ໃນຕອນແລງວັນທີ 24 ກັນຍາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ຄະນະຊຸດຝຶກອົບຮົມຄູການເມືອງ ທີ່ເດີນທາງກັບຄືນປະເທດ ພາຍຫຼັງສຳເລັດການເຂົ້າຮ່ວມຍົກລະດັບ ຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ນາງ ນຸດຈິລາ ພົນຈະເລີນ ຫົວໜ້າຄະນະຊຸດຝຶກອົບຮົມຄູການເມືອງ ທັງເປັນຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ຂຶ້ນຜ່ານບົດລາຍງານໝາກຜົນຂອງການເຂົ້າຮ່ວມຝຶກອົບຮົມ. ທ່ານໄດ້ຊີ້ໃຫ້ເຫັນວ່າ: ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປເປັນເວລາເກືອບ 2 ເດືອນ (ນັບແຕ່ວັນທີ 5 ສິງຫາ ຫາ ວັນທີ 23 ກັນຍາ 2026) ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 10 ທ່ານ. ສຳລັບອົງປະກອບຂອງຄະນະ ແມ່ນມາຈາກ ສມປຊ 5 ທ່ານ, ມາຈາກໂຮງຮຽນການເມືອງ-ການປົກຄອງແຂວງ ແລະ ນະຄອນຫຼວງ 14 ທ່ານ ແລະ ມາຈາກຄະນະໂຄສະນາອົບຮົມສູນກາງພັກ 1 ທ່ານ. 

ເນື້ອໃນຂອງການຝຶກອົບຮົມ ແມ່ນໄດ້ແບ່ງອອກເປັນ 2 ພາກໃຫຍ່ຢ່າງເລິກເຊິ່ງ ຄື:
ພາກທີ 1: ພື້ນຖານດ້ານທິດສະດີລວມ ເຊິ່ງປະກອບມີ 14 ຫົວຂໍ້, ລວມເວລາທັງໝົດ 235 ຊົ່ວໂມງ. ເນື້ອໃນສຳຄັນແມ່ນໄດ້ເນັ້ນໜັກໃສ່ການປ່ຽນແປງໃໝ່ແນວຄິດທິດສະດີໃນການສິດສອນ, ການໝູນໃຊ້ປັນຍາປະດິດ (AI) ເຂົ້າໃນການສອນວິຊາຄຸ້ມຄອງບໍລິຫານລັດ, ລວມເຖິງບັນດາຈຸດໃໝ່ຂອງການສອນວິຊາກໍ່ສ້າງພັກກອມມູນິດ, ການເມືອງວິທະຍາ ແລະ ແນວຄິດໂຮ່ຈີມິນ.


ພາກທີ 2: ວິທີການສອນ, ວິຊາສະເພາະໃນການສ້າງຄູ ແລະ ການຄຸ້ມຄອງວຽກງານໂຮງຮຽນການເມືອງ ເຊິ່ງໃຊ້ເວລາ 135 ຊົ່ວໂມງ. ພາກນີ້ໄດ້ສຸມໃສ່ວິທີການສອນແບບຕັ້ງໜ້າ ເຊັ່ນ: ການສອນແບບຖາມ-ຕອບ, ການໃຊ້ກໍລະນີສຶກສາ, ການລະດົມສະໝອງ ແລະ ການນຳໃຊ້ສື່ການຮຽນ-ການສອນທີ່ທັນສະໄໝ. ນອກຈາກນັ້ນ, ຄະນະຍັງໄດ້ລົງທັດສະນະສຶກສາຕົວຈິງ ແລະ ແລກປ່ຽນບົດຮຽນຢູ່ແຂວງນິງບິ່ງ ອີກດ້ວຍ.
ຜົນສຳເລັດຂອງຊຸດຝຶກອົບຮົມຄັ້ງນີ້ ມີຄວາມໝາຍຍຸດທະສາດຢ່າງເລິກເຊິ່ງ ເຊິ່ງບໍ່ພຽງແຕ່ແນໃສ່ຍົກລະດັບຄວາມຮູ້ຄວາມສາມາດ, ປ່ຽນແປງໃໝ່ຈິນຕະນາການໃນການສິດສອນທິດສະດີການເມືອງ ໃຫ້ແກ່ພະນັກ ງານ, ຄູ-ອາຈານລາວ ໃຫ້ຖືກຕ້ອງເໝາະສົມກັບເງື່ອນໄຂໃໝ່ ແລະ ສະພາບແວດລ້ອມຕົວຈິງຂອງລາວເທົ່ານັ້ນ; ແຕ່ຍັງເປັນການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ ຢູ່ ສປປ ລາວ ໃຫ້ກ້າວສູ່ລະບົບ ແລະ ທັນກັບສະພາບການໃໝ່ຢ່າງແທ້ຈິງ. ພ້ອມດຽວກັນນີ້, ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງ ສມປຊ ຂອງລາວ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ພາຍຫຼັງຮັບຟັງການຜ່ານບົດລາຍງານ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳອັນລ້ຳຄ່າ. ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ, ຄວາມຕັ້ງໜ້າ ແລະ ຄວາມຮັບຜິດຊອບສູງຂອງຄະນະຊຸດຝຶກອົບຮົມຕະຫຼອດໄລຍະການຮ່ຳຮຽນ. ທ່ານເລຂາຄະນະບໍລິຫານງານພັກ ໄດ້ເນັ້ນໜັກໃຫ້ຄູ-ອາຈານການເມືອງທຸກທ່ານ ຕ້ອງກຳແໜ້ນບົດບາດການເປັນນັກຮົບແນວໜ້າທາງດ້ານແນວຄິດ-ທິດສະດີຂອງພັກ, ເອົາໃຈໃສ່ນຳເອົາບົດຮຽນ, ຄວາມຮູ້ໃໝ່ໆ ແລະ ປະສົບການທີ່ຖອດຖອນໄດ້ຈາກ ສສ ຫວຽດນາມ ມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ບັນດາໂຮງຮຽນການເມືອງ ແລະ ການປົກຄອງ ຂອງຕົນ ໃຫ້ເກີດດອກອອກຜົນສູງສຸດ. ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ຄົ້ນຄວ້າ, ປັບປຸງເຕັກນິກການສິດສອນໃຫ້ມີຄວາມທັນສະໄໝ, ດຶງດູດ ແລະ ສາມາດຕີຖອຍບັນດາທັດສະນະທີ່ຜິດເຂວ, ຮັບປະກັນການກໍ່ສ້າງບຸກຄະລາກອນການນຳ-ຄຸ້ມຄອງ ໃຫ້ມີຄຸນທາດການເມືອງໜັກແໜ້ນ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຢ່າງແທ້ຈິງ.

—————————–
ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ ນາງ ນາດຕະຍາ ແກ້ວຄູນນະລາດ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ