ໃນວັນທີ 30 ກັນຍາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີປ້ອງກັນບົດຈົບຂັ້ນ ໃຫ້ແກ່ນັກສຶກສາທິດສະດີການເມືອງ ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII ຈຳນວນ 44 ທ່ານ, ຍິງ 7 ທ່ານ ທີ່ໄດ້ຜ່ານການສຶກສາຮໍ່າຮຽນຄົບຕາມຫຼັກສູດ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍານົດໄວ້ ແລະໄດ້ຂຽນບົດຈົບຂັ້ນສໍາເລັດ ແລະຖືກຕ້ອງຕາມເຕັກນິກວິທະຍາສາດ.



ຫຼັກສູດທິດສະດີຂັ້ນສູງ ແມ່ນໄດ້ເລີ່ມຕົ້ນເປີດການຮຽນ-ການສອນ ມາແຕ່ເດືອນ ກຸມພາ ປີ 2025 ຈົນມາເຖິງເດືອນກັນຍາ ປີ 2025 ແມ່ນຄົບຕາມໂຄງການຫຼັກສູດການຮຽນ-ການສອນຂອງລະບົບຮຽນ 9 ເດືອນ ໃນ 5 ກຸ່ມວິຊາ ຄື: ກຸ່ມວິຊາການປົກຄອງ, ກຸ່ມວິຊາຄຸ້ມຄອງເສດຖະກິດ, ກຸ່ມວິຊາການເມືອງ 1, ກຸ່ມວິຊາການເມືອງ 2 ແລະກຸ່ມວິຊາການເມືອງ 3 ລວມທັງໝົດມີ 1.113 ຊົ່ວໂມງ. ພິທີປ້ອງກັນບົດໃນຄັ້ງນີ້ແຕ່ລະກຸ່ມວິຊາ ໄດ້ພ້ອມກັນເອົາໃຈໃສ່ສຸມທຸກສະຕິປັນຍາໃນການຄົ້ນຄວ້າຕໍ່ບົດທີ່ນໍາມາປ້ອງກັນ ແລະຄະນະກຳມະການໄດ້ປະກອບຄໍາຄິດເຫັນໃສ່ແຕ່ລະບົດທີ່ຂຶ້ນມານໍາສະເໜີພ້ອມທັງຕັ້ງຄໍາຖາມແລກປ່ຽນຢ່າງກົງໄປກົງມາ.



ພິທີປ້ອງກັນບົດຈົບຂັ້ນດັ່ງກ່າວ, ແມ່ນໄດ້ສຳເລັດລົງໃນຕອນແລງຂອງວັນດຽວກັນ ແລະມີຜົນສຳເລັດຕາມຄາດໝາຍ ຂອງຄະນະກຳມະການທີ່ໄດ້ກໍານົດໄວ້, ສິ່ງສໍາຄັນຜົນສຳເລັດໃນຄັ້ງນີ້ ນັກສຶກສາໄດ້ພິສູດຕົນເອງຕໍ່ການປະເມີນຄວາມຮັບຮູ້ເຂົ້າໃຈ ກ່ຽວກັບທິດສະດີການເມືອງຂັ້ນສູງຕະຫຼອດໄລຍະ 9 ເດືອນ ທີ່ໄດ້ຮຽນມາ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບໜ້າວຽກງານຂອງຕົນຢູ່ກົມກອງ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ, ຍົກສູງຄວາມສາມາດໃນການວິເຄາະບັນຫາຢ່າງມີວິທະຍາສາດ ແລະເຝິກຝົນຫຼໍ່ຫຼອມຕົນເອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່.



ຂ່າວ/ພາບ ໂດຍ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ ໂດຍ: ປທ ວຽງສະຫວັນ ຈັັນທະວີໄຊ
