ຂ່າວຫຼ້າສຸດ

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ

ພິທີປ້ອງກັນບົດຈົບຂັ້ນ ຂອງນັກສຶກສາທິດສະດີການເມືອງ ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII

ໃນວັນທີ 30 ກັນຍາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີປ້ອງກັນບົດຈົບຂັ້ນ ໃຫ້ແກ່ນັກສຶກສາທິດສະດີການເມືອງ ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII  ຈຳນວນ 44 ທ່ານ, ຍິງ 7 ທ່ານ ທີ່ໄດ້ຜ່ານການສຶກສາຮໍ່າຮຽນຄົບຕາມຫຼັກສູດ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍານົດໄວ້ ແລະໄດ້ຂຽນບົດຈົບຂັ້ນສໍາເລັດ ແລະຖືກຕ້ອງຕາມເຕັກນິກວິທະຍາສາດ.           ຫຼັກສູດທິດສະດີຂັ້ນສູງ ແມ່ນໄດ້ເລີ່ມຕົ້ນເປີດການຮຽນ-ການສອນ…

ພິທີປີດການຝຶກອົບຮົມວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ-ຄຸນນະພາບ ແລະຮູບແບບການອ້າງອີງວາລະສານວິຊາການ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສຳເລັດການຝຶກອົບຮົມ ຍົກລະດັບພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ຄວາມສາມາດ ໃນຫົວຂໍ້ການຝຶກອົບຮົມ: ການສ້າງວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ (Quantitative) ແລະ ຄຸນນະພາບ (Qualitative) ແລະຮູບແບບການອ້າງອີງວາລະສານວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.           ໃນພິທີໃຫ້ກຽດເປັນປະທານຂອງ ທ່ານ ປທ ນ ບຸນມີ…

ກອງປະຊຸມແລກປ່ຽນ ແລະປຶກສາຫາລື ເພື່ອເກັບກຳຂໍ້ມູນການຈັດຕັ້ງປະຕິບັດ ຂອງໂຄງການສະຖາບັນລາວ-ອົດສະຕາລີ ໄລຍະ IV

ການ​ຮ່ວມ​ມື​ລະ​ຫວ່າງ ລັດ​ຖະ​ບານ​ລາວ ກັບ ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ແມ່ນ​ມີສາຍ​ພົວ​ພັນ ແລະການຮ່ວມມືອັນດີງາມ​ມາ​ແຕ່​ຍາວ​ນານ, ເປັນ​ການ​ພົວ​ພັນ​ທີ່ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ​ປະ​ໂຫຍດ, ບໍ່​ກ້າວ​ກາຍ​ກິດ​ຈະ​ການ​ພາຍ​ໃນ​ເຊິ່ງ​ກັນ ແລະກັນ ເຊິ່ງ​ສະ​ແດງ​​ອອກ​ໃນ​ໄລ​ຍະ​ຜ່ານ​ມາ ລັດ​ຖະ​ບານ​ອົດ​ສະ​ຕ​າ​ລີ ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ການ​ສຶກ​ສາ ແລະການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວຽກ​ງານ​ສິດ​ທິ​ມະ​ນຸດ ຢ່າງ​ມະ​ຫາ​ສານ​ແກ່​ລັດ​ຖະ​ບານ​ ສ​ປ​ປ ລາວ ເວົ້າ​ລວມ, ​ເວົ້າ​ສະ​ເພາະ ກໍຄືສະ​ຖາ​ບັນ​ການ​ເມືອງ ແລະການ​ປົກ​ຄອງ​ແຫ່ງ​ຊາດ ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕ​າ​ລີ ໃນ​ການ​ສ້າງ ແລະພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ຄູ, ຝຶກ​ອົບ​ຮົມ​ດ້ານວິ​ຊາ​ການ, ປື້ມ​ຄູ່​ມື, ຊ່ຽວ​ຊານ, ການ​ຝຶກ​ອົບ​ຮົມ​ວຽກ​ງານ​ສິດ​ທິ​ມະ​ນຸດ, ວຽກ​ງານ​ບຸກ​ຄະ​ລາ​ກອນ ແລະການ​ແລກ​ປ່ຽນ​ບົດ​ຮຽນໃນ​ດ້ານ​ອື່ນໆ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດການຝຶກອົບຮົມວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ-ຄຸນນະພາບ ແລະຮູບແບບການອ້າງອີງວາລະສານວິຊາການ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຍົກລະດັບ ພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ, ທັນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນການຍົກລະດັບໃຫ້ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ທຽບທັນກັບຍຸກອຸດສາຫະກໍາທີ່ທັນສະໄໝ ແລະ ເພື່ອໃຫ້ພວກເຮົາຮູ້ໄດ້ວິທີເຂົ້າເຖິງຂໍ້ມູນທີ່ທັນສະໄໝ ຢູ່ໃນໂລກປະຈຸບັນ ແລະ ໃຫ້ຮູ້ຈັກນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ ເຂົ້າໃນການສຶກສາຄົ້ນຄວ້າ, ຮໍ່າຮຽນ ແລະ ນໍາເອົາຄວາມຮູ້ໃໝ່ໆ ມານໍາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງພວກເຮົາ. ດັ່ງນັ້ນ, ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຈິ່ງໄດ້ຈັດຝຶກອົບຮົມຫົວຂໍ້: ການສ້າງວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ…

ຂ່າວອື່ນໆ