ໃນຕອນແລງຂອງວັນທີ 25 ກັນຍາ 2026, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີການຈັດພິທີປິດຊຸດຝຶກອົບຮົມຫົວຂໍ້ສະເພາະ ໃຫ້ແກ່ເລຂານຸການການນຳທົ່ວປະເທດ ໄລຍະ 10 ວັນ ຊຸດທີ II ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ດຳເນີນການຮຽນ-ການສອນມາຕັ້ງແຕ່ວັນທີ 14 ກັນຍາ 2026. ພິທີອັນມີຄວາມໝາຍຄວາມສຳຄັນທາງດ້ານການເມືອງນີ້ ໄດ້ຮັບກຽດການເປັນປະທານໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ.

ໃນພິທີ, ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບປິດຊຸດຝຶກອົບຮົມ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດອັນຈົບງາມຂອງການຈັດຕັ້ງປະຕິບັດຫຼັກສູດ. ຊຸດຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 48 ທ່ານ (ຍິງ 5 ທ່ານ) ເຊິ່ງລ້ວນແຕ່ເປັນພະນັກງານຫຼັກແຫຼ່ງ ທີ່ມາຈາກສູນກາງຈຳນວນ 30 ທ່ານ ແລະ ຈາກບັນດາແຂວງ 18 ທ່ານ. ເນື້ອໃນການຝຶກອົບຮົມລວມມີ 12 ຫົວຂໍ້ສະເພາະ ຈຳນວນ 70 ຊົ່ວໂມງ ທີ່ສຸມໃສ່ການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ, ການເປັນເລຂາການນຳແບບໃໝ່, ຈັນຍາບັນວິຊາຊີບ, ການບໍລິຫານເວລາ, ແລະ ແບບແຜນວິທີເຮັດວຽກ. ຜູ້ເຂົ້າຮ່ວມຝຶກອົບຮົມລ້ວນແຕ່ມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ, ສາມາດກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ໄດ້ຢ່າງເລິກເຊິ່ງ, ພ້ອມທັງໄດ້ຮັບການປັບປຸງແນວຄິດ, ຍົກສູງທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ ໂດຍຖືເອົາທິດສະດີມາກ-ເລນິນ ເປັນເຂັມຊີ້ທິດເຍືອງທາງ. ນອກຈາກການຮຽນທິດສະດີແລ້ວ, ຍັງໄດ້ມີການລົງທັດສະນະສຶກສາຕົວຈິງ ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຫ້ອງວ່າການສູນກາງພັກ ເພື່ອແລກປ່ຽນບົດຮຽນການເປັນເລຂານຸການຂັ້ນການນຳລະດັບສູງອີກດ້ວຍ.

ຫຼັງຈາກການຜ່ານບົດສະຫຼຸບ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ໃຫ້ກຽດມອບໃບຢັ້ງຢືນແກ່ນັກຝຶກອົບຮົມ ແລະ ໄດ້ມີຄຳເຫັນໂອ້ລົມຊີ້ນຳຢ່າງເລິກເຊິ່ງ. ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນ ທີ່ໄດ້ປະສານສົມທົບກັນຈົນເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ. ທ່ານໄດ້ຊີ້ໃຫ້ເຫັນວ່າ ຫຼັກສູດນີ້ມີຄວາມສຳຄັນຫຼາຍ ເພາະເປັນການເພີ່ມທະວີທາງດ້ານແນວຄິດ, ເຮັດໃຫ້ນັກຝຶກອົບຮົມມີຄວາມເຂົ້າໃຈຢ່າງເປັນລະບົບຕໍ່ແນວທາງເສດຖະກິດ, ນະໂຍບາຍຂອງພັກ-ລັດ, ແລະ ແນວຄິດໄກສອນ ພົມວິຫານ ໃນເງື່ອນໄຂໃໝ່. ການອົບຮົມນີ້ຍັງເປັນການຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ເພື່ອເປັນທິດນຳໃນການຈັດຕັ້ງປະຕິບັດວຽກງານຕົວຈິງ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ຮຽກຮ້ອງ ແລະ ຊີ້ນຳໃຫ້ນັກຝຶກອົບຮົມ ເອົາໃຈໃສ່ 3 ບັນຫາຫຼັກ ຄື:

ໜຶ່ງ: ຕ້ອງເປັນເຈົ້າການໃນການເປັນເລຂາ-ເສນາທິການທີ່ດີ, ສືບຕໍ່ເປັນຜູ້ຊ່ວຍທາງດ້ານແນວຄວາມຄິດວິເຄາະສະຖານະການ, ກະກຽມແຜນການ, ແລະ ຖ່າຍທອດຄຳສັ່ງຂອງຜູ້ຊີ້ນຳໃຫ້ຊື່ຕົງ ພ້ອມທັງຝຶກຝົນຄຸນທາດການເມືອງຂອງຕົນຢ່າງບໍ່ຢຸດຢັ້ງ.

ສອງ: ຕັ້ງໜ້າຍົກລະດັບຄວາມຮູ້ດ້ານພາສາຕ່າງປະເທດ ແລະ ການນຳໃຊ້ອຸປະກອນເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການເຮັດວຽກ ເຊັ່ນ: ການນຳໃຊ້ AI, ແອັບພລິເຄຊັນ G-Chat, G-drive ຂອງລາວເຮົາ, ແລະ ລະບົບ Calendar ໃຫ້ມີຄວາມຊ່ຽວຊານ ເພື່ອປັບໃຊ້ໃນຂົງເຂດວຽກງານຕົວຈິງຂອງທ້ອງຖິ່ນ.

ສາມ: ຕ້ອງເອົາໃຈໃສ່ໃນການຄົ້ນຄວ້າ ແລະ ຂີດຂຽນເອກະສານ ໃຫ້ມີເນື້ອໃນເລິກເຊິ່ງ, ຈັບອົກຈັບໃຈ ແລະ ມີຄວາມໝາຍສຳຄັນ ເພື່ອຕອບສະໜອງຕໍ່ບັນຫາ ແລະ ສະຖານະການຕ່າງໆ ເວລາທີ່ການນຳຈະໄປປະກອບຄຳເຫັນຊີ້ນຳໃນພິທີຕ່າງໆ.

ພິທີໄດ້ປິດລົງຢ່າງເປັນທາງການ ໃນບັນຍາກາດແຫ່ງຄວາມພາກພູມໃຈ, ເຊິ່ງບັນດານັກຝຶກອົບຮົມທັງ 48 ທ່ານ ຈະໄດ້ນຳເອົາຄວາມຮູ້ທາງດ້ານທິດສະດີ ແລະ ພຶດຕິກຳ ທີ່ໄດ້ຖອດຖອນຕະຫຼອດ 10 ວັນຜ່ານມາ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອຍົກສູງປະສິດທິພາບການເປັນເລຂາການນຳ ໃຫ້ກາຍເປັນເສນາທິການທີ່ແຫຼມຄົມ, ບໍລິສຸດຜຸດຜ່ອງ ແລະ ຈົ່ງຮັກພັກດີ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.

——————–

ຂ່າວ, ພາບ ຕາອັອດ ແສນທະວີສຸກ

ບັນນາທິການ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ