ໃນຕອນເຊົ້າ ວັນທີ 3 ຕຸລາ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ປິດຊຸດຮຽນທິດສະດີການເມືອງ ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII ແລະເປີດສົກຮຽນໃໝ່ 2025-2026 ແລະສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7.10.1994-7.10.2025) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຄະນະພັກ, ຄະນະນໍາ ສປມຊ, ມີແຂກຮັບເຊີນຈາກຄະນະຈັດຕັ້ງສູນກາງພັກ, ມີພະນັກງານ-ລັດຖະ ກອນ, ຄູ-ອາຈານ ສມປຊ ແລະນັກສຶກສາທຸກລະບົບທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີອັນສະຫງ່າລາສີທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວໄດ້ມີຫຼາຍວາລະເຄື່ອນໄຫວເປັນຕົ້ນ:

ວາລະທີ 1). ໄດ້ຮັບຟັງການສະຫຼຸບລາຍງານຂອງ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ວ່າ: ດ້ານການຮຽນຂອງລະບົບທິດສະດີການເມືອງ ຂັ້ນສູງ ຮຸ່ນທີ VII ໄດ້ມີການຈັດຕັ້ງການຮຽນການ ສອນ ທັງໝົດ 23 ວິຊາ ຫຼື 1.113 ຊົ່ວໂມງ, ປະກອບມີ 6 ກຸ່ມວິຊາຮຽນ ລວມມີ 18 ບົດ. ນອກຈາກນັ້ນ, ຄູອາຈານໄດ້ປະເມີນຄວາມຮັບຮູ້ ຂອງນັກສຶກສາດ້ວຍການຂຽນເປັນບົດລານງານ ຫຼື ສອບເສັງຂຽນເປັນບຸກຄົນ ເພື່ອປະເມີນ ໃຫ້ຄະແນນເປັນລາຍວິຊາ, ຂຽນບົດປ້ອງກັນຈົບຂັ້ນ ຂອງຕົນເປັນລາຍບຸກຄົນ ໂດຍມີອາຈານແນະນໍາບົດ ແລະໄປທັດສະນະສຶກສາ ຢູ່ພາຍໃນນະຄອນຫຼວງວຽງຈັນ 1 ຄັ້ງ ແລະໄປທັດສະນະສຶກສາ ຢູ່ແຂວງສະຫວັນ ນະເຂດ 1 ຄັ້ງ ໃຊ້ເວລາ 7 ວັນ. ພ້ອມກັນນັ້ນ ໄດ້ສໍາເລັດການຮຽນການສອນ ແລະສຳເລັດການປ້ອງກັນບົດ ໃນວັນທີ 30 ກັນຍາ 2025 ຕາມແຜນກຳນົດໄວ້. ຜ່ານການຕີລາຄາປະເມີນຜົນ ສາມາດຕີລາຄາໄດ້ ຄື: ໃນຈໍານວນນັກສຶກສາ ທັງໝົດ 44 ທ່ານ, ຍິງ 7 ທ່ານ ສາມາດຍາດໄດ້ຄະແນນສະສົມເກຼດ A ຫຼື ດີເລີດ ມີ 40 ທ່ານ, ຍິງ 7 ທ່ານ ກວມ 66,67%; ໄດ້ຮັບຄະແນນ ສະສົມເກຼດ B+ ຫຼື ດີຫຼາຍ ມີ 4 ທ່ານ, ກວມ 33,33%. ໄດ້ຮັບການຍ້ອງຍໍນັກຮຽນເກັ່ງມີ ວິໄນດີ ປະເພດທີ I ມີ 34 ທ່ານ, ຍິງ 6 ທ່ານ, ປະເພດທີ II ມີ 10 ທ່ານ, ຍິງ 1 ທ່ານ ແລະໄດ້ຖືກຄັດ ເລືອກຄະນະພັກ, ຄະນະຫ້ອງຊີ້ນຳນຳພາດີເດັ່ນ ແລະໄດ້ຮັບຍ້ອງຍໍຫ້ອງຮຽນດີເດັ່ນ ປະເພດ I. ນອກນັ້ນ, ເພື່ອເປັນການສືບຕໍ່ຂອງ ການຮຽນ-ການສອນ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ໄດ້ຜ່ານແຜນການຮຽນ-ການສອນ ສົກ 2025-2026 ວ່າ: ແຜນການສົກປີດັ່ງກ່າວ, ໄດ້ກຳນົດຄາດໝາຍສູ້ຊົນ, ວຽກງານຈຸດສຸມໃຫ້ສໍາເລັດຕາມແຜນການ, ແຜນງານ, ໂຄງການຕາມຕາຕະລາງກຳນົດໄວ້ ໂດຍເນັ້ນໃສ່ຊຸກຍູ້ປະຕິບັດ 3 ເຂັ້ມ ຕາມທິດທີ່ ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ວາງອອກຄື: ຮຽນເຂັ້ມງວດ (ບໍ່ໃຫ້ຂາດຮຽນ, ການຂຶ້ນຫ້ອງ ຕ້ອງທັນເວລາ), ສອນເຂັ້ມງວດ (ບໍ່ຂາດໂມງສອນ, ມາທັນໂມງສອນ, ປະຕິບັດຂອດຕ່າງໆ ເຂັ້ມງວດ), ປະຕິບັດວິໄນເຂັ້ມງວດ (ລະບຽບການສອບເສັງ, ລະບຽບນັກສຶກສາ, ລະບຽບປ້ອງກັນ, ລະບຽບຫໍພັກ ແລະລະບຽບການອື່ນໆ).



ວາລະທີ 2). ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດ ຂອງການສຶກສາຄົ້ນຄວ້າທິດສະດີການເມືອງທ່ານ ປະທານ ໄດ້ເປັນກຽດມອບໃບຢັ້ງຢືນ ຕໍ່ກັບນັກສຶກສາທີ່ສຳເລັດ ແລະເນື່ອງໃນວັນຄູແຫ່ງຊາດ ຄະນະພັກ, ຄະນະນຳຂອງຫ້ອງ ຮຽນໄດ້ຕາງໜ້າມອບກະຕ່າຂອງຂວັນເພື່ອເປັນການສະແດງຄວາມຮູ້ບຸນຄຸນຄູ-ອາຈານ ທີ່ໄດ້ສິດສອນຖ່າບຖອດ ຄວາມຮູ້ນຳ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ້ໜ້າທີ່ການເມືອງ.
ວາລະທີ 3). ມອບ-ຮັບ ໃບຍ້ອງຍໍ ຄູ-ອາຈານ ສອນດີ-ສອນເກັ່ງ ທີ່ເຮັດໜ້າທີ່ການເມືອງໜຶ່ງຂອງການ ສິດສອນທີ່ພົ້ນເດັ່ນ, ປະກອບສ່ວນຂຽນປື້ມຕຳລາ, ມີບົດວິທະຍາສາດ ຊຶ່ງໃນສົກດັ່ງກ່າວຄູອາຈານສອນດີ-ສອນເກັ່ງປະເພດ 1 ມີ 39 ທ່ານ, ຍິງ 14 ທ່ານ, ປະເພດ 2 ມີ 13 ທ່ານ, ຍິງ 8 ທ່ານ ແລະຍ້ອງຍໍ ນັກສຶກສາຮຽນເກັ່ງ-ມີວິໄນ ປະເພດ 1 ຈຳນວນ 34 ທ່ານ, ຍິງ 6 ທ່ານ, ປະເພດ 2 ມີຈຳນວນ 10 ທ່ານ, ຍິງ 1 ທ່ານ.






ວາລະທີ 4). ປະກາດ ແລະມອບ ຕຳແໜ່ງວິຊາການ ຂັ້ນອາຈານ ທ່ານ ປອ ຄຳໃບ ມາລາສິງ ແລະຜູ້ຊ່ວຍອາຈານ ທ່ານ ອຸທິດ ສອນທອງສີ ແລະ ທ່ານ ສົມໝາຍ ດວງມະໂນ.




ສະນັ້ນ, ໃນພິທີອັນມີຄວາມໝາຍສໍາຄັນນີ້ ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ໂອ້ລົມວ່າ:
1). ຄວາມຮູ້ທີ່ພວກສະຫາຍໄດ້ຮັບ ແລະ ສະແດງອອກເປັນຄະແນນ A, B ແມ່ນຄວາມຮູ້ທາງ ທິດສະດີ, ເປັນພຽງເຂັມທິດອັນໜຶ່ງທີ່ສໍາຄັນ ເພື່ອເຍືອງທາງໃຫ້ແກ່ການເຄື່ອນໄຫວພຶດຕິກຳ ຂອງພວກ ສະຫາຍໃນຕໍ່ໜ້າ. ແຕ່ອັນສໍາຄັນກວ່າໝູ່ນັ້ນ ແມ່ນພວກສະຫາຍຕ້ອງຮູ້ໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ມາຢ່າງ ປະດິດສ້າງ ເຂົ້າໃນວຽກງານຕົວຈິງໃຫ້ມີການຫັນປ່ຽນໃນພຶດຕິກຳຢ່າງແທ້ຈິງ. ຈຶ່ງຈະກໍ່ໃຫ້ເກີດຜົນ ປະໂຫຍດໃຫ້ແກ່ການສ້າງສາພັດທະ ນາປະເທດຊາດຂອງພວກເຮົາຢ່າງບໍ່ຢຸດຢັ້ງ.
ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຮຽກຮ້ອງໃຫ້ພວກເຮົາຕ້ອງມີຄວາມກ້າຄິດ, ກ້າ ຮັບຜິດຊອບ, ຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະເລິກເຊິ່ງ. ຍ້ອນ ແນວນັ້ນ, ຈິ່ງຮຽກຮ້ອງໃຫ້ບັນດາສະຫາຍ ຕ້ອງກຳແໜ້ນວິທີວິທະຍາປະຕິວັດ ແລະ ວິທະ ຍາສາດ ຂອງລັດທິມາກເລນິນ ທີ່ໄດ້ຮຽນມາແລ້ວ; ແນວຄິດປະທານ ໄກສອນ ພົມວິຫານ, ກຳ ແໜ້ນ ສະພາບຄວາມເປັນຈິງ, ປຶກສາຫາລືກັບໝູ່ຄະນະ ກ່ຽວກັບວິທີການ, ຮູບການນໍາໃຊ້ບົດ ຮຽນ ທີ່ຕົນ ໄດ້ຮຽນມາເຂົ້າໃສ່ວຽກງານຕົວຈິງ ເພື່ອໃຫ້ສອດຄ່ອງ.
2). ທິດສະດີ, ແນວທາງທີ່ພວກສະຫາຍຮຽນມາ ຕ້ອງໄດ້ຮັບການທົດສອບ, ກວດສອບ ແລະຢືນຢັນຈາກພຶດຕິກຳຕົວຈິງຍ້ອນແນວນັ້ນ, ບັນດາສະຫາຍຈົ່ງນໍາເອົາບົດຮຽນທີໄດ້ຮຽນມາໄປທົດສອບຢູ່ໃນພຶດຕິກຳແຫ່ງການສ້າງສາພັດທະນາປະເທດຊາດ ຕາມພາລະບົດບາດ ແລະໜ້າທີ່ຂອງຕົນອັນນີ້ຈະຊ່ວຍໃຫ້ພວກເຮົາເຫັນແຈ້ງວ່າອັນໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງ ບົນພື້ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ ພ້ອມກັນນັ້ນ ກໍ່ຕັດສິນໃຈດັດ ແປງແກ້ໄຂອັນທີ່ບໍ່ຖືກຕ້ອງຢ່າງທັນການ.
3). ຈາກພຶດຕິກຳຕົວຈິງນັ້ນ ບັນດາສະຫາຍ ຍັງມີໜ້າທີ່ຄົ້ນຄວ້າວິໄຈ ແລະ ສະຫຼຸບສັງລວມຢ່າງ ມີວິທະຍາສາດ ແລ້ວສະເໜີຄໍາຄິດຄໍາເຫັນ, ສະເໜີທິດທາງ, ວິທີການແລະມາດຕະການ ທີ່ເປັນໄປໄດ້ ແລະ ມີປະສິດທິພາບສູງ ເພື່ອປັບປຸງວຽກງານໃນກົມກອງໃຫ້ດີຂຶ້ນ. ພິເສດ, ບົດຮຽນ, ພຶດຕິກຳຕົວຈິງ ອັນໃດ ທີ່ຍັງບໍ່ທັນສອດຄ່ອງ ຂໍໃຫ້ພວກສະຫາຍ ສ່ອງແສງໃຫ້ສະຖາບັນ, ຕະຫຼອດຮອດສະເໜີແນະໃຫ້ ສະຖາບັນໃນການປັບປຸງຫຼັກສູດ, ປື້ມແບບຮຽນ, ວິທີການສິດສອນ ເພື່ອເຮັດແນວໃດໃຫ້ ການບຳລຸງກໍ່ສ້າງພະນັກງານໃນຕໍ່ໜ້າ ມີຄຸນນະພາບສູງຂຶ້ນ.
4). ຈົ່ງສືບຕໍ່ກໍ່ສ້າງ, ພັດທະນາຕົນເອງ ໃນຂະບວນການວຽກງານຕົວຈິງໃຫ້ຫຼາຍຂຶ້ນ, ຄວາມ ຮຽກຮ້ອງຕ້ອງການ ຂອງການພັດທະນາ ແມ່ນຮູ້ນໍາເອົາບົດຮຽນ ໄປໝູນໃຊ້ໃນພຶດຕິກຳໃຫ້ເກີດດອກ ອອກຜົນ, ປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງຈາກອັນເກົ່າ ໄປສູ່ອັນໃໝ່ທີ່ດີ ກວ່າ. ພວກສະຫາຍຈົ່ງສືບຕໍ່ຮຽນໃນພຶດຕິກຳຕົວຈິງໃຫ້ຫຼາຍຂຶ້ນຕື່ມ.
5). ພວກສະຫາຍ ແມ່ນຜະລິດຕະພັນທີ່ມີຄຸນນະພາບ ຂອງສະຖາບັນ. ຂ້າພະເຈົ້າເຊື່ອໝັ້ນຢ່າງ ໜັກແໜ້ນວ່າ: ບັນດາສະຫາຍນັກສຶກສາ ທີ່ຈົບອອກໄປໃນເທື່ອນີ້ ຈະຮັກສາໄວ້ເຊິ່ງຊື່ສຽງ, ກຽດສັກສີ ຂອງຕົນ ກໍ່ຄືຂອງສະຖາບັນ, ການເຄື່ອນໄຫວ, ການປະພຶດທຸກຢ່າງ ຕ້ອງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກພັກລັດ ແລະ ປະຊາຊົນ ເຂົາເຈົ້າຝາກຄວາມຫວັງໄວ້ນຳບັນດາສະຫາຍໝົດທຸກຄົນ. ສະນັ້ນ, ບໍ່ວ່າ ຢູ່ແຫ່ງຫົນໃດ, ໃນໜ້າທີ່ວຽກງານໃດ, ຈະຄິດ, ປະພຶດ ແລະ ກະທຳອັນໃດ ກໍ່ຕ້ອງຄໍານຶງ ແລະ ຢຶດໝັ້ນ ໃນທາດແທ້ຊົນຊັ້ນກຳມະກອນ ຂອງພັກ ຢ່າງສະເໜີຕົ້ນສະເໝີປາຍ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
