ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລກປ່ຽນບົດຮຽນ ທີ່ມະຫາວິທະຍາໄລແຫ່ງຊາດ ໃນການຍົກລະດັບວຽກງານຄຸ້ມຄອງນັກສຶກສາ
ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບຄຸນທາດການເມືອງທີ່ໜັກແໜ້ນແມ່ນແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຖະບານ. ເພື່ອຈັດຕັ້ງປະຕິບັດແນວທາງດັ່ງກ່າວໃຫ້ປະກົດຜົນເປັນຈິງ, ໃນວັນທີ 30 ກັນຍາ 2026 ທີ່ຜ່ານມາ, ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີພົບປະແລກປ່ຽນບົດຮຽນທາງດ້ານວຽກງານວິຊາການ ແລະການຄຸ້ມຄອງນັກສຶກສາ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະມະຫາວິທະຍາໄລແຫ່ງຊາດ (ມຊ). ທາງ ສມປຊ ນຳພາໂດຍ: ທ່ານ ແສງແກ້ວ ວົງລຳພັນ, ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ປອ…
ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຂະແໜງທະນາຄານ ຊຸດທີ VI ລົງທັດສະນະສຶກສາ ຫໍມູນເຊື້ອ ສມປຊ ເພື່ອຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ເຊື່ອມສານທິດສະດີເຂົ້າສູ່ພຶດຕິກຳຕົວຈິງ
ໃນຕອນບ່າຍ ຂອງວັນທີ 28 ກັນຍາ 2026 ເວລາ 14:00 ໂມງ, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີຕ້ອນຮັບຄະນະນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ລະບົບ 2 ເດືອນ ຊຸດທີ VI ຂອງຂະແໜງທະນາຄານ ທີ່ໄດ້ລົງມາທັດສະນະສຶກສາ ແລະ ຢ້ຽມຢາມ. ການລົງທັດສະນະສຶກສາຄັ້ງນີ້ ນໍາພາຄະນະໂດຍ ທ່ານ ນາງ ວິໄລພອນ ຈັນທະວົງ ຮອງຫົວໜ້າກົມຈັດຕັ້ງ…
ສູນກາງແນວລາວສ້າງຊາດ ຖອດຖອນບົດຮຽນວຽກງານຫໍສະໝຸດ ຢູ່ ສມປຊ ເພື່ອຊຸກຍູ້ວັດທະນະທຳການອ່ານ ແລະ ການພັດທະນາວຽກງານການເມືອງ-ແນວຄິດ
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຢ່າງແຂງແຮງ, ວຽກງານການສຶກສາອົບຮົມການເມືອງ-ແນວຄິດ ແລະ ການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ແມ່ນປັດໄຈຕັດສິນຜົນໄດ້ຮັບຂອງການພັດທະນາປະເທດຊາດ. ດ້ວຍເຫດນັ້ນ, ວຽກງານຫໍສະໝຸດ ແລະ ສູນຂໍ້ມູນຂ່າວສານ ຈຶ່ງປຽບເໝືອນ “ຄັງສາງທາງດ້ານປັນຍາ” ທີ່ຂາດບໍ່ໄດ້ໃນການກໍ່ສ້າງບຸກຄະລາກອນ. ອີງຕາມຄວາມຮຽກຮ້ອງຕ້ອງການດັ່ງກ່າວ, ໃນວັນທີ 25 ກັນຍາ 2026 ທ່ານ ໄມສຸກ ສອນຕຸໃຈ, ຮອງຫົວໜ້າສູນຄົ້ນຄວ້າ ແລະ ເຝິກອົບຮົມ, ສູນກາງແນວລາວສ້າງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ…
ພິທີມອບ-ຮັບປື້ມກົດໝາຍ ເສີມສ້າງຂີດຄວາມສາມາດ ແລະ ຍົກລະດັບຄຸນນະພາບວຽກງານນິຕິກຳ
ໃນວັນທີ 28 ກັນຍາ 2026, ທີ່ຫໍສະໝຸດ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ (ສມປຊ), ໄດ້ຈັດພິທີມອບ-ຮັບປື້ມກົດໝາຍອັນມີຄຸນຄ່າ ຂຶ້ນຢ່າງເປັນທາງການ ລະຫວ່າງ ຄະນະຊ່ຽວຊານ ແລະ ພະນັກງານໂຄງການຮ່ວມມືດ້ານກົດໝາຍ ຕາງໜ້າໃຫ້ຝ່າຍໂຄງການກົດໝາຍໄຈກາ ແລະ ຜູ້ຕາງໜ້າຈາກຝ່າຍລາວ. ພິທີດັ່ງກ່າວ ຖືເປັນຂີດໝາຍອັນສໍາຄັນແຫ່ງການພົວພັນຮ່ວມມືອັນຍາວນານ ແລະ ເລິກເຊິ່ງ ລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ ໂດຍສະເພາະແມ່ນໃນຂົງເຂດການສ້າງ ແລະ ພັດທະນາລັດທິລັດຖະທຳມະນູນ,…
