ໃນບັນຍາກາດແຫ່ງສາຍມິດຕະພາບອັນເປັນມູນເຊື້ອອັນຍາວນານ ແລະ ເປັນປີແຫ່ງມິດຕະພາບ ລາວ-ຈີນ ພ້ອມທັງເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ໃນລະຫວ່າງວັນທີ 12-21 ຕຸລາ 2026 ນີ້, ຄະນະຜູ້ແທນຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ເດີນທາງໄປເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທໍາ ແລະ ພັດທະນາຊົນນະບົດ ຢູ່ແຂວງຫູໜານ ສປ ຈີນ ຕາມການເຊື້ອເຊີນ ຂອງສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ແລະ ໄດ້ຮັບການອະນຸມັດຢ່າງເປັນທາງການຈາກຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ຄະນະຜູ້ແທນ ສມປຊ ທີ່ເດີນທາງໄປປະຕິບັດງານໃນຄັ້ງນີ້ ນຳພາໂດຍ ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ; ພ້ອມດ້ວຍສະມາຊິກຄະນະອີກ 3 ທ່ານ (ຍິງ 1 ທ່ານ) ຄື: ທ່ານ ປອ ນ. ຄໍາແພນ ເພັງພັກດີ ຮອງຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ທ່ານ ສາຍຄໍາ ສີທໍລັກ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງພະບາງ ແລະ ທ່ານ ປອ ຄຳມີຊົ່ງ ໄຊຄື້ເຍ່ຍຕົວ ຫົວໜ້າພະແນກແຜນການສັງລວມ (ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ).

ໃນພິທີຕ້ອນຮັບຢ່າງເປັນທາງການ, ຝ່າຍ ສປ ຈີນ ໂດຍ ທ່ານນາງ ຈ່າງຮຸ່ຍ ຄະນະກຳມະການບັນນາທິການສະຖານີໂທລະພາບສາກົນຈີນ (CGTN) ແລະ ຮອງຫົວໜ້າສູນອາຊີ-ອາຟຣິກາ ຂອງ CMG ພ້ອມດ້ວຍ ທ່ານ ຈ່ຽງເຊຍຈຸ່ນ ຕາງໜ້າຄະນະໂຄສະນາອົບຮົມຄະນະພັກແຂວງຫູໜານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສມປຊ ດ້ວຍຄວາມອົບອຸ່ນ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດຊຶ້ງ. ຝ່າຍຈີນໄດ້ເນັ້ນໜັກວ່າ ປີ 2026 ເປັນປີທີ່ມີຄວາມໝາຍປະຫວັດສາດສຳຄັນ ຍ້ອນເປັນປີຄົບຮອບ 65 ປີ ແຫ່ງສາຍພົວພັນການທູດ ລາວ-ຈີນ ແລະ ເປັນ “ປີແຫ່ງມິດຕະພາບ ລາວ-ຈີນ”, ເຊິ່ງການຮ່ວມມືຜ່ານໂຄງການ “ຍ່າງຊົມຈີນ: ການຢ້ຽມຢາມແຂວງຫູນານ” ແມ່ນຂົວຕໍ່ອັນສຳຄັນຍິ່ງໃນການແລກປ່ຽນບົດຮຽນດ້ານການພັດທະນາ, ການສ້າງຄວາມັນຸ້ນຄົງທາງດ້ານອຸດົມການ ແລະ ເສີມສ້າງ “ຄູ່ຮ່ວມຊາຕາກຳ ລາວ-ຈີນ” ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໄລຍະເວລາແຫ່ງການຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫູໜານ, ຄະນະຜູ້ແທນ ສມປຊ ໄດ້ເຂົ້າຢ້ຽມຊົມ ແລະ ສຶກສາຄົ້ນຄວ້າບັນດາສະຖານທີ່ປະຫວັດສາດ, ສູນນະວັດຕະກຳ ແລະ ໂຄງການພັດທະນາເສດຖະກິດ-ສັງຄົມທີ່ພົ້ນເດັ່ນ ດ້ວຍມູມມອງທາງການເມືອງອັນເລິກເຊິ່ງ:

1. ສຶກສາປະຫວັດສາດການປະຕິວັດ ທີ່ດອນໝາກກ້ຽງ (Orange Isle) ແລະ ພູເຂົາ Yuelu (ວັນທີ 13 ຕຸລາ): ຄະນະໄດ້ຊົມຮູບປັ້ນ ທ່ານ ເໝົາເຈີຕົງ ໃນຕອນໄວໜຸ່ມ ແລະ ທຳຄວາມເຂົ້າໃຈຄວາມໝາຍບົດກະວີ “ສາງຊາ”, ເຊິ່ງສະທ້ອນໃຫ້ເຫັນເຖິງຈິດໃຈຮັກຊາດ, ຄວາມເປັນຫ່ວງເປັນໄຍຕໍ່ຊາຕາກຳຂອງປະເທດຊາດ ແລະ ຄຳຖາມປະຫວັດສາດທີ່ວ່າ “ໃຜຊິເປັນເຈົ້າຂອງປຶກແຜ່ນດິນແຫ່ງນີ້”. ບົດຮຽນດັ່ງກ່າວ ເປັນແວ່ນແຍງອັນລ້ຳຄ່າໃຫ້ແກ່ຊາວໜຸ່ມ ແລະ ພະນັກງານນຳພາຮຸ່ນຕ່າງໆ ຕ້ອງກ້າຄິດ, ກ້າຫານແບກຫາບຄວາມຮັບຜິດຊອບຂອງຍຸກສະໄໝ ແລະ ອຸທິດກຳລັງວັງຊາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນອກຈາກນີ້, ຍັງໄດ້ເຂົ້າຢ້ຽມຊົມຫໍພິພິທະພັນປະຫວັດສາດພັກ Changsha, ເຊິ່ງເປັນຖານການສຶກສາອົບຮົມຈິດວິນຍານພັກ, ປະຫວັດ ສາດການຕໍ່ສູ້ ແລະ ການສືບທອດເຊື້ອສາຍສີແດງ ຂອງພັກຄອມມູນິດຈີນ.

2. ຊົມຊື່ນຜົນງານວິທະຍາສາດກະສິກຳ ແລະ ອຸດສາຫະກຳອັດສະລິຍະ (ວັນທີ 14 ຕຸລາ): ຄະນະໄດ້ໄປຢ້ຽມຢາມສູນຄົ້ນຄວ້າເຂົ້າປະສົມ Hunan (Hunan Hybrid Rice Research Center) ທີ່ກໍ່ຕັ້ງໂດຍ ທ່ານ ຢວນ ຫຼົງຜິງ (ບິດາແຫ່ງເຂົ້າປະສົມ), ເຊິ່ງສະແດງໃຫ້ເຫັນເຖິງວິໄສທັດອັນຍາວໄກໃນການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຊ່ວຍເຫຼືອມວນມະນຸດ. ຈາກນັ້ນ, ຄະນະໄດ້ສຳຜັດກັບເມືອງອຸດສາຫະກຳອັດສະລິຍະ Zoomlion, ໂຮງງານຜະລິດເຄື່ອງຈັກກໍ່ສ້າງອັດສະລິຍະລະດັບໂລກ ທີ່ສະທ້ອນເຖິງການຫັນເປັນທັນສະໄໝ, ດິຈິຕອນ ແລະ ສີຂຽວຂອງ ສປ ຈີນ.

3. ພົບປະເທັກໂນໂລຊີກ້າວໜ້າ ແລະ ເວທີການຄ້າເສລີ ຈີນ-ອາຟຣິກາ (ວັນທີ 15 ຕຸລາ): ຄະນະໄດ້ໄປສຳຜັດກັບບໍລິສັດ Changsha Eulon Robotics Co., Ltd. (EULON) ເພື່ອເບິ່ງການພັດທະນາຫຸ່ນຍົນທີ່ເຮັດວຽກຮ່ວມກັບມະນຸດ ແລະ ເຕັກໂນໂລຊີ Exoskeleton ທີ່ທັນສະໄໝ. ພ້ອມດຽວກັນນັ້ນ, ຍັງໄດ້ຢ້ຽມຢາມ ສວນສາທິດນະວັດຕະກໍາເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງຈີນ-ອາຟຣິກາ (Gaoqiao), ເຊິ່ງເປັນຕົວແບບອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດນະໂຍບາຍເປີດປະຕູກວ້າງ ແລະ ການເຊື່ອມໂຍງເສດຖະກິດສາກົນ.

4. ແລກປ່ຽນບົດຮຽນດ້ານສື່ມວນຊົນດິຈິຕອນ ແລະ ມໍລະດົກວັດທະນະທຳ (ວັນທີ 16 ຕຸລາ): ຄະນະໄດ້ ເຂົ້າຢ້ຽມຊົມ ສວນອຸດສາຫະກຳວັດທະນະທຳ ແລະ ຄວາມຄິດສ້າງສັນດ້ານວິດີໂອ ມາຫຼານຊານ (Malanshan V-Valley), ສູນກາງອຸດສາຫະກຳເນື້ອຫາວັດທະນະທຳ ແລະ ດິຈິຕອນຊັ້ນນຳຂອງຈີນ ແລະ ການເຂົ້າຊົມ ຫໍພິພິທະພັນຫູນານ (Hunan Museum) ເພື່ອສຶກສາອາລະຍະທຳອັນເລິກເຊິ່ງຂອງພາກພື້ນຫູຊຽງ (Huxiang) ແລະ ວັດຖຸບູຮານລ້ຳຄ່າຈາກສຸສານຮານແຫ່ງໝ່າຫວາງຕຸ້ຍ.

ການເຄື່ອນໄຫວທັດສະນະສຶກສາ ແລະ ເຮັດວຽກ ຢູ່ ສປ ຈີນ ຂອງຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃນຄັ້ງນີ້ ເປັນການຍົກສູງກຳແພງແຫ່ງຄວາມສາມັກຄີມິດຕະພາບ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ໝັ້ນຄົງທ່ຽງທຳຕະຫຼອດກາລະນານ. ພາຍຫຼັງສຳເລັດການເຄື່ອນໄຫວຕາມກຳນົດເວລາ ກໍໄດ້ ເດີນທາງກັບຄືນສູ່ ສປປ ລາວ ຢ່າງປອດໄພ, ຄະນະຜູ້ແທນຈະໄດ້ນໍາເອົາບົດຮຽນອັນຊົງຄຸນຄ່າດັ່ງກ່າວ ມາໝູນໃຊ້ເຂົ້າໃນວຽກງານການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ແລະ ການປັບປຸງກົງຈັກການຈັດຕັ້ງ ຂອງ ສມປຊ ໃຫ້ມີປະສິດທິພາບສູງຂຶ້ນ ເພື່ອປະກອບສ່ວນອັນຕັ້ງໜ້າເຂົ້າໃນພາລະກິດປ່ຽນແປງໃໝ່ຂອງພັກ ແລະ ລັດເຮົາໃນໄລຍະໃໝ່.

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ ປອ ສາຍຄຳ ມູນມະນີວົງ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ