ໃນລະຫວ່າງວັນທີ 23-24 ກັນຍາ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳສົກຮຽນ 2025-2026 ແລະ ວາງທິດທາງແຜນການຮຽນ-ການສອນ ປະຈຳສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຄິ່ງ ໂດຍການເປັນປະທານຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິ ການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີຄະນະບໍລິຫານງານພັກ, ຄະນະອຳນວຍການ, ຫົວໜ້າກົມ, ຫ້ອງການ, ສູນ, ຄະນະວິຊາ ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳສົກຮຽນ 2025-2026 ແລະ ທິດທາງແຜນການ ສົກຮຽນ 2026-2027. ບົດສະຫຼຸບໄດ້ຕີລາຄາວ່າ ໃນສົກຮຽນ 2025-2026 ຜ່ານມາ, ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຈາກຜົນກະທົບຂອງໄພພິບັດທຳມະຊາດ, ຄວາມຜັນແປທາງດ້ານເສດຖະກິດ-ການເງິນ, ເງິນກີບອ່ອນຄ່າ ແລະ ພາວະເງິນເຟີ້, ແຕ່ດ້ວຍຄວາມສາມັກຄີເປັນນຶກແຜ່ນ ແລະ ຄວາມຮັບຜິດຊອບສູງຂອງຄະນະພັກ-ຄະນະນຳ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ສມປຊ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ:
– ດ້ານການເມືອງ-ແນວຄິດ: ໄດ້ເອົາໃຈໃສ່ສຶກສາອົບຮົມ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ເຮັດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ. – ດ້ານການຈັດຕັ້ງການຮຽນ-ການສອນ: ໄດ້ດຳເນີນການສິດສອນ ແລະ ປະເມີນຜົນຢ່າງເປັນລະບົບ, ໂດຍສາມາດປະຕິບັດຊົ່ວໂມງຂຶ້ນຫ້ອງສິດສອນ, ສຳມະນາ, ແກ້ຂໍ້ຂ້ອງໃຈ ແລະ ສອບເສັງຢູ່ພາຍໃນສະຖາບັນໄດ້ທັງໝົດ 26.144 ຊົ່ວໂມງ, ເພີ່ມຂຶ້ນ 33,41% ທຽບໃສ່ສົກຮຽນຜ່ານມາ.


– ດ້ານການພັດທະນາຫຼັກສູດ ແລະ ຕຳລາ: ໄດ້ປັບປຸງຫຼັກສູດລະບົບບຳລຸງ ແລະ ກໍ່ສ້າງ, ເປີດຮຽນຫຼັກສູດປະລິນຍາເອກ 2 ສາຂາ, ພ້ອມທັງພັດທະນາປຶ້ມແບບຮຽນ-ຕຳລາຮຽນຮັບໃຊ້ລະບົບຕ່າງໆ ໄດ້ທັງໝົດ 14.222 ຫົວ.
– ການຄຸ້ມຄອງໃນຂອບເຂດທົ່ວປະເທດ: ໄດ້ຊີ້ນຳ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດຫຼັກສູດທິດສະດີການເມືອງຂັ້ນຕົ້ນ ແລະ ຂັ້ນກາງ ຢູ່ບັນດາກະຊວງ, ອົງການ ແລະ ໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ ຢ່າງທົ່ວເຖິງ.
ນອກຈາກຜົນສຳເລັດ, ກອງປະຊຸມຍັງໄດ້ຟັງການນຳສະເໜີບົດຮຽນການຈັດຕັ້ງປະຕິບັດຫຼັກສູດຈາກບັນດາຄະນະວິຊາ ເຊັ່ນ: ຄະນະເລັດທິສັງຄົມນິຍົມວິທະຍາສາດ, ຄະນະປັດຊະຍາ, ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ແລະ ຄະນະບໍລິຫານສາດ. ກອງປະຊຸມໄດ້ຕີລາຄາຢ່າງກົງໄປກົງມາຕໍ່ຂໍ້ຄົງຄ້າງ ເປັນຕົ້ນແມ່ນ ສະຕິຄວາມຮັບຜິດຊອບຂອງຄູ-ອາຈານ ແລະ ນັກສຶກສາບາງສະຫາຍຍັງບໍ່ທັນສູງ, ມີການເລື່ອນຊົ່ວໂມງສອນ, ການສົ່ງຄະແນນຊັກຊ້າ, ການຄົ້ນຄວ້າຮ່ຳຮຽນຂອງນັກສຶກສາຈຳນວນໜຶ່ງຍັງຂາດຄວາມຕື່ນຕົວ, ການສ້າງ ແລະ ປັບປຸງຫຼັກສູດບາງສາຂາຍັງຊັກຊ້າ, ລວມທັງຂໍ້ຈຳກັດທາງດ້ານງົບປະມານ ແລະ ອຸປະກອນຮັບໃຊ້.
ໃນຄຳເຫັນຊີ້ນຳ ແລະ ກ່າວປິດກອງປະຊຸມ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ພະນັກງານ, ຄູ-ອາຈານ ຍາດມາໄດ້. ພ້ອມດຽວກັນນັ້ນ, ເພື່ອຮັບປະກັນການຈັດຕັ້ງປະຕິບັດທິດທາງແຜນການ ສົກຮຽນ 2026-2027 ໃຫ້ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງສະບັບທີ III ຂອງພັກ ແລະ ແຜນພັດທະນາ ສມປຊ 5 ປີ (2026-2030), ທ່ານປະທານກອງປະຊຸມ ໄດ້ເນັ້ນນ້ຳທັດສະນະຊີ້ນຳ 7 ຂໍ້ສຳຄັນ ຄື:

  1. ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ: ໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເປັນປົກກະຕິ, ເຊື່ອມຊຶມມະຕິ, ຄຳສັ່ງ ແລະ ກົດໝາຍ ເພື່ອເປັນເອກະພາບໃນການປະຕິບັດໜ້າທີ່ການເມືອງ.
  2. ເພີ່ມທະວີຄວາມຮັບຜິດຊອບໃນການນຳພາ-ຊີ້ນຳ: ຂອງຄະນະພັກ, ຄະນະນຳແຕ່ລະຂັ້ນຢ່າງໃກ້ຊິດຕິດແທດ, ປະຕິບັດຕາມຫຼັກສູດຢ່າງເຄັ່ງຄັດ, ມີການຕິດຕາມ, ກວດກາ ແລະ ປະເມີນຜົນເປັນປະຈຳ.
  3. ຈັດຕັ້ງການຮຽນ-ການສອນໃຫ້ມີຄຸນນະພາບສູງ: ທັງພາຍໃນ ແລະ ພາຍນອກສະຖາບັນ, ຄຸ້ມຄອງຫ້ອງຮຽນ, ການປະເມີນຜົນ ແລະ ສິ່ງອຳນວຍຄວາມສະດວກໃຫ້ດີ.
  4. ຍົກລະດັບ ແລະ ກໍ່ສ້າງຖັນແຖວຄູ-ອາຈານ: ຢ່າງເປັນລະບົບ, ສ້າງໃຫ້ຄູ-ອາຈານກາຍເປັນຊ່ຽວຊານຕາມສາຂາຕ່າງໆ ເພື່ອຕອບສະໜອງມາດຖານການສຶກສາ.
  5. ຍົກສູງຄວາມຮັບຜິດຊອບ ແລະ ພັດທະນາຕົນເອງ: ຄູ-ອາຈານຕ້ອງປ່ຽນແປງແບບແຜນວິທີເຮັດວຽກ, ພັດທະນາຄວາມຮູ້ດ້ານການສິດສອນ ແລະ ການຄົ້ນຄວ້າວິທະຍາສາດໃຫ້ທັນກັບເຕັກໂນໂລຊີ.
  6. ເພີ່ມທະວີການຕິດຕາມ ແລະ ປະເມີນຜົນ: ດ້ານວິຊາການຢູ່ບັນດາກະຊວງ, ອົງການ ແລະ ໂຮງຮຽນການເມືອງ-ການປົກຄອງແຂວງ/ນະຄອນຫຼວງ ຢ່າງເປັນປົກກະຕິ.
  7. ເພີ່ມທະວີການປະສານສົມທົບ: ກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ພາຍນອກ, ສ້າງສ່ວນຮ່ວມໃນການພັດທະນາສະຖາບັນໃຫ້ເຂັ້ມແຂງ.


ໃນຕອນທ້າຍຂອງກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຜ່ານ ແລະ ຮັບຮອງເອົາຮ່າງມະຕິກອງປະຊຸມຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ເປັນນິມິດໝາຍອັນສຳຄັນ ໃນການສ້າງບາດກ້າວຫັນປ່ຽນຢ່າງເລິກເຊິ່ງ ແລະ ຮອບດ້ານ ໃນການກໍ່ສ້າງ-ບຳລຸງພະນັກງານທິດສະດີການເມືອງ-ການປົກຄອງ, ເພື່ອສ້າງ ສມປຊ ໃຫ້ກາຍເປັນສູນກາງການຝຶກອົບຮົມ, ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ແລະ ສູນຄົ້ນຄວ້າວິທະຍາສາດການເມືອງທີ່ເຂັ້ມແຂງຂອງປະເທດຊາດ.

ຂ່າວ, ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ