ໃນຕອນເຊົ້າວັນທີ 9 ຕຸລາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ ( 7.10. 1994-7.10.2025) ໃຫ້ກຽດເປັນປະທານໂດຍ: ທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ, ທ່ານ ສີວອນ ບຸດດາຈັນ ເລຂາໝ່ວຍພັກ,ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະພັກ, ມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງລວມທັງໝົດ 84ສະຫາຍ, ຍິງ 26 ສະຫາຍ. ໃນພິທີອັນສະຫງ່າລາສີ ທີ່ມີຄວາມໝາຍ, ຄວາມສໍາຄັນ. ທ່ານ ປທ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຂຶ້ນຜ່ານບົດປະຫວັດວັນຄູແຫ່ງຊາດຄົບຮອບ 31 ປີ ( 7.10. 1994-7.10.2025)  ແລະ ຜ່ານການຈັດຕັ້ງປະຕິບັດການ ເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2024-2025 ແລະທິດທາງແຜນການປະຈໍາປີ 2025-2026 ເຊິ່ງໃຫ້ຮູ້ຈຸດພິ ເສດລວມ ຂອງໂຮງຮຽນການເມືອງ, ການຈັດ ຕັ້ງປະຕິບັດໃນສົກຮຽນປີ 2024-2025 ທີ່ຜ່ານມາ. ຫຼັງຈາກນັ້ນ, ຕ່າງໜ້ານັກສຶກສາຂັ້ນກາງ IV ໄດ້ຂຶ້ນຜ່ານສານອວຍພອນວັນຄູແຫ່ງຊາດ 7 ຕຸລາ ເນື່ອງໃນວັນຄູແຫ່ງຊາດ ທາງຄະນະນໍາຂອງຫ້ອງຮຽນ ໄດ້ຕາງໜ້າມອບກະຕ່າຂອງຂວັນ ເພື່ອເປັນການສະແດງຄວາມຄວາມຮູ້ບຸນຄຸນ ຄູ-ອາຈານທີ່ໄດ້ສິດສອນຖ່າຍທອດຄວາມຮູ້ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ການເມືອງ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ວັນເຮືອງ ສຸລິໄຊ ໄດ້ມີຄໍາເຫັນໂອ້ລົມຕໍ່ ພິທີ ທ່ານໄດ້ເໜັ້ນໜັກ ໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານສືບທອດປ່ຽນແທນ ກໍຄືສະມາຊິກພັກ, ພະນັກງາຄູ-ອາຈານທີ່ໄດ້ສິດສອນ ແລະນັກສຶກສາທີ່ກໍາລັງສຶກສາຮໍ່າຮຽນຕ້ອງຄົ້ນຄວ້າ, ກໍາແໜ້ນແນວທາງນະໂຍບາຍ, ບັນດານິຕິກໍາຕ່າງໆ, ລະບຽບກົດໝາຍຂອງລັດວາງອອກໃຫ້ໜັກແໜ້ນ ແລະສາມາດອະທິບາຍແຈ້ງທາງດ້ານທິດສະດີ ແລະສົມທຽບພຶດຕິກໍາໃຫ້ກະຈ່າງແຈ້ງ, ຊອກຮູ້ບົດຮຽນອັນໃໝ່ໆ ນໍາມາຖ່າຍທອດໃຫ້ນັກສຶກສາ ເພື່ອເຮັດໃຫ້ນັກສຶກສາເຂົ້າໃຈ ແລະຮູ້ນໍາໄປໜູນໃຊ້ໃນໜ້າທີ່ວຽກງານຂອງຕົນ ແລະ ນັກສຶກສາກໍ່ຕ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ ຂຶ້ນຫ້ອງເປັນປົກກະຕິ, ປະຕິບັດແຜນການຮຽນ-ການສອນ ຢ່າງເຂັ້ມງວດ ເພື່ອນໍາເອົາຄວາມຮູ້, ຄວາມສາມາດນໍາຄູ-ອາ ຈານໄປໜູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນໃຫ້ສູງຂຶ້ນກ່ວາເກົ່າ ແລະ ທ່ານຍັງໄດ້ມອບກະຕ່າຂອງຂວັນອວຍພອນ ໃຫ້ແກ່ພະນັກງານ, ຄູ-ອາຈານຕື່ມອີກ.

ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ

ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ