ກອງປະຊຸມກຳມະບານຮາກຖານໂຮງຮຽນການເມືອງແລະ ການປົກຄອງ ແຂວງໄຊຍະບູລີ
ໃນວັນທີ 28 ພະຈິກ 2025 ເວລາ 10 ໂມງ 00 ນາທີ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມກຳມະບານຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ຊຶ່ງ ກອງປະຊຸມໄດ້ຄົ້ນຄວ້າປືກສາຫາລືວຽກງານ ແລະ ນະໂຍບາຍຕ່າງໆ ໂດຍໃຫ້ກຽດເປັນປະທານໃນກອງປະຊຸມຄັ້ງນີ້ແມ່ນທ່ານ ປທ ອຸ່ນເຮືອນ ແກ້ວຍອດ ປະທານກຳມະບານຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ, ມີຄະນະກຳມະບານຮາກຖານ,…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຫຼັກສູດຝຶກອົບຮົມທິດສະດີການເມືອງຂັ້ນສູງລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ຊຶ່ງໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໃນຕອນເຊົ້າ ຂອງວັນທີ 8 ທັນວາ 2025. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານ ຈາກ ທ່ານ ນາງ ສີໃສ…
ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນບ່າຍ ຂອງວັນທີ 5 ທັນວາ 2025 ຜ່ານມານີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດພິທີປິດການແຂ່ງຂັນກິລາຂະບວນການແຂ່ງຂັນກິລາ ຊິງຂັນ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ປະຈຳປີ 2025 ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ດໍາເນີນການແຂ່ງຂັນມາຢ່າງດຸເດືອດ ແລະ ຟົດຟື້ນ ເປັນເວລາ 1 ເດືອນກວ່າ (ເລີ່ມແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນມາ).…
ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
ໃນຕອນແລງ ຂອງວັນທີ 3 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 1 ຢູ່ໂຮງແຮມ ຈຳປາສັກແກຣນ ໄດ້ມີພິທີພົບປະປຶກສາຫາລືຢ່າງເປັນທາງການ ໄດ້ຈັດຂຶ້ນພາຍໃຕ້ບັນຍາກາດອັນອົບອຸ່ນ ແລະ ມີຄວາມໝາຍສຳຄັນ ໂດຍມີຄະນະນຳຝ່າຍສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ (ສມປຊ) ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ຊຶ່ງທ່ານໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບຄະນະຜູ້ແທນ ສສ…
