ໃນວັນທີ 9 ຕຸລາ 2020 ຢູ່ທີ່ຫ້ອງວ່າການປົກຄອງເມືອງແປກ ແຂວງຊຽງຂວາງ ຈັດພິທີປີດຊຸດຮຽນຊຸດຮຽນລະບົບຊັ້ນຕົ້ນຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ຂອງ ທ່ານ ກົງທະນູ ອຸ່ນສະຫວັນ ເລຂາພັກເມືອງ ເຈົ້າເມືອງແປກ, ທ່ານ ປທ ຄຳຜຸຍ ໂນລາ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາຜູ້ຕາງໜ້າຈາກບັນດາຫ້ອງການ, ບ້ານພາຍໃນເທດສະບານ ແລະບັນດາຄູ-ອາຈານ, ນັກສຶກສາເຂົ້່າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວ ທ່ານ ປທ ຄໍາຜຸຍ ໂນລາ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນລະບົບຊັ້ນຕົ້ນ ຮຸ່ນທີ VI ເມືອງແປກນີ້້ ເຊິ່ງມີນັກສຶກສາທັງໝົດ 66 ສະຫາຍ, ຍິງ 26 ສະຫາຍ ເລີ່ມຈັດຕັ້ງການຮຽນ-ການສອນ ມາແຕ່ວັນທີ 3/8/2020 ເປັນຕົ້ນມາ; ຊຸດຮຽນນີ້ພາຍໃຕ້ການສົມທົບກັນ ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ກັບຄະນະປະຈຳພັກເມືອງແປກ; ໂດຍໂຮງຮຽນການເມືອງ ແລະການປົກຄອງແຂວງຮັບຜິດຊອບດ້ານວິຊາການ, ເມືອງແປກຮັບຜິດຊອບດ້ານບຸກຄະລາກອນເຂົ້າຮຽນ ແລະດ້ານງົບປະມານດ້ວຍການປະກອບສ່ວນຂອງບັນດາກົມກອງຂອງນັກສຶກສາ ແລະນັກສຶກສາເອງ.

              ການຈັດຕັ້ງປະຕິບັດການຮຽນ-ການສອນ ແມ່ນຖືກຕ້ອງຕາມຫຼັັກສູດ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດວາງອອກເຊັ່ນ: ຂຶ້ນຫ້ອງບັນຍາຍ 146 ຊົ່ວໂມງ, ສຳມະນາ 32 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ 32 ຊົ່ວໂມງ ທວນເສັງ 20 ຊົ່ວໂມງ, ສອບເສັງ 47 ຊົ່ວໂມງ ແລະລົງສົມທຽບພຶດຕິກຳຕົວຈິງ, ລວມທັງໝົດ 22 ໜ່ວຍກິດ ຜ່ານການຈັດຕັ້ງປະຕິບັດຜົນການຮຽນຂອງນັກສຶກສາ ນັກສຶກສາສະເລ່ຍຕະຫຼອດຊຸດຮຽນ ທີ່ໄດ້ຄະແນນ ດີເລີດ ເກຣດ A ທັງໝົດທຸກວິຊາຮຽນ ມີ 12 ສະຫາຍ ຍິງ 3 ສະຫາຍກວມ 18,46% ຂອງນັກສຶກສາທັງໝົດ ແລະນັກສຶກສາທີ່ໄດ້ຄະແນນ ດີຫຼາຍ ເກຣດ B+ ມີ 54 ສະຫາຍ ກວມ 83%. ຕະຫຼອດຊຸດຮຽນນັກສຶກສາ ໄດ້ຮັບການຍ້ອງປະເພດ 1 ຈໍານວນ ນັກສຶກສາດີເດັ່ນ (ປະເພດ I) ລວມມີ 25 ສະຫາຍ, ຍິງ 7 ສະຫາຍ;ນັກສຶກສາດີເດັ່ນ (ປະເພດ II) ມີ 16 ສະຫາຍ, ຍິງ 7 ສະຫາຍ ແລະຄູ-ອາຈານ ໄດ້ຮັບການຍ້ອງຍໍ 13 ສະຫາຍ ໄດ້ຮັບການຍ້ອງຍໍຈາກ ແຂວງ ແລະໄດ້ຮັບໃບຍ້ອງຍໍຂັ້ນເມືອງ 10 ສະຫາຍ.

ໃນຕ້ອນທ້າຍພິທີປະທານໄດ້ ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກສຶກສາທີ່ເຂົ້້າຮຽນໃນຄັ້ງນີ້ຈົ່ງພ້ອມກັນນຳເອົາບົດຮຽນທີ່ໄດ້ຮຽນມາໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດຕົນຮັບຜິດຊອບໃຫ້ຖືກຕ້ອງຕາມແນວທາງຂອງພັກ-ລັດ ແລະສອດຄ່ອງກັບຄວາມເປັນຈິງ ຂອງແຕ່ລະຫ້ອງການ, ແຕ່ລະກົມກອງຂອງແຕ່ລະທ້ອງຖິ່ນ ຂອງຕົນໃຫ້ມີຜົນສຳເລັດ.

            ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ