຮ່ວມມືລາວ-ຫວຽດນາມ ຢູ່ທີ່ຫໍພິພິຕະພັນປ້ອງກັນຄວາມສະຫງົບ, ໄປທັດສະນະສຶກສາ ຢູ່ທີ່ຫໍພິພິຕະພັນ ໄກສອນ ພົມວິຫານ ແລະບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກຈໍາກັດ (LAOSAT), ໄດ້ເຄື່ອນໄຫວທັດສະນະສຶກສາຢູ່ແຂວງສະຫວັນນະເຂດ ໃນ ລະຫວ່າງ ວັນທີ 02-05 ພະຈິກ 2022.

            ເພື່ອເປັນການຢັ້ງຢືນຄືນຜົນສຳເລັດໃນການສຶກສາຄົ້ນຄວ້າທິດສະດີການເມືອງຂັ້ນຕົ້ນ, ຈຶ່ງໄດ້ມອບໃບຢັ້ງຢືນ ໃຫ້ແກ່ຜູ້ສຳເລັດຈຳນວນ 60 ທ່ານ, ຍິງ 28 ທ່ານ ໂດຍການມອບແມ່ນ: ທ່ານ ຮສ ພູວົງ ອຸ່ນຄຳແສນ ພ້ອມທັງໄດ້ໂອ້ລົມ ແລະໃຫ້ທິດເຍືອງທາງວ່າ:

         1) ພວກສະຫາຍແມ່ນພະນັກງານລຸ້ນສືບທອດຂອງສະຖາບັນພວກເຮົາ, ອະນາຄົດຂອງສະຖາບັນຝາກຄວາມຫັວງນໍາບັນດາສະຫາຍ ທີີ່ນັັ່ງນໍາກັນຢູ່ນີ້ ແນ່ນອນຜົນສໍາເລັດຂອງແຕ່ລະຄົນມັນຕ່າງກັນ, ແຕ່ສິ່ງສໍາຄັນພວກເຮົາຈະພ້ອມກັນຂຸດຄົ້ນຄວາມອາດສາມາດບົ່ມຊ້ອນທີີ່ມີຢູ່ພາຍໃນພວກສະຫາຍແນວໃດ ເພືີ່ອທິດທາງໃຫ້ແກ່ພາລະກິດຂອງສະຖາບັນໃຫ້ສໍາເລັດ. ຜ່ານການຮຽນ 3 ເດືອນຜ່ານມາແມ່ນໄດ້ປະກອບຄວາມຮູ້ກ່ຽວກັບທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງ, ແຜນນະໂຍບາຍ, ລະບຽບກົດໝາຍ, ມູນເຊື້ອອັນດີງາມຂອງຊາດ, ຂອງພັກ ແລະອືີ່ນໆໃຫ້ພວກສະຫາຍແລ້ວ, ແຕ່ຮຽກຮ້ອງໃຫ້ພວກເຮົາຄິດຄືນວ່າ: ເປົ້າໝາຍ, ເນື້ອໃນ, ແລະຄາດໝາຍຂອງຫັຼກສູດ ຢາກໃຫ້ພວກສະຫາຍໄດ້ຫຍັງ? ຂໍໃຫ້ນໍາເອົາໄປຄົ້ນຄິດໃຫ້ເລິກເຊິີ່ງ, ຮຽນໃຫ້ຮູ້, ຮູ້ແລ້ວສ້າງໃຫ້ມີການຫັນປ່ຽນຢ່າງຮອບດ້ານທາງດ້ານແນວຄິດ, ທັດສະນະ (ການເຄືີ່ອນໄຫວຕົວຈິງ), ການປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້, ການດໍາລົງຊີວິດຢູ່ໃນສັງຄົມ, ຖ້າຮຽນຮູ້, ແຕ່ບໍໍ່ມີການຫັນປ່ຽນກໍໍ່ບໍໍ່ມີຄວາມໝາຍຫຍັງສໍາລັບການຮຽນຂອງເຮົາ.

         2) ໃນປັດຈຸບັນພວກເຮົາກໍາລັງຕັັ້ງໜ້າຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ ແລະມະຕິກອງປະຊຸມໃຫຍ່ ຄັັ້ງທີ v ຂອງອົງຄະນະພັກພວກເຮົາ. ຄວາມຮູ້ທີີ່ພວກສະຫາຍໄດ້ຮຽນ ແມ່ນຄວາມຮູ້ທາງທິດສະດີ ເປັນເຂັັ້ມທິດອັນໜື່ງທີີ່ສໍາຄັນເພືີ່ອເຍືອງທາງໃຫ້ແກ່ການເຄື່ອນໄຫວຂອງພວກສະຫາຍໃນ ຕໍໍ່ໜ້າ ແຕ່ອັນສໍາຄັນກວ່າໝູ່ ແມ່ນພວກສະຫາຍຕ້ອງຮູ້ໝູນໃຊ້ສິ່ງທີີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງ ເຂົ້າໃນວຽກງານຕົວຈິງ ທີີ່ການຈັດຕັັ້ງມອບໃຫ້ພວກເຮົາຮັບຜິດຊອບ.

         3) ທິດສະດີ, ແນວທາງທີີ່ພວກສະຫາຍຮຽນມາ ຕ້ອງໄດ້ຮັບການທົດສອບ, ກວດສອບ ແລະຢືນຢັນຈາກພຶດຕິກໍາຕົວຈິງ. ຍ້ອນແນວນັັ້ນ, ບັນດາສະຫາຍ ຈົ່ງນໍາເອົາບົດຮຽນທີໄດ້ຮຽນມາ ໄປທົດສອບ ຢູ່ໃນພຶດຕິກໍາປະຕິວັດແຫ່ງການສ້າງສາພັດທະນາໜ້າວຽກຂອງບັນດາສະຫາຍ ອັນນີ້ຈະຊ່ວຍໃຫ້ພວກເຮົາເຫັນແຈ້ງວ່າ ອັນໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ຫື ບໍໍ່ສອດຄ່ອງ ບົນພື້ນຖານເດັດດ່ຽວປົກປ້ອງສິີ່ງທີີ່ຖືກຕ້ອງ ພ້ອມກັນນັັ້ນກໍໍ່ຕັດສິນໃຈ ດັດແປງແກ້ໄຂອັນທີີ່ບໍໍ່ຖືກຕ້ອງຢ່າງທັນການ.

         4) ຈາກພຶດຕິກໍາຕົວຈິງນັ້ັນ ບັນດາສະຫາຍຍັງມີໜ້າທີ່ີຄົ້ນຄວ້າວິໄຈ ແລະສະຫຼຸບສັງລວມຢ່າງມີວິທະຍາສາດ ແລ້ວສະເໜີຄໍາຄິດຄໍາເຫັນ, ສະເໜີທິດທາງ, ວິທີການທີີ່ເປັນໄປໄດ້ ແລະມີປະສິດທິພາບສູງເພືີ່ອປັບປງວຽກງານໃນຄວາມຮັບຜິດຊອບໃຫ້ດີຂີື້ນ, ສະເໜີແນະໃຫ້ຄະນະພັກ, ຄະນະນໍາ, ໝູ່ຄະນະໃນການປັບປຸງກົນໄກ, ການປະສານງານ, ແກ້ໄຂສິີ່ງທີີ່ອຸດຕັນທີີ່ພວກເຮົາປະເຊີນຢູ່ ພ້ອມກັນຊອກທາງອອກຮ່ວມກັນເພືີ່ອເຮັດໃຫ້ວຽກງານ ຂອງສະຖາບັນພວກເຮົາໄດ້ເຄືີ່ອນໄຫວມີປະສິດທິຜົນສູງ.

         5) ຮຽກຮ້ອງໃຫ້ບັນດາສະຫາຍ ນໍາເອົາບົດຮຽນທີີ່ໄດ້ແລກປ່ຽນຢ່າງຫຼາກຫາຍ ໃນການຝຶກອົບຮົບຄັ້ງນີ້ ນໍາບັນດາອາຈານທີີ່ມີປະສົບການນັ້ນ ໄປຈັດຕັັ້ງຜັນຂະຫຍາຍ ໃຫ້ແທດເໝາະກັບສະພາບການຕົວຈິງຂອງໜ້າວຽກຂອງຕົນ, ສືບຕໍໍ່ເຊືີ່ອມຊຶມ ແລະຜັນຂະຫຍາຍແນວທາງນະໂຍບາຍ ແລະມະຕິຄໍາສັັ່ງຕ່າງໆ ຢ່າງຕັັ້ງຫນ້າ, ຫັນເຂົ້າສູ່ໜ້າທີ່ວຽກຕົວຈິງໃຫ້ເປັນຮູບປະທໍາ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ