ໃນວັນທີ 5 ສິງຫາ 2021 ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເຊິ່ງທາງຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບໃບຊົມເຊີຍໃຫ້ ທ່ານ ປອ ສົມໄພວັນ ແສງສຸລິຍາ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ຕາງໜ້າກະຊວງເຕັກໂນໂລຊີ ແລະການສື່ສານ ທີ່ໄດ້ໃຫ້ການອຸປະຖຳທາງດ້ານວັດຖຸອຸປະກອນ ເຊື່ອມຕໍ່ສັນຍານອິນເຕີເນັດ ເພື່ອຮັບໃຊ້ເຄືອຂ່າຍຂອງພັກ-ລັດ ລວມເປັນມູນຄ່າ 41.936.400 ກີບເພື່ອອຳນວຍຄວາມສະດວກ ໃຫ້ກັບຄະນະພັກ, ຄະນະນໍາ, ພະນັກງານ, ຄູ-ອາຈານ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຈະໃຊ້ເຂົ້າໃນການປະຊຸມ ແລະການຮຽນ-ການສອນທາງໄກ ຜ່ານລະບົບອອນລາຍ.

ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ກຳມະການຄະນະພັກ, ຫົວໜ້າຫ້ອງການ ສມປຊ ໄດ້ໃຫ້ກຽດຂຶ້ນກ່າວຮັບ ແລະທ່ານ ກໍໄດ້ສະແດງຄວາມຂອບໃຈມາຍັງກະຊວງເຕັກໂນໂລຊີ ແລະການສື່ສານ ທີ່ໄດ້ໃຫ້ການອຸປະຖໍາວັດຖຸອຸປະກອນການສື່ສານ ໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະເຫັນໄດ້ຄວາມສຳຄັນຂອງວຽກງານຂອງຄະນະພັກ, ຄະນະນໍາ, ພະນັກງານ, ຄູ-ອາຈານ ໂດຍສະເພາະກໍແມ່ນ: ການຄົ້ນຄ້ວາ, ການປະຊຸມ ແລະການຮຽນ-ການສອນ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ