ພິທີປ້ອງກັນບົດຈົບຊັ້ນອານຸປະລິນຍາຮຸ່ນທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 17 ພະຈິກ 2020 ໂດຍໄດ້ຮັບກຽດເປັນປະທານພິທີ ຈາກທ່ານ ມໍຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ຜູ້ຊີນຳວຽກງານໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ ແລະເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ປທ ອຸໄທທິບ ພຸດທະລາດ ຫົວໜ້າຄະນະປັດຊະຍາ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຄະນະກຳມະການຈາກ ສມປຊ, ມີຄະນະອຳນວຍການ, ພະນັກງານ-ຄູອາຈານໂຮງຮຽນການເມືອງ-ການປົກຄອງ, ອາຈານຮັບເຊີນອ້ອມຂ້າງແຂວງ ແລະ ນັກສຶກສາຊັ້ນອານຸປະລິນຍາ 59 ທ່ານ, ຍິງ 12 ທ່ານເຂົ້າຮ່ວມຢ່າງພ້ອມພຽງ.

         ການປ້ອງກັນບົດໃນຄັ້ງນີ້ແມ່ນໄດ້ປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ໃນສົກປີ 2018-2020 ໃນລະບົບອະນຸປະລິນຍາ ຮຸ່ນທີ V; ໃນໂຄງການຫຼັກສູດການຮຽນ-ການສອນ ແມ່ນໄດ້ແບ່ງອອກເປັນ 3 ສາຍຄື: ສາຍການເມືອງ, ສາຍການປົກຄອງ ແລະ ສາຍຄຸ້ມຄອງເສດຖະກິດ.

ຂ່າວ/ພາບ: ບຸນໄຊ ລູວີນາ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ