ສະຖາບັນການເມືອ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ
ໃນຕອນເຊົ້າ ຂອງວັນທີ 12 ທັນວາ 2025 ເວລາ 06:00 ໂມງ, ທີ່ສະຖາບັນການເມືອ ແລະ ການປົກຄອງ ແຫ່ງຊາດ ໄດ້ຈັດສະເຫຼີມສະຫຼອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ, ເຊິ່ງເປັນການເຄື່ອນໄຫວຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດ ທີ່ໃຫ້ຄວາມສຳຄັນຕໍ່ການສົ່ງເສີມຄວາມສະເໝີພາບ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ. ພິທີຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ…
ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ
ໃນຕອນເຊົ້າ ຂອງວັນທີ 11 ທັນວາ 2025 ຢູ່ທີ່ໂຮງຮຽນທິດສະດີການເມືອງ ແລະການປົກຄອງ ແຂວງໄຊຍະບູລີ ໄດ້ມີພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ໃນພິທີດັ່ງກ່າວ ໂດຍໃຫ້ເປັນປະທານ ຂອງທ່ານ ປະລີນຍາເອກ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະອົງການຈັດຕັ້ງມະຫາຊົນ, ໃນພິທີດັ່ງກ່າວນີ້ ທ່ານ ປະລີນຍາເອກ ນາງ ໄມພອນ ເຮີ ຜູ້ຮັກສາການແທນຫົວໂຮງຮຽນທິດສະດີການເມືອງ ກໍ່ໄດ້ລາຍງານຕໍ່ແຂກທີມາຮ່ວມພິທີວ່າຕະຫຼອດໄລຍະເວລາແຫ່ງການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະໃຫ້ແກ່ເລຂາພັກເມືອງ ຊຸດທີ VIII
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວາ 2025, ທີ່ຫ້ອງ 301, ຊັ້ນ 3 ຕຶກ H, ພິທີດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ…
ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະວາງທິດທາງແຜນການ ປີ 2026 ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສ້າງຂະບວນການຢ່າງຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ. ໃນຕອນເຊົ້າຂອງວັນທີ 11 ທັນວາ 2025, ທີ່ສະໂມສອນໃຫຍ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ…
