ຄະນະບໍລິຫານສາດ (ຄບສ), ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນປະຈຳສົກຮຽນ 2024-2025ຢ່າງເປັນທາງການໃນວັນທີ 2 ຕຸລາ 2025 ໂດຍການເປັນປະທານຂອງກອງປະຊຸມ ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ, ມີຕາງໜ້າພາກສ່ວນທີ່ກ່ຽວຂ້ອງ, ມີອາຈານຮັບເຊີນ ແລະ ອາຈານສອນຊ່ວຍ.

         ໃນພິທີໄດ້ຮັັບຟັງການສະຫຼຸບລາຍງານ ຈາກ ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ຊຶ່ງທ່ານໄດ້ສະຫຼຸບຄື: ດ້ານການເມືອງແນວຄິດ ແລະ ການນໍາພາ-ຊີ້ນໍາ, ຄູ-ອາຈານ ພາຍໃນ ຄບສ ມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີ ແລະ ເຮັດສຳເລັດຕາມການມອບໝາຍໄດ້ເປັນຢ່າງດີ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊີ້ນຳໃຫ້ວຽກງານຄົ້ນຄວ້າສິດສອນ ແລະ ວິທະຍາສາດໄດ້ເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບເຊັ່ນ:ໄດ້ສ້າງເງື່ອນໄຂໃຫ້ພະນັກງານ, ຄູ-ອາຈານຈໍານວນໜຶ່ງໄດ້ໄປບຳລຸງຍົກລະ ດັບ ຫຼື ກໍ່ສ້າງທາງດ້ານທິດສະດີ ແລະ ວິຊາສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດ, ວຽກງານການຮຽນ-ການສອນຄະ ນະບໍລິຫານສາດໄດ້ຈັດຕັ້ງການຮຽນ-ການສອນ ທັງພາຍໃນ ແລະ ພາຍນອກສໍາເລັດລວມທັງໝົດ 2.480 ຊົ່ວໂມງ.

         ພາຍໃນ: ສຳເລັດການຂຶ້ນຫ້ອງສິດສອນທຸກລະບົບເຊັ່ນ: ທິດສະດີການເມືອງຂັ້ນກາງ 6ເດືອນຮຸ່ນທີ 3-4 (19 2ຊົ່ວໂມງ), ຂັ້ນສູງ 9ເດືອນຮຸ່ນທີ 6-7 (266 ຊົ່ວໂມງ) ລະບົບປະລິນຍາໂທຮຸ່ນທີ 19-20 (ລວມ1.488ຊົ່ວໂມງ) ແລະ ຫຼັກສູດຝຶກອົບຮົມຫົວຂໍ້ສະເພາະ. ລວມທັງໝົດພາຍໃນແມ່ນ 1.934ຊົ່ວໂມງ.

         ພາຍນອກ: ສຳເລັດການສິດສອນໃຫ້ລະບົບທິດສະດີການເມືອງຂັ້ນຕົ້ນ 3ເດືອນ ຢູ່ບັນດາກະຊວງ ແລະອົງການຕ່າງໆ, ລວມທັງລະບົບໂຮງຮຽນທ້ອງຖິ່ນເຊັ່ນ: ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ແລະວິ ທະຍາຄານການເມືອງ ປກສ ລວມທັງໝົດ 546ຊົ່ວໂມງ, ໄດ້ສຳເລັດການແນະນຳບົດປ້ອງກັນຈົບຂັ້ນທິດສະດີການເມືອງຂັ້ນກາງ ແລະ ຂັ້ນສູງລວມ 44ຫົວຂໍ້, ນັກສຶກສາປະລິນຍາໂທຮຸ່ນທີ 19ສາຂາການປົກຄອງ 25ທ່ານສາ ມາດປ້ອງກັນບົດວິທະຍານິພົນຂັ້ນຄະນະ ແລະ ຂັ້ນ ສມປຊ, ສຳເລັດການຂຽນປຶ້ມຕຳລາຮຽນໃໝ່ຈຳນວນ 4ເຫຼັ້ມ.ສຳ ເລັດການຂຽນບົດລົງວາລະສານໄດ້ທັງໝົດ 9ຫົວຂໍ້ ແລະ ສຳເລັດການຂຽນໂຄງຮ່າງບົດວິທະຍາສາດໃນຫົວຂໍ້ຕ່າງໆ.

         ນອກນັ້ນ, ທ່ານ ປທ ນ. ອານົງ ຂັນທະຍົງ ໄດ້ຍັງໄດ້ລາຍງານກ່ຽວກັບການສືບຕໍ່ແກ້ໄຂຈຸດອ່ອນ ແລະວາງທິດທາງໃໝ່ໃຫ້ສອດຄ່ອງກັບປັດຈຸບັນ.

       ເພື່ອເປັນການຊີ້ທິດເຍື່ອງທາງໃນຕໍ່ໜ້າ, ທ່ານ ປອ ໝອນແກ້ວ ຈິດຕະລາດ ໄດ້ໂອ້ລົມທີ່ປະຊຸມວ່າ:

1. ຍົກສູງທັດສະນະຫຼັກໝັ້ນທາງດ້ານການເມືອງ ແລະເນັ້ນໃຫ້ພະນັກງານ, ຄູ-ອາຈານທຸກຄົນ ສືບຕໍ່ຍົກສູງຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ພ້ອມທັງມີຄວາມສາມັກຄີກັນ;

2.​ ເພີ່ມທະວີຄວາມຮັບຜິດຊອບໃນໜ້າທີ່ວຽກງານ ໂດຍການເນັ້ນໃຫ້ທຸກຄົນຕ້ອງມີຄວາມຮັບຜິດຊອບສູງແລະເປັນເຈົ້າການໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ຄຽງຄູ່ກັບການເອົາໃຈໃສ່ຊີ້ນຳ ແລະຊຸກຍູ້ໃຫ້ວຽກງານການຮຽນ-ການສອນ ແລະ ການຄົ້ນຄວ້າວິທະຍາສາດ ເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບ;

3. ສຸມໃສ່ການຄົ້ນຄວ້າ ແລະ ພັດທະນາຊຸກຍູ້ໃຫ້ມີການສ້າງເງື່ອນໄຂໃຫ້ພະນັກງານ, ຄູ-ອາຈານ ໄດ້ໄປບຳລຸງຍົກລະດັບຫຼື ກໍ່ສ້າງທາງດ້ານທິດສະດີ ແລະວິຊາສະເພາະ ທັງພາຍໃນ, ຕ່າງປະເທດ ແລະສືບຕໍ່ຊຸກຍູ້ສົ່ງເສີມການຄົ້ນຄວ້າຂີດຂຽນບົດວິທະຍາສາດ ແລະ ບົດລົງວາລະສານໃຫ້ຫລາຍຂຶ້ນ;

4. ຮັບປະກັນຄຸນນະພາບການສິດສອນໃຫ້ມີການຄົ້ນຄວ້າ, ປັບປຸງບົດສອນ ແລະ ແຕ່ງບົດສອນໃໝ່ເພື່ອຮັບປະກັນການສິດສອນ ທັງພາຍໃນ ແລະ ພາຍນອກ ໃຫ້ມີຄຸນນະພາບດີກວ່າເກົ່າ ແລະສຸມໃສ່ແກ້ໄຂຈຸດອ່ອນ ແລະຂໍ້ຄົງຄ້າງ ໂດຍສະເພາະການຍົກສູງຄຸນນະພາບ ການສິດສອນຂອງອາຈານ ແລະ ການແກ້ໄຂບັນຫາການຂາດແຄນບຸກຄະລາກອນທີ່ມີຄວາມຊຳນານງານ.

         ໂດຍລວມແລ້ວ, ປະທານກອງປະຊຸມໄດ້ໂອ້ລົມເພື່ອສ້າງຈິດສຳນຶກໃຫ້ ຄູ-ອາຈານມີຄວາມສາມັກຄີເປັນອັນໜຶ່ງອັນດຽວກັນ, ເປັນເຈົ້າການໃນການພັດທະນາຕົນເອງ ແລະ ສຸມໃສ່ວຽກງານວິຊາການໃຫ້ມີຄຸນນະພາບ ແລະ ປະ ສິດທິຜົນ ເພື່ອຮັບປະກັນການສຳເລັດແຜນການທີ່ວາງໄວ້ໃນສົກຮຽນ 2025-2026.

ຂ່າວ/ພາບ ປທ ຕາອັອດ ແສນທະວີສຸກ
ບັນນາທິການ ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ