ໃນຕອນເຊົ້າ ຂອງວັນທີ 8 ຕຸລາ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານພັກ ສມປຊ ແລະປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ແລະວັນສ້າງຕັ້ງການ ທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໂດຍການເປັນປະທານ ແລະບັນຍາຍເອກະສານ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຜູ້ເຂົ້າຮ່ວມ ຮັບຟັງປະກອບດ້ວຍຄະນະພັກ-ຄະນະນຳ, ຄະນະຫ້ອງການ, ຄະນະກົມ, ຄະນະຕ່າງໆ, ຄະນະສູນຕ່າງໆ ພ້ອມດ້ວຍພະນັກງານ, ຄູ-ອາຈານ ຕະຫຼອດຮອດ ນັກສຶກສາທຸກຮຸ່ນທຸກລະບົບ ພາຍໃນ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນພິທີໄດ້ຮັບຟັງການເຜີຍແຜ່ຜົນສຳເລັດ  ຂອງກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ສມປຊ ທີ່ໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2025 ຊຶ່ງມີສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 173 ສະຫາຍ, ຍິງ 77 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 618 ສະຫາຍ, ຍິງ 191 ສະຫາຍ; ມີແຂກຖືກເຊີນ 27 ສະຫາຍ ແລະຮັບຟັງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະພັກຊຸດທີ V, ແຜນພັດທະນາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄລຍະ 2026-2030. ກອງປະຊຸມ ໄດ້ຕີລາຄາດ້ານດີ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການນໍາພາຊີ້ນໍາ ແລະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນ 5 ປີຜ່ານມາ, ທິດທາງ, ຄາດໝາຍສູ້ຊົນ ແລະວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ (2026-2030)  ສັງລວມໄດ້ດັ່ງນີ້:

         ໜຶ່ງ: ຍົກສູງບົດບາດການນຳພາຂອງອົງຄະນະພັກສະຖາບັນ ໃຫ້ພົ້ນເດັ່ນຂຶ້ນ ເພື່ອເປັນແກ່ນສານແຫ່ງຄວາມສາມັກຄີ, ສະຕິປັນຍາ, ການຈັດຕັ້ງ ແລະການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງສະຖາບັນຢ່າງມີປະສິດທິພາບ ແລະມີປະສິດທິຜົນສູງ.

         ສອງ: ນໍາພາພັດທະນາສະຖາບັນ ແລະສ້າງເປັນສູນກາງແຫ່ງການຄົ້ນຄວ້າທິດສະດີ, ພຶດຕິກຳ ແລະການບຳລຸງ, ກໍ່ສ້າງພະນັກງານທາງດ້ານການເມືອງການປົກຄອງ.

         ສາມ: ປັບປຸງ, ສ້າງຫຼັກສູດ ແລະສ້າງຖັນແຖວນັກທິດສະດີ, ນັກຄົ້ນຄວ້າ, ນັກວິເຄາະ, ວິໄຈການເມືອງການ-ປົກຄອງຂອງພັກ; ປັບປຸງວຽກງານຄົ້ນຄວ້າວິທະຍາສາດໃຫ້ມີຈຸດສຸມ, ຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃຫ້ເປັນລະບົບ.

         ສີ່: ເສີມຂະຫຍາຍບົດບາດ ແລະລັກສະນະນຳພາ ຂອງລະບົບໂຮງຮຽນພັກ ຕາມທິດຮັບປະກັນລັກສະນະວິທະຍາສາດ, ປະດິດສ້າງ, ທັນສະໄໝ ແລະເນັ້ນການຝຶກອົບຮົມຕາມຫົວຂໍ້ສະເພາະ.

         ຫ້າ: ພັດທະນາໂຄງລ່າງພື້ນຖານ, ວັດຖຸເຕັກນິກ ແລະອຸປະກອນເຄື່ອງມືຮັບໃຊ້ ຂອງສະຖາບັນ ຕາມທິດຫັນເປັນທັນສະໄໝ , ລວມທັງການ ກໍ່ສ້າງສະຖາບັນການເມືອງການປົກຄອງ ປະຈຳເຂດພາກໃຕ້ (ແຂວງຈຳປາສັກ).

         ຫົກ: ເສີມຂະຫຍາຍ ແລະ ເປີດກວ້າງການຮ່ວມມືກັບສະຖາບັນການສຶກສາທັງຢູ່ພາຍໃນ ແລະຕ່າງປະເທດ, ຍົກລະດັບສະຖາບັນ ຫຍັບມໍ່ເຂົ້າກັບມາດຕະຖານພາກພື້ນ ແລະສາກົນ.

         ກອງປະຊຸມໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກຊຸດໃໝ່ ມີຜູ້ອອກຮັບສະໝັກເລືອກຕັ້ງ 12 ສະຫາຍ, ຍິງ 4 ສະຫາຍ. ເລືອກໄດ້ 9 ສະຫາຍ, ຍິງ 3 ສະຫາຍ ແລະກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ຊຸດທີ VI ຕົກລົງ ຄະນະປະຈຳພັກ: 1). ສະຫາຍ ຮສ ພູວົງ ອຸ່ນຄໍາແສນ, 2). ສະຫາຍ ປອ ດາວສະຫວັນ ເຄືອມີໄຊ, 3). ສະຫາຍ ປອ ຄໍາໃບ ມາລາສິງ. ເລືອກເອົາ ເລຂາ ແລະ ຮອງເລຂາ 1). ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ເປັນເລຂາຄະນະບໍລິຫານງານພັກ ສມປຊ, 2). ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ເປັນ ຮອງເລຂາຄະນະບໍລິຫານງານພັກ ສມປຊ, ປະທານ ແລະ ຮອງປະທານກວດກາ 1). ສະຫາຍ ປອ ຄໍາໃບ ມາລາສິງ ເປັນປະທານກວດກາ, 2). ສະຫາຍ ປທ ສົມສີ ຈັນຕະພົມ ເປັນຮອງປະທານກວດກາ, 3). ສະຫາຍ ປທ ນ. ອານົງ ຂັນທະຍົງ ເປັນຮອງປະທານກວດກາ. ແລະໄດ້ຮັບຟັງການໂອ້ລົມຂອງຜູ້ແທນຂັ້ນເທິງກອງປະຊຸມໃຫຍ່ຈາກ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ການນຳພາຊີ້ນຳ ຂອງຄະນະບໍລິຫານງານພັກຊຸດທີ V ທີ່ໄດ້ຍາດໄດ້ຜົນສຳເລັດຫຼາຍດ້ານ. ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານທີ່ຍັງອ່ອນ, ຂໍ້ຄົງຄ້າງ ເຊິ່ງຮຽກຮ້ອງໃຫ້ຄະນະບໍລິຫານງານພັກຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂ ແລະມີຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃຫ້ຍາດໄດ້ຜົນສຳເລັດສູງຂຶ້ນກວ່າເກົ່າ.

         ໃນພິທີໄດ້ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ  ຊຶ່ງເປັນປັດໃຈສໍາຄັນຂອງຄົນລາວທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ຍອມຕາຍດີກວ່າເປັນຂ້ອຍຂ້າຂອງຊາດອື່ນ ແລະການສືບຕໍ່ເສີມຂະຫຍາຍມູນເຊື້ອວັນປະກາດເອກະລາດ 12 ຕຸລາ ເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ; ຂະນະດຽວກັນນີ້, ປະທານ ໄດ້ຜ່ານປະຫວັດຄວາມເປັນມາຂອງວັນສ້າງຕັ້ງການທູດລາວ ວັນທີ 12 ຕຸລາ 1945 ຄົບຮອບ 80 ປີ, ໂດຍຍົກໃຫ້ເຫັນການເຄື່ອນໄຫວວຽກງານການຕ່າງປະເທດ ນັບແຕ່ໄລຍະທີ່ຍັງບໍ່ທັນມີພັກພັກນໍາພາ ຈົນກ້າວກ້າວມາເຖິງໄລຍະທີ່ມີການນໍາພາຂອງພັກ, ແນວທາງການຕ່າງປະເທດໃນໄລຍະໃໝ່, ການສືບຕໍ່ຜັນຂະຫຍາຍນະໂຍບາຍການຕ່າງປະເທດ, ການພົວພັນຕ່າງປະເທດແບບຫຼາຍຮູບ, ຫຼາຍແບບ ບົນພື້ນຖານການເສີມຂະຫຍາຍນໍ້າໃຈເອກະລາດ ເປັນເຈົ້າຕົນເອງ ນໍາໃຊ້ກໍາລັງພາຍໃນຂອງຕົນເພື່ອສ້າງໃຫ້ປະເທດຊາດໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນຜົນປະໂຫຍດຂອງຊາດ; ສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ; ຍົກໃຫ້ເຫັນຜົນສໍາເລັດໃນການເປີດກ້ວາງການພົວພັນສາກົນຂອງ ສປປ ລາວ, ເຊິ່ງມາຮອດປະຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 151 ປະເທດ ແລະມີສໍານັກງານຜູ້ຕາງໜ້າການທູດ ຂອງ ສປປ ລາວ ຢູ່ຕ່າງປະເທດ 41 ແຫ່ງ, ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ,  ສໍານັກງານຜູ້ຕາງໜ້າຖາວອນ 2 ແຫ່ງ, ສະຖານກົງສູນໃຫຍ່ 11 ແຫ່ງ ແລະຫ້ອງການກົງສູນ 1 ແຫ່ງ, ກົງສູນກິຕິມະສັກ ຂອງ ສປປ ລາວ ທີ່ຢູ່ຕ່າງປະເທດ 24 ແຫ່ງໃນ 18 ປະເທດ, ກົງສູນກິຕິມະສັກ ຂອງຕ່າງປະເທດ ຢູ່ ສປປ ລາວມີ 20 ແຫ່ງ, ມີດ່ານສາກົນ 34 ແຫ່ງ.

         ພ້ອມນີ້, ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍໄດ້ສະຫຼຸບສັງລວມ ແລະໂອ້ລົມຕໍ່ກອງປະຊຸມຄັ້ງນີ້ວ່າ:​

         1). ວຽກງານໃຈກາງທີ່ພວກເຮົາ ຕ້ອງພ້ອມກັນຈັດຕັ້ງປະຕິບັດ ແມ່ນຍົກສູງບົດບາດການນຳພາ ຂອງອົງຄະນະພັກສະຖາບັນ ໃຫ້ພົ້ນເດັ່ນຂຶ້ນ ເພື່ອເປັນແກ່ນສານແຫ່ງຄວາມສາມັກຄີ ແລະສະຕິປັນຍາ; ນຳພາພັດທະນາສະຖາບັນໃຫ້ເປັນສູນກາງແຫ່ງການຄົ້ນຄວ້າທິດສະດີພຶດຕິກຳ ແລະການບຳລຸງ, ກໍ່ສ້າງພະນັກງານ; ສືບຕໍ່ປັບປຸງ, ສ້າງຫຼັກສູດ ແລະສ້າງຖັນແຖວນັກທິດສະດີ, ນັກຄົ້ນຄວ້າ, ນັກວິເຄາະ, ພ້ອມທັງພັດທະນາໂຄງລ່າງພື້ນຖານ ແລະກໍ່ສ້າງສະຖາບັນ ປະຈຳເຂດພາກໃຕ້ (ແຂວງຈຳປາສັກ). ນີ້ແມ່ນພາລະກິດອັນໃໝ່ ຂອງຄະນະບໍລິຫານງານພັກ ຊຸດທີ VI ທີ່ໄດ້ຮັບການເລືອກຕັ້ງມາ.

         2). ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ຂອງສອງວັນສຳຄັນນີ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງພວກເຮົາ: ວັນປະກາດເອກະລາດ 12 ຕຸລາ ຕ້ອງເຊີດຊູນໍ້າໃຈຮັກຊາດອັນສູງສົ່ງ, ຍອມຕາຍດີກວ່າເປັນຂ້ອຍຂ້າຂອງຊາດອື່ນ ແລະສືບຕໍ່ນຳເອົາມູນເຊື້ອນີ້ເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ວັນສ້າງຕັ້ງການທູດລາວ 12 ຕຸລາ ຕ້ອງສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ. ໃນຖານະທີ່ເປັນສະຖາບັນ, ພວກເຮົາຕ້ອງເສີມຂະຫຍາຍ ແລະເປີດກວ້າງການຮ່ວມມືກັບສະຖາບັນການສຶກສາ ທັງຢູ່ພາຍໃນ ແລະຕ່າງປະເທດ ເພື່ອຍົກລະດັບສະຖາບັນໃຫ້ຫຍັບມໍ່ເຂົ້າກັບມາດຕະຖານ ຂອງພາກພື້ນ ແລະສາກົນ.

         3). ພວກເຮົາໄດ້ຮັບຟັງຄຳໂອ້ລົມອັນລ້ຳຄ່າຈາກ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຜົນສຳເລັດ ຂອງຄະນະບໍລິຫານງານພັກຊຸດເກົ່າ ແລະໃນຂະນະດຽວກັນ ກໍໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂດ້ານທີ່ຍັງອ່ອນ ແລະຂໍ້ຄົງຄ້າງ. ພ້ອມນັ້ນ, ສະຫາຍໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ວ່າຈະສືບຕໍ່ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃຫ້ຍາດໄດ້ຜົນສຳເລັດສູງຂຶ້ນກວ່າເກົ່າ.

         ສະນັ້ນ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ຄູອາຈານ ແລະນັກສຶກສາທຸກສະຫາຍ ຈົ່ງເຊີດຊູສະຕິ ແລະຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ ເພື່ອພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃຫ້ປະກົດຜົນເປັນຈິງ.

                                                               ຂ່າວ/ພາບ ໂດຍ: ປທ ຕາອັອດ ແສນທະວີສຸກ

                                                               ບັນນາທິການ ໂດຍ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ