ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ລົງຊີ້ນຳ ແລະ ຊຸກຍູ້ວຽກງານປ້ອນຂໍ້ມູນໃສ່ລະບົບ TETH ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ເມືອງແປກແຂວງຊຽງຂວາງ ເປີດຊຸດຮຽນ ທິດສະດີການເມືອງ ແລະການປົກຄອງແຂວງ ລະບົບກໍ່ສ້າງຊັ້ນຕົ້ນ ຮຸ່ນທີີ VII

ໃນວັນທີ 11 ສິງຫາ 2021 ຢູ່ທີ່ສະໂມສອນເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີເປີດຊຸດຮຽນລະບົບຊັ້ນຕົ້ນຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ຂອງ ທ່ານ ໜໍບີ ຫາຕົງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ມີທ່ານ ສິນທະວົງ ພິມມະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງແປກ, ມີບັນດາຜູ້ຕາງໜ້າຈາກບັນດາຫ້ອງການ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາຮຸ່ນເຂົ້່າຮ່ວມທັງໜົດ 55…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊົມເຊີຍ ກະຊວງເຕັກໂນໂລຊີ ແລະການສື່ສານ ທີ່ໄດ້ໃຫ້ການອຸປະຖຳທາງດ້ານວັດຖຸອຸປະກອນການເຊື່ອມຕໍ່ສັນຍານເນັດ

ໃນວັນທີ 5 ສິງຫາ 2021 ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເຊິ່ງທາງຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບໃບຊົມເຊີຍໃຫ້ ທ່ານ ປອ ສົມໄພວັນ ແສງສຸລິຍາ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ຕາງໜ້າກະຊວງເຕັກໂນໂລຊີ ແລະການສື່ສານ ທີ່ໄດ້ໃຫ້ການອຸປະຖຳທາງດ້ານວັດຖຸອຸປະກອນ ເຊື່ອມຕໍ່ສັນຍານອິນເຕີເນັດ ເພື່ອຮັບໃຊ້ເຄືອຂ່າຍຂອງພັກ-ລັດ ລວມເປັນມູນຄ່າ 41.936.400 ກີບເພື່ອອຳນວຍຄວາມສະດວກ ໃຫ້ກັບຄະນະພັກ, ຄະນະນໍາ, ພະນັກງານ, ຄູ-ອາຈານ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ…

ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງຍົກລະດັບຄວາມຮູ້ ຄວາມສາມາດ ວຽກງານຂ່າວສານ ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ວຽກງານຂ່າວສານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ເວົ້າລວມ, ເວົ້າສະເພາະກໍ່ຄື ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໃນໄລຍະຜ່ານມາແມ່ນມີຜົນສຳເລັດໃນຫຼາຍດ້ານຕໍ່ກັບການປະຕິ ບັດໜ້າທີ່ການເມືອງຂອງຕົນເປັນຕົ້ນແມ່ນ: ສິດ, ໜ້າທີ່ ແລະພາລະບົດບາດ ຕໍ່ກັບການລົງເກັບກາໍຂ່າວສານການ ເຄື່ອນໄຫວຂອງ ສມປຊ. ສະນັ້ນ, ເພື່ອເຮັດໃຫ້ພະນັກງານ, ຄູ-ອາຈານທີ່ເຮັດວຽກກ່ຽວກັບວຽກງານຂ່າວສານການເມືອງ-ການປົກຄອງ ມີຄວາມຮູ້, ຄວາມສາມາດທາງດ້ານສີມືໃນການຂີດຂຽນໃຫ້ໃກ້ຄຽງກັບພາກສ່ວນອື່ນໆ ສະນັ້ນ, ທາງສູນຂໍ້ມູນຂ່າວສານ ໄດ້ໄປທັດສະນະແລກປ່ຽນບົດຮຽນ ຢູ່ ໜັງສືພິມປະຊາຊົນ ແລະ ກົມສື່ມວນຊົນ ປກສ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ…

ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຜີຍແຜ່ເຊື່ອມຊຶມເອກະສານວຽກງານກວດກາ ແລະເອກະສານແຈ້ງຊັບສິນ

ກົມກວດກາ ແມ່ນກົມໜື່ງ ຊຶ່ງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນໄລຍະ 5 ປີຜ່ານມາ ເຖິງແມ່ນວ່າສະພາບການຜັນແປໄປຢ່າງສັບສົນທັງ ຢູ່ຕ່າງປະເທດ ແລະພາຍໃນປະເທດກໍ່ຕາມ, ສະເພາະຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຂອງພວກເຮົາ ກໍ່ໄດ້ສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຫ້າວຫັນ, ເປັນຕົ້ນແມ່ນການນຳພາການຈັດຕັ້ງການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ແລະປັບປຸງພື້ນຖານໂຄງລ່າງຂອງສະຖາບັນໃຫ້ດີຂື້ນເປັນກ້າວໆ. ໃນຊຸມປີຜ່ານມາເຖິງວ່າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີຂອບເຂດສິດ ແລະໜ້າທີ່ຄວາມຮັບຜິດຊອບກວ້າງອອກ, ບໍລິມາດວຽກງານນັບມື້ນັບເພີ່ມຂຶ້ນ ແລະສິ່ງດັ່ງກ່າວນັ້ນມັນຮຽກຮ້ອງເຖິງການເຮັດວຽກຂອງພະນັກງານ, ຄູ-ອາຈານ ຕ້ອງມີປະສິດທິພາບ-ປະສິດທິຜົນ ທັງຮັບປະກັນຄຸນນະພາບຂອງແຕ່ລະວຽກງານ. ສະນັ້ນ, ໃນຕອນແລງຂອງວັນທີ…

ຂ່າວອື່ນໆ