ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ສສ ຫວຽດນາມ ຮ່ວມກັນຖອດຖອນບົດຮຽນວຽກງານຄຸ້ມຄອງ ແລະ ກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ
ໃນທ່າມກາງບັນຍາກາດແຫ່ງການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ກໍຄືຄວາມສາມັກແບບຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ; ໃນວັນທີ 22 ກັນຍາ 2026 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີການຈັດຕັ້ງພົບປະແລກປ່ຽນບົດຮຽນທາງດ້ານວິຊາການ ລະຫວ່າງ ຄະນະນໍາ ສມປຊ ແລະ ຄະນະຜູ້ແທນຈາກ ສສ ຫວຽດນາມ. ການພົບປະຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນທາງດ້ານຍຸດທະສາດ ເພື່ອຍົກລະດັບຂີດຄວາມສາມາດໃນການກໍ່ສ້າງ ແລະ ບຳລຸງພະນັກງານນໍາພາ-ຄຸ້ມຄອງ ໃຫ້ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໃນເວລາ 8:30 ໂມງທີ່ຫ້ອງຮັບແຂກ ຊັ້ນ 5 ຕຶກການນໍາ, ຝ່າຍລາວ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ). ການຢ້ຽມຂໍ່ານັບດັ່ງກ່າວ ຝ່າຍ ສສ ຫວຽດນາມ ແມ່ນນໍາໂດຍ ທ່ານ ປອ ເຈິ່ນ ຮວ່າງ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ຮ່ວມມືສາກົນ. ບັນຍາກາດຂອງການພົບປະແມ່ນເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດຕະພາບສະຫາຍອ້າຍນ້ອງ.




ຄະນະຜູ້ແທນທີ່ເຂົ້າຮ່ວມການຢ້ຽມຂໍ່ານັບຄັ້ງນີ້ ຝ່າຍລາວມີຈໍານວນ 11 ທ່ານ ແລະ ຝ່າຍຫວຽດນາມ ມີຈໍານວນ 10 ທ່ານ. ໃນວາລະການພົບປະດັ່ງກ່າວ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ໃຫ້ກຽດກ່າວຕ້ອນຮັບຄະນະຜູ້ແທນ, ແນະນໍາຜູ້ເຂົ້າຮ່ວມຝ່າຍລາວ ແລະ ໄດ້ລາຍງານສະພາບໂດຍຫຍໍ້ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ຊາບ. ຈາກນັ້ນ, ທ່ານ ປອ ເຈິ່ນ ຮວ່າງ ໄດ້ກ່າວທັກທາຍສະບາຍດີ, ແນະນໍາຜູ້ເຂົ້າຮ່ວມຝ່າຍຫວຽດນາມ ພ້ອມທັງແຈ້ງຈຸດປະສົງອັນສໍາຄັນຂອງການມາຢ້ຽມຢາມ ແລະ ແລກປ່ຽນໃນຄັ້ງນີ້. ໃນຕອນທ້າຍຂອງການຢ້ຽມຂໍ່ານັບ, ທັງສອງຝ່າຍໄດ້ມີການມອບຂອງທີ່ລະນຶກ, ມີຄໍາເຫັນແລກປ່ຽນ ແລະ ກ່າວອວຍພອນເຊິ່ງກັນ ແລະ ກັນ ເພື່ອເປັນສິຣິມຸງຄຸນ ແລະ ເປັນນິມິດໝາຍອັນດີງາມໃຫ້ແກ່ການຮ່ວມມືໃນບາດກ້າວຕໍ່ໄປ.
ພາຍຫຼັງສໍາເລັດການພົບປະຂັ້ນການນໍາ ຂອງ ສມປຊ, ໃນເວລາ 9:00 ໂມງ, ທັງສອງ ຝ່າຍໄດ້ສືບຕໍ່ເປີດກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຂຶ້ນ ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ. ກອງປະຊຸມທາງດ້ານວິຊາການຄັ້ງນີ້ ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ພ້ອມດ້ວຍຄະນະ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ການແລກປ່ຽນ ແລະ ຖອດຖອນບົດຮຽນໃນການຄຸ້ມຄອງສະຖາບັນທີ່ບຳລຸງສ້າງທິດສະດີການເມືອງ-ການປົກຄອງ ແລະ ການຈັດຕັ້ງບັນດາກິດຈະກຳກໍ່ສ້າງ, ບຳລຸງພະນັກງານ ຢູ່ ສປປ ລາວ.





ໃນວາລະກອງປະຊຸມພົບປະແລກປ່ຽນດັ່ງກ່າວ, ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ໄດ້ກ່າວຕ້ອນຮັບຄະນະຜູ້ແທນ ແລະ ແນະນໍາຜູ້ເຂົ້າຮ່ວມຝ່າຍລາວ ຢ່າງເປັນທາງການ ແລະ ທ່ານ ປອ ເຈີນ ຮວ່າງ ໄດ້ກ່າວທັກທາຍສະບາຍດີ, ແນະນໍາຜູ້ເຂົ້າຮ່ວມຝ່າຍຫວຽດນາມ ແລະ ແຈ້ງຈຸດປະສົງໃນການພົບປະແລກປ່ຽນ ບົດຮຽນຮ່ວມກັນ. ຈຸດສຸມທີ່ສໍາຄັນທີ່ສຸດ ຂອງກອງປະຊຸມ ເຊິ່ງທັງສອງສະຖາບັນໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງເລິກເຊິ່ງ. ການພົບປະຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຢ່າງເລິກເຊິ່ງຕໍ່ວຽກງານການສຶກສາອົບຮົມແນວຄິດ, ການສ້າງຄວາມເຂັ້ມແຂງທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ. ການເຂົ້າຮ່ວມຂອງບັນດານັກວິທະຍາສາດ ແລະ ຄູ-ອາຈານ ຈາກຫຼາຍພາກສ່ວນ ແມ່ນເປັນການຢັ້ງຢືນເຖິງຄວາມກວ້າງຂວາງຂອງການຮ່ວມມື. ຝ່າຍລາວມີຜູ້ຕາງໜ້າຈາກກົມຄຸ້ມຄອງການຮຽນ-ການສອນ, ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ກົມຈັດຕັ້ງ, ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ຄະນະປັດຊະຍາ, ຫ້ອງການ, ພາກວິຊາສັງຄົມສາດ ແລະ ພະແນກແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ. ສ່ວນຝ່າຍຫວຽດນາມ ກໍໄດ້ນໍາເອົາຜູ້ຊ່ຽວຊານຈາກ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ຮ່ວມມືສາກົນ, ກົມຄຸ້ມຄອງການກໍ່ສ້າງ ແລະ ບຳລຸງ, ພາກວິຊາແນວຄິດໂຮ່ຈີມິນ, ພາກວິຊາປະຫວັດສາດພັກ, ພະແນກຈັດຕັ້ງ-ພະນັກງານ, ພາກວິຊາກໍ່ສ້າງພັກ ແລະ ພະແນກແຜນການ-ການເງິນ ເຂົ້າຮ່ວມແລກປ່ຽນຢ່າງກົງໄປກົງມາ.
ກອງປະຊຸມພົບປະແລກປ່ຽນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສ້າງຄວາມເຂັ້ມແຂງທາງດ້ານລະບົບການເມືອງ. ບົດຮຽນອັນລໍ້າຄ່າກ່ຽວກັບການຄຸ້ມຄອງສະຖາບັນທີ່ບຳລຸງສ້າງທິດສະດີການເມືອງ-ການປົກຄອງ ແລະ ການຈັດຕັ້ງກິດຈະກຳກໍ່ສ້າງພະນັກງານ ທີ່ໄດ້ຖອດຖອນຮ່ວມກັນໃນຄັ້ງນີ້ ຈະເປັນພື້ນຖານອັນໜັກແໜ້ນໃຫ້ແກ່ ສມປຊ ໃນການປັບປຸງ, ພັດທະນາຫຼັກສູດ ແລະ ຍົກສູງຄຸນນະພາບ ຂອງການຮຽນ-ການສອນ. ສິ່ງດັ່ງກ່າວຈະຮັບປະກັນໄດ້ວ່າ ພະນັກງານນໍາພາ-ຄຸ້ມຄອງທີ່ສໍາເລັດການສຶກສາຈາກສະຖາບັນແຫ່ງນີ້ ຈະເປັນກຳລັງແຮງທີ່ສໍາຄັນ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິ ວັດ ແລະ ມີຄວາມຮູ້ຄວາມສາມາດພຽງພໍ ເພື່ອນໍາພາ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນສູ່ຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
