ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສຳເລັດການຝຶກອົບຮົມ ຍົກລະດັບພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ຄວາມສາມາດ ໃນຫົວຂໍ້ການຝຶກອົບຮົມ: ການສ້າງວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ (Quantitative) ແລະ ຄຸນນະພາບ (Qualitative) ແລະຮູບແບບການອ້າງອີງວາລະສານວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

          ໃນພິທີໃຫ້ກຽດເປັນປະທານຂອງ ທ່ານ ປທ ນ ບຸນມີ ຈຸນລະຈັກ ຮອງຫົວໜ້າ ສມປຊ, ມີຕາງໜ້າຜູ້ເຂົ້າຮ່ວມປະກອບດ້ວຍຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າາງໆ ພ້ອມດ້ວຍນັກຝຶກອົບຮົມ ຈໍານວນ 40 ທ່ານ, ຍິງ 13 ທ່ານ; ໃນພິທີ ທ່ານ ປອ ສີສົມພອນ ວົງພະຈັນ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ໄດ້ຜ່ານບົດສະຫຼຸບຕະຫຼອດໄລຍະຂອງການຝຶກອົບຮົມວ່າ: ໃນໄລຍະ 5 ວັນຂອງການຝຶກອົບຮົມ ຂອງພວກເຮົາຜ່ານມາ ເຫັນວ່າບັນດານັກອາຈານຊ່ຽວຊານ ທີ່ມາຈາກມະຫາວິທະຍາໄລແຫ່ງຊາດ ແລະ ນັກຝຶກອົບຮົມ ຂອງພວກເຮົາ ໄດ້ເອົາໃຈໃສ່ຕັ້ງໜ້າເຂົ້າສູ່ຂະບວນການຝຶກອົບຮົມ ຢ່າງເປັນຂະບວນການຟົດພື້ນ ແລະ ມີຫຼາຍບັນຫາທີ່ພວກເຮົາໄດ້ສຶກສາແລກປ່ຽນ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ມີຫຼາຍບັນຫາເຫັນວ່າເປັນບັນຫາ ໃໝ່ສໍາລັບນັກສໍາມະນາກອນຂອງພວກເຮົາ ແລະ ການຝຶກອົບຂອງພວກເຮົາ ກໍສາມາດຍາດໄດ້ຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້ເປັນຢ່າງດີ.

ໃນພິທີ ໄດ້ມອບໃບຢັ້ງຢືນຝຶກອົບຮົມ ໃຫ້ແກ່ນັກຝຶກອົບຮົມ ຈໍານວນທັງໝົດ 40, ຍິງ 13 ທ່ານ  ໂດຍໃຫ້ກຽດມອບໂດຍ ທ່ານ ປທ ນ. ບຸນມີ ຈຸນລະຈັກ; ໃນຕອນທ້າຍພິທີ ທ່ານປະທານໄດ້ໂອ້ລົມຕໍ່ກັບຊຸດຝຶກອົບຮົມນີ້ວ່າ:

1). ພາຍຫຼັງການຝຶກອົບຮົມນີ້ສໍາເລັດແລ້ວ ກໍສະເໜີໃຫ້ຄະນະຮັບຜິດຊອບການຝຶກອົບຮົມຈົ່ງເຮັດບົດລາຍງານໃຫ້ຄະນະພັກ, ຄະນະອໍານວຍການຕື່ມເພື່ອຮັບຮູ້ໄດ້ຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້ ແລະມີຫຍັງຢາກສະເໜີຝຶກອົບຮົມຕື່ມອີກໃນອະນາຄົດ ທີ່ເປັນການຕໍ່ຍອດຈາກການຝຶກອົບຮົມຄັ້ງນີ້.

2). ການຝຶກອົບຮົມຄັ້ງນີ້ ແມ່ນຈັດຂຶ້ນຢູ່ທ່າມກາງ ທີ່ປະເທດພວກເຮົາກໍາລັງໃຫ້ຄວາມສໍາຄັນໃນການຫັນໄປສູ່ຄວາມທັນສະໄໝ ຊຶ່ງ 5 ມື້ຜ່ານມາທາງວິທະຍາກອນໄດ້ສະໜອງຄວາມຮູ້ທາງດ້ານທິດສະດີ ຖືວ່າໄດ້ປະກອບຄວາມຮູ້ພື້ນຖານໃຫ້ບັນດາທ່ານໃນລະດັບໜຶ່ງແລ້ວ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງໃຫ້ພະນັກງານ, ຄູອາຈານພວກເຮົາຈົ່ງນໍາເອົາຄວາມຮູ້ດັ່ງກ່າວ ໄປນໍາໃຊ້ເຂົ້າສູ່ການປະຕິບັດຕົວຈິງຕາມຄວາມຮັບຜິດຊອບຂອງ ຕົນໃຫ້ມີປະສິດທິພາບ ແລະປະສິດທິຜົນສູງກວ່າເກົ່າ, ຮຽນຮູ້ແລ້ວຕ້ອງເອົາໄປນໍາໃຊ້ ໂດຍສະເພາະໃນການຂຽນບົດລົງວາລະສານ, ຂຽນບົດຄົ້ນຄວ້າວິທະຍາສາດທັງລະດັບ ສມປຊ, ລະດັບຊາດ ແລະລະດັບສາກົນ, ອອກແບບເວັບໄຊ, ການສິດສອນ ແລະອື່ນໆ.

3). ສໍາລັບວິທະຍາກອນທີ່ມາຈາກ ມະຫາວິທະຍາໄລແຫ່ງຊາດ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມ ຄິດວ່າໃນຕໍ່ໜ້າພວກເຮົາຍັງຈະມີການຝຶກອົບຮົມໄປເລື່ອຍໆ ເພື່ອສ້າງພະນັກງານ, ຄູ-ອາຈານ ພວກເຮົາໃຫ້ເປັນຄົນທັນສະໄໝທັນກັບຍຸກສະໄໝ, ການຫັນປະເທດເປັນທັນສະໄໝໄດ້ກໍເມື່ອຄົນກໍຕ້ອງທັນສະໄໝ ເພື່ອຂັບເຄື່ອນປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຂ່າວ/ພາບໂດຍ: ປທ ຕາອັອດ ແສນທະວີສຸກ
ບັນນາທິການໂດຍ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ