ກົມກວດກາ ແມ່ນກົມໜື່ງ ຊຶ່ງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນໄລຍະ 5 ປີຜ່ານມາ ເຖິງແມ່ນວ່າສະພາບການຜັນແປໄປຢ່າງສັບສົນທັງ ຢູ່ຕ່າງປະເທດ ແລະພາຍໃນປະເທດກໍ່ຕາມ, ສະເພາະຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຂອງພວກເຮົາ ກໍ່ໄດ້ສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຫ້າວຫັນ, ເປັນຕົ້ນແມ່ນການນຳພາການຈັດຕັ້ງການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ແລະປັບປຸງພື້ນຖານໂຄງລ່າງຂອງສະຖາບັນໃຫ້ດີຂື້ນເປັນກ້າວໆ. ໃນຊຸມປີຜ່ານມາເຖິງວ່າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີຂອບເຂດສິດ ແລະໜ້າທີ່ຄວາມຮັບຜິດຊອບກວ້າງອອກ, ບໍລິມາດວຽກງານນັບມື້ນັບເພີ່ມຂຶ້ນ ແລະສິ່ງດັ່ງກ່າວນັ້ນມັນຮຽກຮ້ອງເຖິງການເຮັດວຽກຂອງພະນັກງານ, ຄູ-ອາຈານ ຕ້ອງມີປະສິດທິພາບ-ປະສິດທິຜົນ ທັງຮັບປະກັນຄຸນນະພາບຂອງແຕ່ລະວຽກງານ.

         

ສະນັ້ນ, ໃນຕອນແລງຂອງວັນທີ 29 ກໍລະກົດ 2021 ຄະນະກວດກາ ສມປຊ ຈຶ່ງໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານວຽກງານກວດກາ 5 ປີ (2016-2020) ຂອງຄະນະກວດກາສູນກາງພັກ ແລະວຽກງານກວດກາ 5 ປີ (2016-2021) ຂອງ ສມປຊ ແລະເອກະສານແຈ້ງຊັບສິນຂອງພະນັກງານ, ຄູ-ອາຈານ ເພື່ອເປັນການສະຫຼຸບຜົນງານການເຄື່ອນໄຫວ 5  ປີ ໃຫ້ພະນັກງານ, ຄູ-ອາຈານ ໄດ້ຮັບຮູ້. ໃນພິທີໃຫ້ກຽດເປັນປະທານຂອງ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງແຂວງຈຳປາສັກ, ຮອງຫົວໜ້າ ສມປຊ. ພ້ອມດ້ວຍພະນັກງານ,ຄູ-ອາຈານ ທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຂຶ້ນລາຍງານບົດສະຫຼບການເຄື່ອນໄຫວວຽກງານກວດກາຂອງຄະນະກວດກາສູນກາງພັກ ແລະບົດສະຫຼຸບຄະນະກວດກາຂອງ ສມປຊ ແລະ ທິດທາງແຜນການ ຊຶ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນວ່າ: ຄະນະພັກແຕ່ລະຂັ້ນໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເປັນບູລິມະສິດສຳຄັນອັນດັບໜຶ່ງ ແລະສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານ; ເອົາໃຈໃສ່ນຳພາ-ຊີ້ນໍາຢ່າງໜັກແໜ້ນຕໍ່ກັບການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ຕໍ່ຄະນະພັກ-ຄະນະນຳຂັ້ນຕ່າງໆ, ສະມາຊິກພັກ ແລະພະນັກງານໃຫ້ເປັນປົກກະຕິ ແລະຕໍ່ເນື່ອງ. ຊຶ່ງໃນນັ້ນ, ໄດ້ນໍາພາຈັດຕັ້ງດໍາເນີນການຄົ້ນຄວ້າ, ເຜີຍແຜ່, ເຊື່ອມຊຶມເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ.

          ນອກຈາກນັ້ນ ຍັງ​ໄດ້​ຕິດຕາມ​ກວດກາການ​ຂຶ້ນຫ້ອງສິດສອນ, ບົດປ້ອງກັນຈົບຊັ້ນແຕ່ລະ​ຮຸ່ນ​ຢ່າງ​ເປັນ​ປົກກະຕິ, ຕິດຕາມ, ກວດກາການບໍລິຫານລັດ ໃນການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ຕິດຕາມພາລະບົດບາດ, ຂອບເຂດສິດ, ໜ້າທີ່ຂອງພະນັກງານ ໂດຍເລີ່ມຈາກການຕິດຕາມການເຄື່ອນໄຫວ ຂອງພະນັກງານ-ລັດຖະກອນ ແລະໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ດຳເນີນການແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນຮອບທີ II ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍຈັດຕັ້ງກອງປະຊຸມເຜີຍແຜ່-ແນະນຳວິທີການຂຽນ ແລະ ສາມາດຮັບການແຈ້ງຊັບສິນ ແລະລາຍຮັບຂອງພະນັກງານ-ລັດຖະກອນສໍາເລັດ ແລະໃນປີ 2021 ນີ້ກໍ່ໄດ້ສືບຕໍ່ໃຫ້ພະນັກງານ-ລັດຖະກອນແຈ້ງຊັບສິນ ແລະລາຍຮັບຂອງຕົນ.

          ໂອກາດດັ່ງກ່າວ, ທ່ານ ປທ ນ. ບຸນມີ ຈຸນລະຈັກ ໄດ້ມີຄຳເຫັນໂອ້ລົມ ຕໍ່ກັບວຽກງານກວດກາ ແມ່ນວຽກງານທີ່ສຳຄັນ ຊຶ່ງແມ່ນຄວາມຮັບຜິດຊອບ ໂດຍກົງຂອງຄະນະພັກ ສມປຊ, ສະນັ້ນ ຄະນະພັກໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ພ້ອມທັງຊຸກຍູ້ພາກສ່ວນທີ່ຮັບຜິດຊອບ ວຽກງານກວດກາພັກ-ລັດ ຂອງ ສມປຊ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີຜົນສຳເລັດ ໃນຫຼາຍດ້ານໃຫ້ມີຄຸນນະພາບ ແລະ ວຽກງານກວດກາເຖິງວ່າເປັນກົງຈັກສ້າງຂຶ້ນໃນປີ 2019 ແຕ່ພາຍໃຕ້ ການນຳພາ-ຊີ້ນຳຂອງຄະນະພັກ ສມປຊ ກໍ່ຄືຄະນະກວດກາພັກ-ລັດ ກໍ່ໄດ້ສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ກໍ່ມີຜົນສຳເລັດຈຳນວນໜຶ່ງໃຫ້ເຫັນເປັນຮູບປະທໍາ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ