ຂ່າວຫຼ້າສຸດ

ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ພິທີວາງສີລາລຶກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈຳປາສັກ ສັນຍາລັກແຫ່ງຄວາມສາມັກຄີພິເສດ ລາວ-ຫວຽດນາມ

ກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານພັກ ສມປຊ ແລະປາຖະກະຖາວັນປະກາດເອກະລາດ ຄົບຮອບ 80 ປີ ແລະວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ

     ໃນຕອນເຊົ້າ ຂອງວັນທີ 8 ຕຸລາ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານພັກ ສມປຊ ແລະປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ແລະວັນສ້າງຕັ້ງການ ທູດລາວ ຄົບຮອບ 80 ປີ…

ຊົມເຊີຍຜົນສຳເລັດຄະນະບໍລິຫານສາດໃນການຈັດຕັ້ງ ການຮຽນ-ການສອນ ໃນສົກຮຽນຜ່ານມາ ແລະ ແຜນພັດທະນາສົກຮຽນປີ 2025-2026

         ຄະນະບໍລິຫານສາດ (ຄບສ), ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນປະຈຳສົກຮຽນ 2024-2025ຢ່າງເປັນທາງການໃນວັນທີ 2 ຕຸລາ 2025 ໂດຍການເປັນປະທານຂອງກອງປະຊຸມ ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ, ມີຕາງໜ້າພາກສ່ວນທີ່ກ່ຽວຂ້ອງ, ມີອາຈານຮັບເຊີນ ແລະ ອາຈານສອນຊ່ວຍ.          ໃນພິທີໄດ້ຮັັບຟັງການສະຫຼຸບລາຍງານ ຈາກ ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ຊຶ່ງທ່ານໄດ້ສະຫຼຸບຄື:…

ພິທີເປີດຂະບວນການແຂ່ງຂັນກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ 4

ໃນວັນທີ 1 ຕຸລາ 2025 ຄະນະກິລາ, ສິລະປະ-ວັນນະຄະດີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຂະບວນການກິລາ 3ອົງການຈັດຕັ້ງມະຫາຊົນຂຶ້ນຢ່າງເປັນທາງການ ໃນທາມກາງບັນຍາກາດ ທີ່ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພວມສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີVI ຂອງອົງຄະນະພັກແລະເພື່ອເປັນການກະກຽມສະເຫຼີມສະຫຼອງວັນຄູແຫ່ງຊາດ 7ຕຸລາທີ່ຈະໝູນວຽນມາຄົບຮອບໃນມໍ່ໆນີ້. ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ ຜູ້ຊີ້ນໍາ 3ອົງການຈັດຕັ້ງມະຫາຊົນ ແລະເປັນກຽດເຂົ້າຮ່ວມໂດຍ: ທ່ານ ຮສ ພູວົງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດປິດຊຸດຮຽນທິດສະດີການເມືອງ ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII ແລະເປີດສົກຮຽນໃໝ່ 2025-2026 ແລະສະເຫຼີມສະຫຼອງວັນຄູແຫ່ງຊາດ

         ໃນຕອນເຊົ້າ ວັນທີ 3 ຕຸລາ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ປິດຊຸດຮຽນທິດສະດີການເມືອງ  ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII ແລະເປີດສົກຮຽນໃໝ່ 2025-2026 ແລະສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7.10.1994-7.10.2025) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ…