ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຍົກລະດັບ ພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ, ທັນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນການຍົກລະດັບໃຫ້ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ທຽບທັນກັບຍຸກອຸດສາຫະກໍາທີ່ທັນສະໄໝ ແລະ ເພື່ອໃຫ້ພວກເຮົາຮູ້ໄດ້ວິທີເຂົ້າເຖິງຂໍ້ມູນທີ່ທັນສະໄໝ ຢູ່ໃນໂລກປະຈຸບັນ ແລະ ໃຫ້ຮູ້ຈັກນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ ເຂົ້າໃນການສຶກສາຄົ້ນຄວ້າ, ຮໍ່າຮຽນ ແລະ ນໍາເອົາຄວາມຮູ້ໃໝ່ໆ ມານໍາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງພວກເຮົາ. ດັ່ງນັ້ນ, ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຈິ່ງໄດ້ຈັດຝຶກອົບຮົມຫົວຂໍ້: ການສ້າງວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ (Quantitative) ແລະ ຄຸນນະພາບ (Qualitative) ແລະຮູບແບບການອ້າງອີງວາລະສານວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນເວລາ 5 ວັນ ນັບແຕ່ວັນທີ 22-26 ກໍລະກົດ 2025 ໂດຍການບັນຍາຍ ຂອງອາຈານຮັບເຊີນມາຈາກມະຫາວິທະຍາໄລແຫ່ງຊາດ

         ໃນພິທີໃຫ້ກຽດເປັນປະທານຂອງ ທ່ານ ປອ ສີສົມພອນ ວົງພະຈັນ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມ ຄອງການຄົ້ນຄວ້າວິທະຍາສາດ, ມີຜູ້ເຂົ້າຮ່ວມປະກອບດ້ວຍ ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າງໆ ທັງໝົດ 40 ທ່ານ, ຍິງ 13 ທ່ານ; ເຊິ່ງທ່ານປະທານໄດ້ໂອລົມ ແລະໄດ້ກ່າວຄວາມສຳຄັນຂອງການຝຶກອົບຮົມວ່າ: ການຝຶກອົບຮົມໄດ້ໃຫ້ຄວາມສໍາຄັນ ຕໍ່ຂະບວນການຄົ້ນຄວ້າວິທະຍາສາດ, ການເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາ ສາດ ແລະການນໍາເອົາໝາກຜົນຂອງການຄົ້ນຄວ້າ ເພື່ອໝູນໃຊ້ເຂົ້າໃນການແກ້ໄຂບັນຫາຕົວຈິງໃຫ້ແກ່ສັງຄົມມະນຸດ ນັບມື້ກວ້າງຂວາງ ແລະຖືວ່າ: “ວິທະຍາສາດເປັນກຳລັງການຜະລິດໂດຍກົງຂອງສັງຄົມ”. ດ້ວຍເຫດນັ້ນ, ເນື້ອໃນການຝຶກອົບຮົມໃນຄັ້ງນີ້ ຈຶ່ງມີຄວາມໝາຍສໍາຄັນ ເຊິ່ງມັນເປັນການຊຸກຍູ້, ສົ່ງເສີມໃຫ້ຖັນແຖວພະນັກງານ, ຄູ-ອາຈານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ສາມາດປະກອບສ່ວນຢ່າງແຂງແຮງເຂົ້າໃນການຈັດຕັ້ງປະຕິບັດພາລະບົດຂອງສະຖາບັນ ຕາມການມອບໝາຍຂອງກົມການເມືອງສູນກາງພັກ ນັ້ນຄື: ສະຖາບັນເຮັດ 3 ບົດບາດຕົ້ນຕໍ 1). ບົດບາດໃນການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ມູນເຊື້ອ ແລະປະຫວັດສາດຂອງພັກ, ຂອງຊາດ, ແນວທາງ ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ. 2). ບົດບາດໃນການຄົ້ນຄວ້າວິທະຍາສາດການເມືອງ-ການປົກຄອງ, ວິທະຍາສາດການນໍາພາ-ຄຸ້ມຄອງ, ຮັບໃຊ້ການຮຽນ-ການສອນ, ສະໜອງຂໍ້ມູນດ້ານວິທະຍາສາດໃຫ້ແກ່ການວາງແນວທາງ, ນະໂຍບາຍຂອງພັກແລະລັດ. 3). ບົດບາດໃນການບຳລຸງພະນັກງານນໍາພາ-ຄຸ້ມຄອງຂັ້ນຍຸດທະສາດ ແລະການນໍາຂັ້ນສູງ, ພະນັກງານນໍາພາ-ຄຸ້ມຄອງ; ຍົກລະດັບທິດສະດີການເມືອງຂັ້ນກາງ, ຂັ້ນສູງ; ກໍ່ສ້າງພະນັກງານ ຄົ້ນຄວ້າວິທະຍາສາດທິດສະດີການເມືອງ-ການປົກຄອງ.

         ສະນັ້ນ, ການຝຶກອົບຮົມ ໃນຄັ້ງນີ້ ຈຶ່ງເປັນການຍົກລະດັບທາງດ້ານຄວາມຮູ້ ຄວາມສາມາດ , ສ້າງຄວາມຮັບຮູ້ເຂົ້າໃຈ ແລະນໍາໃຊ້ວິທີການໃນການຄົ້ນຄວ້າວິທະຍາສາດທີ່ຫຼາກຫຼາຍ, ມີປະສິດທິຜົນສູງ ແລະສາມາດເຂົ້າຮ່ວມໃນຂະບວນການຄົ້ນຄວ້າ, ວິໄຈ ກັບພາກສ່ວນຕ່າງໆ ທັງຢູ່ພາຍໃນ ແລະຕ່າງປະເທດຢ່າງກວ້າງຂວາງຍິ່ງຂຶ້ນ, ພ້ອມທັງສາມາດນໍາເອົາຜົນການຄົ້ນຄວ້າ ຂອງຕົນ ນໍາໄປເຜີຍແຜ່ໃນຮູບແບບ ແລະດ້ວຍພາຫະນະຕ່າງໆຕາມຄວາມຕ້ອງການ, ນອກຈາກນັ້ນ ກໍຈະເປັນການຊອກຫາວິທີເພື່ອຍົກລະດັບວາລະສານ ຂອງສະຖາບັນໃຫ້ໄດ້ມາດຕະຖານສາກົນ ຕາມ ຄວາມຮຽກຮອງຕ້ອງການຂອງໜ້າທີ່ການເມືອງຂອງສະຖາບັນ.


ພາບ/ຂ່າວ ໂດຍ:  ປທ ຕາອັອດ ແສນທະວີສຸກ
ບັນນາທິການໂດຍ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ