ໃນວັນທີ 1 ຕຸລາ 2025 ຄະນະກິລາ, ສິລະປະ-ວັນນະຄະດີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຂະບວນການກິລາ 3ອົງການຈັດຕັ້ງມະຫາຊົນຂຶ້ນຢ່າງເປັນທາງການ ໃນທາມກາງບັນຍາກາດ ທີ່ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພວມສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີVI ຂອງອົງຄະນະພັກແລະເພື່ອເປັນການກະກຽມສະເຫຼີມສະຫຼອງວັນຄູແຫ່ງຊາດ 7ຕຸລາທີ່ຈະໝູນວຽນມາຄົບຮອບໃນມໍ່ໆນີ້. ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ ຜູ້ຊີ້ນໍາ 3ອົງການຈັດຕັ້ງມະຫາຊົນ ແລະເປັນກຽດເຂົ້າຮ່ວມໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າເຂົ້າຮ່ວມຄະນະ 3 ອົງການຈັດຕັ້ງມະຫາຊົນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທິດສະດີການເມືອງຂັ້ນກາງລະບົບ 6 ເດືອນຮຸ່ນທີ 5.

ຂະບວນການແຂ່ງຂັນກິລາ 3ອົງການຈັດຕັ້ງມະຫາຊົນຄັ້ງທີ 4 ເຈົ້າພາບແມ່ນຮາກຖານກົມຈັດຕັ້ງ-ພະນັກງານ-ກົມກວດກາ ທ່ານ ພູນສຸກ ສິດທິແສງ ໄດ້ຕາງໜ້າໃຫ້ເຈົ້າພາບຂຶ້ນຜ່ານເນື້ອໃນ ແລະ ແຜນການເຄື່ອນໄຫວແຂ່ງຂັນວ່າ:ທີມແຂ່ງຂັນປະກອບມີດັ່ງນີ້:

1. ທີມນັກກິລາຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ;
2. ທີມນັກກິລາຮາກຖານຫ້ອງການ;
3. ທີມນັກກິລາຮາກຖານສູນຂໍ້ມູນຂ່າວສານ ແລະ ສູນຄວົ້ນຄວ້າແນວຄິດ ໄກສອນ ພົມວິຫານ
4. ທີມນັກກິລາຮາກຖານກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ກົມຄຸ້ມຄອງການຮຽນ-ການສອນ, ຄະນະບໍ ລິຫານສາດ;
5. ທີມນັກກິລາຮາກຖານຄະນະລັດທິສັງຄົມນິຍົມວິທະຍາສາດແລະຄະນະເສດຖະສາດການເມືອງແລະຄຸ້ມຄອງເສດຖະກິດ.
6. ທີມຄະນະປັດຊະຍາແລະຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ
– ການແຂ່ງຂັນໄດ້ແບ່ງອອກເປັນ 4ປະເພດກິລາດັ່ງນີ້:
1. ກິລາບານເຕະຊາຍ
2. ກິລບານສົ່ງຊາຍແລະບານສົ່ງຍິງ
3. ກິລາເປຕັງຊາຍແລະເປຕັງຍິງ
4. ກິລາດຶງເຊືອກປະສົມຊາຍຍິງ
ແຜນຄາດຄະແນແມ່ນຈະໄດ້ປິດພິທີໃນວັນທີ 5 ພະຈິກ 2025 ໃນໂອກາດນີ້, ປະທານພິທີໄດ້ກ່າວເປີດຢ່າງເປັນທາງ ແລະໄດ້ໂອ້ລົມຕໍ່ກັບພິທີດັ່ງກ່າວວ່າ: ພວກເຮົາທຸກຄົນຮູ້ດີວ່າກິລາບໍ່ພຽງແຕ່ແມ່ນການອອກກຳລັງກາຍເພື່ອສຸຂະພາບທີ່ແຂງແຮງເທົ່ານັ້ນ, ແຕ່ຍັງເປັນເຄື່ອງມືໃນການສ້າງສາຍສຳພັນ, ສ້າງຄວາມສາມັກຄີ, ສອນໃຫ້ເຮົາຮູ້ຈັກນ້ຳໃຈນັກກິລາ, ການເຄົາລົບກົດລະບຽບ, ຄວາມອົດທົນ, ແລະການເຮັດວຽກເປັນທີມ. ຄຸນສົມບັດເຫຼົ່ານີ້ແມ່ນສິ່ງສຳຄັນທີ່ສຸດໃນການດຳເນີນຊີວິດ ແລະການພັດທະນາຕົນເອງ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະກໍາມະການຈັດງານທຸກພາກສ່ວນທີ່ໄດ້ທຸ່ມເທແຮງກາຍແຮງໃຈ, ສະຕິປັນຍາເພື່ອກຽມຄວາມພ້ອມຂອງສະຖານທີ່, ອຸປະກອນ ແລະທຸກໆຢ່າງໃຫ້ງານຄັ້ງນີ້ສຳເລັດລຸລ່ວງໄປໄດ້ດ້ວຍດີ ບັນດານັກກິລາທຸກຄົນທີ່ໄດ້ຝຶກຊ້ອມຢ່າງໜັກໜ່ວງ ແລະໄດ້ສະແດງຄວາມມຸ່ງໝັ້ນທີ່ຈະມາສ້າງສີສັນ ແລະສະແດງຄວາມສາມາດໃນງານຄັ້ງນີ້.





ຂ່າວ/ພາບ ປທ ຕາອັອດ ແສນທະວີສຸກ
ບັນນາທິການ ປທ ບຸນປັນ ສຸມຸນທອງ
